










ທ່ານ ແກ້ວລາ ນໍລະສິງ ປະທານສະຫະພັນກຳມະບານລາວ ແຂວງບໍ່ແກ້ວ,ພ້ອມຄະນະໄດ້ສືບຕໍ່ລົງເຄື່ອນໄຫວ ຈັດຕັ້ງເຜີຍວັນກຳມະກອນສາກົນ ໃນວັນທີ 8 ພຶດສະພາ 2026 ນິ້,ເຂົ້າຮ່ວມມີ ທ່ານ ນາງ ຄອນສະໄໝ ຈະເລີນຜົນ ອຳນວຍການ ບໍລິສັດ ເຫຍື້ອຕຶກເບັດລາວ ແລະ ພະນັກງານກຳມະກອນພາຍໃນບໍລິສັດເຂົ້າຮ່ວມ,
ທ່ານ ແກ້ວລາ ນໍລະສິງ ປະທານກຳມະບານລາວແຂວງບໍ່ແກ້ວ. ໄດ້ເຜີຍແຜ່ເອກະສານມູນເຊື້ອ ວັນກຳມະກອນສາກົນ ຄົບຮອບ 140 ປີ (01/05/1886-01/05/2026) ເພື່ອຫວນຄືນປະຫວັດສາດແຫ່ງການຕໍ່ສູ້ ແລະ ບົດບາດສຳຄັນຂອງຊົນຊັ້ນກຳມະກອນໃນທົ່ວໂລກ ກໍຄືຢູ່ສປປ ລາວ.ເປັນສັນຍະລັກແຫ່ງການຕໍ່ສູ້: ເປັນວັນທີ່ລະນຶກເຖິງການຕໍ່ສູ້ຂອງຊົນຊັ້ນກຳມະກອນ ໃນການທວງເອົາສິດຜົນປະໂຫຍດອັນຊອບທຳ, ໂດຍສະເພາະແມ່ນການຮຽກຮ້ອງໃຫ້ກຳນົດເວລາເຮັດວຽກ 8 ຊົ່ວໂມງຕໍ່ວັນ (8 ຊົ່ວໂມງເຮັດວຽກ,8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ) ເປັນວັນທີ່ສະແດງເຖິງຄວາມສາມັກຄີ ແລະ ຄວາມເປັນເອກະພາບຂອງກຳລັງແຮງງານທົ່ວໂລກ ທີທີ່ຮ່ວມແຮງຮ່ວມໃຈກັນຕໍ່ຕ້ານການກົດຂີ່ຂູດຮີ ເປັນການເຕືອນໃຫ້ສັງຄົມ ແລະ ຜູ້ປະກອບການ ເຫັນຄວາມສຳຄັນຂອງການຄຸ້ມຄອງແຮງງານໃຫ້ມີຄວາມປອດໄພ, ມີຄ່າຈ້າງທີ່ຍຸດຕິທຳ ແລະ ມີສະຫວັດດີການທີ່ດີ.ເປັນໂອກາດໃນການທົບທວນ ແລະ ປັບປຸງກົດໝາຍວ່າດ້ວຍແຮງງານ ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດ ແລະ ຮັບປະກັນຊີວິດການເປັນຢູ່ຂອງກຳມະກອນໃຫ້ດີຂຶ້ນເລື້ອຍໆ.ວັນກຳມະກອນສາກົນ ບໍ່ແມ່ນພຽງແຕ່ວັນພັກການເທົ່ານັ້ນ, ແຕ່ແມ່ນວັນທີ່ມີຄວາມໝາຍເລິກເຊິ່ງໃນການ ຍົກສູງກຽດສັກສີຂອງຄວາມເປັນມະນຸດ ແລະ ການສ້າງຄວາມຍຸດຕິທຳໃນສັງຄົມຜ່ານການອອກແຮງງານ.ປະທານກຳມະບານແຂວງໄດ້ເວົ້າເຖິງຂະບວນການແຂ່ງຂັນ ແລະ ການຈັດຕັ້ງປະຕິບັດວຽກງານການແຂ່ງຂັນ “5 ເປັນເຈົ້າ” ຕິດພັນກັບວຽກງານວິຊາສະເພາະຂອງແຕ່ລະກົມກອງ.ການປະຕິບັດຄໍາຂວັນເຫຼົ່ານີ້ ບໍ່ແມ່ນພຽງແຕ່ການເວົ້າ, ແຕ່ຕ້ອງສະແດງອອກໃນ “ຜົນສຳເລັດຂອງໜ້າທີ່ວຽກງານ” ແລະ “ຊີວິດການເປັນຢູ່ທີ່ດີຂຶ້ນ” ຂອງຜູ້ອອກແຮງງານພາຍໃນແຂວງ
ທ່ານ ນາງ ຄອນສະໄໝ ຈະເລີນຜົນ ອຳນວຍການ ບໍລິສັດ ເຫຍື້ອຕຶກເບັດລາວ,ໄດ້ເວົ້າເຖິງປະຫວັດຄວາມເປັນມາ ແລະ ສະພາບລວມຂອງບໍລິສັດ ເຫຍື້ອຕຶກເບັດລາວ ແມ່ນໜຶ່ງໃນວິສາຫະກິດທີ່ດຳເນີນກິດຈະການຜະລິດ ແລະ ສົ່ງອອກອຸປະກອນຫາປາ (ເຫຍື້ອຕຶກເບັດ) ໂດຍມີການລົງທຶນຈາກຕ່າງປະເທດ. ບໍລິສັດໄດ້ເລີ່ມດຳເນີນການມາເປັນເວລາຫຼາຍປີ ແລເປັນແຫຼ່ງສ້າງວຽກເຮັດງານທຳທີ່ສຳຄັນໃຫ້ແກ່ປະຊາຊົນໃນທ້ອງຖິ່ນ, ໂດຍສະເພາະແມ່ນຊາວໜຸ່ມ ແລະ ແມ່ຍິງໃນເຂດເມືອງຫ້ວຍຊາຍ.ຈຳນວນກຳມະກອນແມ່ນມີທ່າອ່ຽງ ຫຼຸດລົງ ເຊິ່ງເກີດຈາກຫຼາຍປັດໄຈ:ທາງ ບໍລິສັດໄດ້ເອົາໃຈໃສ່ປະຕິບັດນະໂຍບາຍຕາມກົດໝາຍແຮງງານຂອງ ສປປ ລາວ ຢ່າງເຂັ້ມງວດ ເພື່ອຮັກສາແຮງງານໄວ້: ເນັ້ນໃສ່ການເຮັດວຽກທີ່ມີລະບຽບວິໄນ ແລະ ການປະຕິບັດໂມງເວລາຢ່າງເຄັ່ງຄັດ ເພື່ອຄວາມປອດໄພໃນໂຮງງານ. ພະນັກງານເພດຍິງມີສິດພັກເກີດລູກຕາມກົດໝາຍ .ສຳລັບໄລຍະທີ່ມີການເລັ່ງການຜະລິດ ບໍລິສັດມີນະໂຍບາຍຈ່າຍເງິນ OT ຕາມຊົ່ວໂມງເຮັດວຽກຕົວຈິງ ໂດຍຄິດໄລ່ຕາມອັດຕາສ່ວນທີ່ກົດໝາຍກຳນົດ ໃນມື້ປົກກະຕິ ຫຼື ໃນມື້ພັກ
ໂດຍ:ເງິນຫລົງ ຈິດພູວົງ
ແອດມິນ: ທອງຈັນ ວົງປັນຍາ



