




ໃນທ້າຍອາທິດຜ່ານມານີ້, ຢູ່ທີ່ຫ້ອງປະຊຸມສາທາລະນະສຸກເມືອງປາກທາ ໄດ້ເປີດກອງປະຊຸມເພື່ອປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ມາດຕະຖານການດຳເນີນງານໃນການຊ່ວຍເຫຼືອຜູ້ທີ່ຖຶກຄວາມຮຸນແຮງ ແລະ ເສັ້ນທາງການສົ່ງກໍ່ລະນີທີ່ຖືກຄວາມຮຸນແຮງໃຫ້ໄດ້ຮັບການຊ່ວຍເຫຼືອທາງດ້ານສຸຂະພາບ ແລະ ການຊ່ວຍເຫຼືອທາງດ້ານສັງຄົມທີ່ທັນເວລາ, ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີບັນດາພາກສ່ວນທີ່ກ້ຽວຂ້ອງຂອງແຂງ, ເມືອງ ເຂົ້າຮ່ວມ.
ກອງປະຊຸມຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງ ການນຳສະເໜີຄວາມຄືບໜ້າຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ເປັນຕົ້ນ: ຄວາມຄືບໜ້າກ່ຽວກັບຄວາມຮຸນແຮງເປັນເທື່ອລະກໍລະນີ ແລະ ແຜນການຊ່ວຍເຫຼືອຕໍ່ໜ້າຂອງແຕ່ລະກໍລະນີ, ຜົນການຈັດຕັ້ງປະຕິບັດກິດຈະກຳ ປະຈຳໄຕມາດ 1-3 ຂອງໂຄງການ, ສິງທ້າທ້າຍ ແລະ ວິທີການແກ້ໄຂ ແລະ ນຳສະເໜີແຜນການ ການໃຫ້ຄຳປຶກສາຄູ່ຮັກກ່ອນແຕ່ງງານ ແລະ ການບໍລິການທີເປັນມິດປິດໍ່ຫຫຼັບຕໍ່ໄວໜຸ່ມ ພ້ອມທັງການນຳໃຊ້ຢາຄຸມກຳເນີດດ້ວຍຕົນເອງ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເປັນບ່ອນອີ່ງໃຫ້ແກ່ການຈັດຕັ້ງເຄື່ອນໄຫວວຽກງານໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ ແລະ ເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ເປັນລະບົບຖືກຕ້ອງ ແລະ ມີປະສິດທິຜົນ ແນ່ໃສ່ໃນການປົກປ້ອງສິດ ແລະ ຜົນປະໂຫຍດ, ຊີວິດ, ສຸຂະພາບ, ກຽດສັກສີ, ເສລິພາບຂອງພົນລະເມືອງ, ຮີດຄອງປະເພນີອັນດີງາມຂອງຊາດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ພາບ-ຂ່າວ: ວັນນະເດດ



