ໜ່ວຍພັກ ຄົ້ນຄວ້າ-ສັງລວມ,ໜ່ວຍພັກບໍລິຫານ ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງວ່າການແຂວງ ໄດ້ເລື່ອນສະມາຊິກພັກສໍາຮອງຈໍານວນ 2 ສະຫາຍ.ຂຶ້ນເປັນສົມບູນ ແລະ ມອບບັດໃຫ້ສະມາຊິກພັກສົມບູນ.

 

 

ໜ່ວຍພັກ ຄົ້ນຄວ້າ-ສັງລວມ,ໜ່ວຍພັກບໍລິຫານ ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງວ່າການແຂວງ ໄດ້ເລື່ອນສະມາຊິກພັກສໍາຮອງຈໍານວນ 2  ສະຫາຍ.ຂຶ້ນເປັນສົມບູນ ແລະ ມອບບັດໃຫ້ອກ່ສະມາຊິກພັກສົມບູນ.ພິທີ ແມ່ນໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 8 ພຶດສະພາ 2026 ນິ້;ໂດຍການເປັນປະທານຂອງ ສະຫາຍ  ສີລັດ ແສງດາລາ ກໍາມະການພັກແຂວງ  ເລຂາຄະນະພັກຮາກຖານ ຫ້ອງວ່າການແຂວງ ມີບັນດາ ສະຫາຍ ຄະນະພັກຮາກຖານ, ຄະນະໜ່ວຍພັກ,ແຂກຖືກເຊີນຈາກພະແນກການທີ່ກ່ຽວຂ້ອງ ແລະ ສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.

ສະຫາຍ ຈັນພູທອນ ພັນຫຼ້າ ກຳມະການໜ່ວຍພັກ ຄົ້ນຄວ້າ-ສັງລວມໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ ຕາມກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ I ມາດຕາ 2 ຂໍ້ ຄ ການພິຈາລະນາເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກສົມບູນ ຄະນະປະຈໍາພັກແຂວງຕົກລົງເຫັນດີຮັບເອົາ ສະຫາຍ ສຸພາສອນ ຄໍາພາວົງ ແລະ ສະຫາຍ ສີສຸວັນ ໄຊຍະເສນສຸກ ເຂົ້າເປັນສະມາຊິກພັກສົມບູນ  ຂອງພັກປະຊາຊົນປະຕິວັດລາວ.ພ້ອມທັງມອບມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ມອບໂດຍ ສະຫາຍ ສີລັດ ແສງດາລາ ກໍາມະການພັກແຂວງ  ເລຂາຄະນະພັກຮາກຖານ ຫ້ອງວ່າການແຂວງ

ໃນວາລະດຽວກັນໄດ້ຈັດ ພິທີ ມອບບັດແດງ ໃຫ້ແກ່ສະມາຊິກພັກສົມບູນ ສະຫາຍ ນາງ ຈັນທະລີ ໄຊຍະວົງ ເລຂາໜ່ວຍພັກ ຄົ້ນຄວ້າ-ສັງລວມໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ່ວຍການຮັບຮອງອອກບັດໃຫ້ແກ່ສະມາຊິກພັກສົມບູນ ໂດຍອິງຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ I ມາດຕາ 8, ຄະນະປະຈໍາພັກແຂວງບໍ່ແກ້ວ ໄດ້ຕົກລົງຮັບຮອງເອົາລາຍຊື່ສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນໄດ້ຮັບບັດຈໍານວນ 3 ສະຫາຍ,ຄື: ສ່ອງແກ້ວ ສີຜາວັນ,ສະຫາຍ ເຫຼັກສຸທອນ ແກ້ວວິໄລ ແລະ ສະຫາຍ ນາງ ຈັນຄໍາ ແກ້ວມະນີຈັນ ແລະໃຫ້ກຽດມອບບັດໂດຍແມ່ນ ສະຫາຍ ສີລັດ ແສງດາລາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫ້ອງວ່າການແຂວງ

ໂອກາດນິ້.ສະຫາຍ  ເລຂາຄະນະພັກຮາກຖານ ຫ້ອງວ່າການແຂວງ ໄດ້ມີຄໍາເຫັນໃຫ້ຄຳໂອວາດຕັກເຕື່ອນ ແລະ ເຫັນເນັ້ນໜັກ ໃຫ້ສະມາຊິກພັກໃໝ່ທັງສອງ ສະຫາຍ,ຈົ່ງເອົາໃຈໃສ່ສືບຕໍ່ປະຕິບັດຕາມກົດລະບຽບ ແລະ ຫຼັກການຂອງພັກ ວ່າງອອກໃຫ້ໄດ້ຢ່າງເຂັ້ມງວດ.ໂດຍສະເພາະ ແມ່ນໃຫ້ປະຕິບັດຕາມ 5 ຫຼັກ 3 ທິດນໍາ, ສິດ, ໜ້າທີ່ ແລະ ບັນດາຂໍ້ຫ້າມຕ່າງໆຂອງກົດລະບຽບພັກ ເປັນເຈົ້າການໃນການປະຕິບັດ ແນວທາງ ແຜນນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ,ຍົກສູງລະດັບການສຶກສາ,ໃນການຄົ້ນຄວ້າ ຊອກຮູ້ຮໍ່າຮຽນ ໃຫ້ມີຄວາມຮູ້ ຄວາມສາມາດ, ດ້ານຄຸນທາດການເມືອງ ,ຄຸນສົມບັດສິນທຳປະຕິວັດ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໃຫ້ກາຍເປັນສະມາຊິກພັກທີ່ຫ້າວຫັນດີເດັ່ນຂອງພັກ.ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ ແລະ ເປັນກຳລັງແຮງໃນການສືບຕໍ່ສ້າງເປັນໜ່ວຍພັກ ປອດໄສ ເຂັ້ມແຂງ ແລະ ໜັກແໜ້ນ, ສ່ວນສະມາຊິດພັກທີ່ໄດ້ຮັບບັດ ແມ່ນໝາກຜົນ ແລະ ຜົນງານອັນຍິງໃຫຍ່ ເປັນເອກກະສານທີ່ສຳຄັນຂອງຊາດ ຂອງພັັກ ໃຫ້ເອົາໃຈໃສ່ປົກປັກຮັກສາ ແລະ ຄຸ້ມຄ້ອງການນຳໃຊ້ບັດໃຫ້ຖືກຕ້ອງ, ຫຼີກເວັ້ນການຕົກເຮ່ຍເສຍຫາຍໂດຍບໍ່ສົມເຫດສົມຜົນ ແລະ ຫ້າມເອົາໃຫ້ຜູ້ອື່ນຍືມໄປນໍາໃຊ້ຢ່າງເດັດຂາດ ຕາມລະບຽບຂອງພັກປະຊາຊົນປະຕິວັດລາວວາງອອກ ແລະ ຈົ່ງສຶບຕໍ່ຮັກສາມູນເຊື້ອນິ້ໄວ້ໃຫ້ດີ.

ຈາກນັ້ນ,ຕ່າງໜ້າສະມາຊິກພັກໃໝ່ ແລະ ຜູ້ທີ່ໄດ້ຮັບບັດ ໄດ້ຂຶ້ນຮັບຄຳໂອວາດ ແລະ ປະຕິຍານຕົນເອງວ່າຈະເອົາໃຈໃສ່ເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ບັນລຸຜົນສໍາເລັດ ແລະ ເປັນເຈົ້າການ ປະຕິບັດລະບຽບຂອງພັກ-ລັດຖະກອນ,ຈະເອົາໃຈໃສ່ປົກປັກຮັກສາບັດແລະ ນໍາໃຊ້ໃຫ້ຖືກຕ້ອງຕາມລະບຽບພັກໃຫ້ໄດ້ຢ່າງເຂັ້ມງວດ.

ຂ່າວ:ເງິນຫຼົງ ຈິດພູວົງ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa