ປະກາດຮັບຮອງເອົາ 2 ບ້ານທີ່ຂຶ້ນກັບເມືອງຜາອຸດົມ ເປັນບ້ານປ້ອງກັນຊາດເຂັ້ມແຂງ.

ພິທີປະກາດຮັບຮອງເອົາບ້ານ ຫາດລີ່ ແລະບ້ານສີດອນໄຈ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຂອງ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 30 ເມ ສາ 2026 ນີ້, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີ ສະຫາຍ ພັນໂທ ບຸນສີ ທອງສະໄຫວ ປະທານຄະນະກຳມະການປົກ ຄອງເມືອງ ຮອງປະທານ ປກຊ-ປກສ ເມືອງຜາອຸດົມ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງຜາອຸດົມ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ, ຕະ ຫຼອດຮອດອຳນາດການປົກຄອງ ແລະ ປະຊາຊົນພາຍໃນ 2 ບ້ານເຂົ້າຮ່ວມ.

ສະຫາຍ ພັນໂທ ພອນສະຫວັນ ຈິດອຳໄພ ຫົວໜ້າການເມືອງກອງບັນຊາການທະຫານເມືອງຜາອຸດົມ ຕາງໜ້າໃຫ້ 2 ບ້ານ ຜ່ານບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຕະຫຼອດໄລຍະຜ່ານມາວ່າ: ອຳນາດການປົກຄອງແຕ່ລະບ້ານໄດ້ມີການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງດໍາເນີນແຜນການສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ ນຳພາແນວຄິດເປັນກົກໂດຍການນຳເອົາມະຕິຄຳສັ່ງຕ່າງໆຂອງພັກ, ກົດໝາຍຂອງລັດ, ເອກະສານກ່ຽວກັບວຽກງານປ້ອງກັນຊາດ ມາຈັດຕັ້ງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມສະດຸ້ງໄວຕື່ນຕົວປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດຢ່າງຕັ້ງໜ້າ, ເປັນເຈົ້າການຕິດຕາມສະພາບກຸ່ມຄົນທີ່ບໍ່ຫວັງດີພາຍໃນບ້ານ ແລະ ຂອບເຂດຂອງຕົນຮັບຜິດຊອບ ແລະ ສາມາດແກ້ໄຂສະພາບໄດ້ທັນເວລາ. ບ້ານ ຫາດລີ່ ແລະ ບ້ານ ສີດອນໄຈ ມີລະບົບການຈັດຕັ້ງຄົບຊຸດ, ມີທ່າແຮງບົ່ມຊ້ອນຫຼາຍດ້ານທີ່ເປັນເງື່ອນໄຂຂໍ້ສະດວກໃນການພັດທະນາເສດຖະກິດ-ສັງຄົມເຮັດໃຫ້ບ້ານໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເຮັດໃຫ້ຄອບຄົວຫຼຸດພົ້ນ ອອກຈາກຄວາມທຸກຍາກ. ຜ່ານການລົງເກັບກໍາຂໍ້ມູນ ແລະ ປະເມີນຜົນຂອງໜ່ວຍງານທີ່ກ່ຽວຂ້ອງເຫັນວ່າ: ທັງ 2 ບ້ານ ສາມາດປະຕິບັດໄດ້ຕາມມາດຖານເງື່ອນໄຂກວມເອົາ 95%, ຈາກຜົນສຳເລັດດັ່ງກ່າວສາມາດຮັບຮອງເອົາ 2 ບ້ານທີ່ຂຶ້ນກັບເມືອງຜາອຸດົມ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ເປັນບ້ານທີ 06, 07 ຂອງເມືອງຜາອຸດົມ ແລະ ບ້ານທີ 56, 57 ຂອງແຂວງບໍ່ແກ້ວ ພ້ອມທັງມອບໃບຢັ້ງຢືນໃຫ້ແກ່ ຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຢ່າງສົມກຽດ.

ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ກໍໄດ້ໃຫ້ການໂອ້ລົມຕໍ່ພິທີ ເຊິ່ງ ສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສຳເລັດຫຼາຍດ້ານທີ່ອໍານາດການປົກຄອງ ແລະ ປະຊາຊົນທັງ 2 ບ້ານໄດ້ພ້ອມກັນສູ້ຊົນຜ່ານຜ່າຈົນປະສົບຜົນສໍາເລັດໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຕາມທິດຊີ້ນໍາຂອງຂັ້ນເທິງ ແລະ ຮຽກຮ້ອງໃຫ້ແຕ່ລະບ້ານສືບຕໍ່ຮັກສາມູນເຊື້ອ, ຕັ້ງໜ້າປະກອບສ່ວນເຂົ້າຮ່ວມເຄື່ອນໄຫວເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາບ້ານຊ່ອງຂອງຕົນໃຫ້ມີຄວາມສະຫງົບ ແລະ ມີການພັດທະນານັບມື້ດີຂຶ້ນ. ໃນຕອນທ້າຍ ຍັງໄດ້ ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນອີກດ້ວຍ.

#ໂດຍ: ພາກ ສຸທິປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa