ເມືອງເມິງ ປະກາດການແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳການ ແລະ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ວັນທີ 4 ພຶດສະພາ 2026 ນີ້ ຢູ່ທີ່ກອງບັນຊາການ ປກສ ເມືອງເມິງ ແຂວງບໍ່ແກ້ວ ໄດ້ປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ  ຄະນະກຳມະ ການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນເມິງ ໂດຍການເປັນປະທານຂອງສະຫາຍ ພັອ ແສງເພັດ ແສງມະນີ ກໍາມະການພັກແຂວງ,  ຫົວໜ້າການທະຫານກອງບັນຊາການ ປກຊ ແຂວງບໍ່ແກ້ວ ມີບັນດາຄະນະປະຈຳພັກເມືອງ, ຄະນະພັກ-ຄະນະບັນຊາ ສອງກອງບັນຊາການ ປກຊ-ປກສ, ຫົວໜ້າລັດວິສາຫະກິດພາຍໃນເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ນາຍ ແລະ ພົນທະຫານ, ນາຍ ແລະພົນຕໍາຫຼວດພາຍໃນກົມກອງເຂົ້າຮ່ວມ.

ສະຫາຍ ພັນເອກ ບຸນຈັນ ສີທະບູນ ຫົວໜ້າຫ້ອງການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ ສະບັບເລກທີ 15/ຄປກຊ-ຄປກສ.ບກ ວ່າດ້ວຍ ການແຕ່ງຕັ້ງປະທານ ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການປ້ອງກັນຊາດປ້ອງກັນຄວາມສະຫງົບ ເມືອງເມິງ ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ຕົກລົງ: ແຕ່ງຕັ້ງ: ສະຫາຍ ສີວິໄລ ສີແສນດີ ເປັນປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງເມິງ;  ສະຫາຍ ວັນນາ ຄໍາສີປະເສີດ ເປັນຮອງປະທານ; ສະຫາຍ ພັນໂທ ບຸນເພັດ ສິນໄຊຍະ ເປັນຮອງປະທານ-ທັງເປັນຜູ້ປະຈຳການ, ສະຫາຍ ພັນໂທ ຄໍາດີ ເກດພິນດາ ເປັນກຳມະການ ແລະ ສະຫາຍ ນິຍົມ ຄໍາພາ ເປັນກຳມະການ ຈາກນັ້ນ,ສະຫາຍ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງເມິງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄລຍະຜ່ານມາ, ໂດຍໄດ້ຮັບ ການຊີ້ນໍາໂດຍກົງຈາກສູນກາງ, ແຂວງ ເຮັດໃຫ້ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນເມືອງເມິງ ໄດ້ຮັບໝາກຜົນສູງ, ໄດ້ເຄື່ອນໄຫວວຽກງານຕາມພາລະບົົດບາດ, ສິດ, ໜ້າທີ່ ທີ່ໄດ້ກໍານົດ, ເຊິ່ງໄດ້ສຸມທຸກສະຕິບັນຍາ ແລະ ເຫື່ອແຮງ ເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືການພັດທະນາແຂວງບໍ່ແກ້ວ, ເຮັດໃຫ້ເມືອງເມິງມິຄວາມສະຫງົບປອດໄພໂດຍພຶ້ນຖານ ຜ່ານການເຄື່ອນໄຫວ ແລະເຮັດໜ້າທີ່ຢ່າງຕັ້ງໜ້າຂອງພວກເຮົາໃນໄລຍະຜ່ານມາ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນທົ່ວເມືອງໄດ້ຫຼຸດໜ້ອຍຖອຍລົງ ແລະ ເຮັດໃຫ້ສະພາບລວມ ກໍ່ຄືສັງຄົມມີຄວາມສະຫງົບປອດໄພ.

ໃນໂອກາດດ່ຽວກັນນີ້ສະຫາຍ ພັອ ແສງເພັດ ແສງມະນີ ກໍາມະການພັກແຂວງ, ຫົວໜ້າການທະຫານກອງບັນຊາການ ປກຊ ແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳຂອງເມືອງກໍ່ຄືຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງເມິງ ທີ່ໄດ້ນໍາພາ-ຊີ້ນຳ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ອັນໄດ້ ສ້າງພື້ນຖານໃຫ້ແກ່ຊີວິດການເປັນຢູ່; ພ້ອມທັງໄດ້ເນັ້ນໜັກໃຫ້ ສະຫາຍທີ່ຖືກແຕ່ງຕັ້ງເປັນປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງເມິງ ຕ້ອງເປັນເຈົ້າການນໍາພາ-ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ແລະຜັນຂະຫຍາຍແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ ສອດຫ້ອຍເຂົ້າໃນຂະບວນການການຕົວຈິງໃຫ້ກວ້າງຂວາງ ແລະ ເລິກເຊິງ, ພ້ອມທັງເປັນໃຈກາງປະສານສົມທົບສຸມທຸກກໍາລັງແຮງເຮັດໃຫ້ເມືອງເມິງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຮັບປະກັນການນໍາພາເດັດຂາດ, ໂດຍກົງຮອບດ້ານຂອງພັກ, ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີແບບແຜນທີທັນສະໄໝ, ຍົກສູງສະຕິກຽມພ້ອມສູ້ຮົບໃນທຸກພາວະ, ພົວພັນຮ່ວມມືຢ່າງຖືກຕ້ອງກັບຕ່າງປະເທດ, ເອົາໃຈໃສ່ຮັບປະກັນທາງດ້ານພະລາທິການ, ເຕັກນິກ ປັບປຸງຊີວິດການເປັນຢູ່ຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມໃຫ້ມີການພັດທະນາຂຶ້ນໄປເປັນກ້າວໆ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa