ໃນທ້າຍອາທິດຜ່ານມານີ້, ທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ພ້ອມດ້ວຍຄະນະນຳຂອງເມືອງ ໄດ້ຕ້ອນຮັບການເດີນທາງມາພົບປະແລກປ່ຽນບົດຮຽນຢູ່ເມືອງຫ້ວຍຊາຍ ນໍາໂດຍທ່ານ ສຸລະເສດ ພຸ້ຍນ້ອຍ ນາຍອໍາເພີຊຽງຂອງພ້ອມດ້ວຍຄະນະ ເປັນກຽດເຂົ້າຮ່ວມຂອງ ທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ ເລຂາພັກເມືອງຫ້ວຍຊາຍ, ພາຍໃຕ້ຫົວຂໍ້ ສ້າງຄວາມສໍາພັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນໃນພື້ນທີ່ຊາຍແດນ ເມືອງຫ້ວຍຊາຍ ກັບ ອໍາເພີຊຽງຂອງ, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການຂອງເມືອງຫ້ວຍຊາຍ.
ທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ໄດ້ລາຍງານຈຸດປະສົງເພື່ອເປັນການປຶກສາຫາລື ແລະ ແລກປ່ຽນຂໍ້ມູນ ເຊິ່ງຫົວຂໍ້ທີ່ປຶກສາຫາລືຮ່ວມກັນພາຍໃຕ້ຫົວຂໍ້ ສ້າງຄວາມສໍາພັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນໃນພື້ນທີ່ຊາຍແດນ, ຮ່ວມມືເພື່ອປົກປ້ອງບັນຫາການຄ້າມະນຸດ, ການລັກລອບຂົນຢາເສບຕິດຂ້າມແດນດ ການເຂົ້າອອກເມືອງຜິດກົດໝາຍ, ເມືອງຫ້ວຍຊາຍເປັນເມືອງໃຈກາງເທດສະບານຂອງແຂວງ ແລະ ເປັນເມືອງໜ້າດ່ານ ເຊິ່ງມີດ່ານເຂົ້າ-ອອກ ລະຫວ່າງ ສປປ ລາວ ກັບ ຣາຊະອານະຈັກໄທ ເຖິງ 3 ດ່ານຄື: ດ່ານສາກົນຂົວມິດຕະພາບ IV, ດ່ານທ້ອງຖິ່ນ ຂອນແກ້ວ-ຫົວວຽງ ແລະ ດ່ານປະເພນີ ດ່ານຖິ່ນ-ແຈ່ມປ່ອງ, ເມືອງຫ້ວຍຊາຍຕັ້ງຢູ່ລຽບແມ່ນໍ້າຂອງເຊິ່ງໜ້າກັບ ອໍາເພີຊຽງຂອງ ແລະ ອໍາເພີວຽງແກ່ນ ມີຄວາມຍາວເຖິງ 43.10 ກິໂລ ແມັດ; ໃນນີ້ມີ 17 ບ້ານທີ່ມີຊານແດນເຊິ່ງໜ້າກັບອໍາເພີຊຽງຂອງ ເຊິ່ງພື້ນທີ່ສ່ວນໃຫຍ່ແມ່ນເປັນພື້ນທີ່ທາງທໍາມະຊາດ ແລະ ເນື່ອງຈາກສະພາບ ແລະ ຈຸດພິເສດດັ່ງກ່າວ ໃນໄລຍະຜ່ານມາເມືອງຫ້ວຍຊາຍພວກເຮົາ ແມ່ນໄດ້ພົບກັບສະພາບທີ່ຫຍຸ້ງຍາກບໍ່ນ້ອຍ ຕໍ່ບັນຫາຄວາມບໍ່ສະຫງົບຕາມພື້ນທີ່ຊາຍແດນ ໂດຍບັນຫາທີ່ພົ້ນເດັ່ນ ກໍແມ່ນບັນຫາການລັກລອບນໍາເຂົ້າສິນຄ້າທີ່ບໍ່ຖືກຕ້ອງຕາມຊາຍແດນ, ການລັກລອບເຂົ້າ-ອອກເມືອງຜິດກົດໝາຍ; ຕໍ່ກັບບັນຫາການຄ້າຂາຍຢາເສບຕິດ ໃນເຂດພື້ນທີ່ຊາຍແດນ ລະຫວ່າງ ເມືອງຫ້ວຍຊາຍ ກັບ ອໍາເພີຊຽງຂອງ ໃນໄລຍະຜ່ານມາເຈົ້າໜ້າທີ່ທັງ 2 ເມືອງ ກໍ່ຄື 2 ແຂວງ ໄດ້ເອົາໃຈໃສ່ກວດກາຢ່າງເຂັ້ມງວດ ແລະ ສາມາດສະກັດກັ້ນ ບໍ່ໃຫ້ມີການຂົນສົ່ງ ຫຼື ລໍາລຽງຢາເສບຕິດຜ່ານພື້ນທີ່ຊາຍແດນ, ຈາກນັ້ນ ທ່ານ ສຸລະເສດ ພຸ້ຍນ້ອຍ ນາຍອໍາເພີຊຽງຂອງກໍ່ໄດ້ມີຄໍາເຫັນແລກປ່ຽນ, ການປຶກສາຫາລືຮ່ວມກັນ ເຊິ່ງບັນດາຂໍ້ມູນຕ່າງໆເຫຼົ່ານັ້ນ ແມ່ນມີຄວາມສໍາຄັນຫຼາຍ ເຊິ່ງຈະເປັນແນວທາງ ແລະ ຂໍ້ມູນອັນດີໃຫ້ແກ່ເຈົ້າໜ້າທີ່ທັງ 2 ເມືອງພວກເຮົາ ສືບຕໍ່ນໍາໄປປຶກສາຫາລືຮ່ວມກັນ ເພື່ອຫາວິທີປ້ອງກັນ ແລະ ແກ້ໄຂໃນຕໍ່ໜ້າ, ບົນພື້ນຖານຄວາມຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ກໍ່ຄື ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ອໍາເພີຊຽງຂອງ ຈັງຫວັດຊຽງຮາຍ, ພ້ອມດຽວກັນນີ້ແຂກແຕ່ລະພາກສ່ວນກໍ່ໄດ້ປ່ຽນກັນປະກອບຄໍາຄິດຄໍາເຫັນແລກປ່ຽນເຊີ່ງກັນ ແລະ ກັນ, ຈາກນັ້ນ, ການນໍາທັງສອງເມືອງກໍ່ໄດ້ມອບຂອງຂວັນທີ່ລະນຶກເຊີ່ງກັນ ແລະ ກັນ ພ້ອມດຽວກັນນີ້ບັນດາແຂກຜູ້ແທນທັງ 2 ເມືອງໄດ້ເຂົ້າຮ່ວມກິດຈະກໍາແຂ່ງຂັນກິລາບານເຕະຟຸດຊໍ ຊາຍ ມິດຕະພາບ ລະຫວ່າງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ເມືອງຊຽງຂອງ ແຂວງຊຽງຮາຍ ຢູ່ເດີນກິລາບານເຕະສຸພັດຕາການແຂ່ງຂັນນັກກິລາມິດຕະພາບດ້ວຍບັນຍາກາດເປັນຂະບວນການຟົດຟື້ນ ແລະ ຮັບຊົມການສະແດງສິລະປະວັນນະຄະດີ ດ້ວຍບັນຍາກາດອັນອົບອຸ່ນ.









ພາບຂ່າວ: ບຸນຈັນ ບຸນປັນຍາ



