ສໍາເລັດການເຊັນສັນຍາ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມຂອງ ຈຳນວນ 2 ໂຄງການ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ເຊັນສັນຍາ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແຄມຂອງ ຈຳນວນ 2 ໂຄງການ ພິທີ ແມ່ນໄດ້ຈັດຂຶ້ນ ໃນຕອນບ່າຍວັນທີ 30 ເມສາ  2026 ນິ້.ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວ.ໃຫ້ກຽດເຂົ້າຮ່ວມມີ ທ່ານ ພົ.ຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ,ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ທ່ານ ວົງເພັດ ສຸຂະວົງ ກຳມະການພັກແຂວງ ຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ມີອຳນວຍການ ບໍລິສັດ ຜູ້ຮັບເໝົາກໍ່ສ້າງ, ຄະຮັບຜິດຊອບ, ຫົວໜ້າພະແນກການ ແລະ ພະນັກງານວີຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລັງສີ ລໍມີໄຊ  ຫົວໜ້າ ຂະແໜງງງງທາງນໍ້າ ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ເລກທີ 181 ແລະ ເລກທີ 180/ຄປຂ,ບກ, ວ່າດ້ວຍການເຫັນດີ ຮັບຮອງເອົາ ບໍລິສັດ ພີເອັສຊີ ກຮຸບ ຈໍາກັດຜູ້ດຽວທີ່ຊະນະການປະມູນ, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແບບລຽງຫີນຕາມເນີນ(ແຄມແມ່ນໍ້າຂອງ)ເມືອງຫ້ວຍຊາຍ ຈຸດກອງຂົວມິດຕະພາບ ລາວ-ໄທ ແຫ່ງທີ່ 04 ຫາບ້ານດ່ານຖິ່ນ ໃນຊ່ວງທີ 01,ມີຄວາມຍາວຍາວ 2,250 ແມັດ, ມູນຄ່າ 290,306,300,000 ກີບ, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແບບລຽງຫີນ ໃນຊ່ວງທີ 2 ມີຄວາມຍາວ 2,250 ແມັດ, ມູນຄ່າ 265,593,120,000 ກີບ,ຕາມແຜນລົງທຶນຂອງລັດປະຈໍາປີ 2026 ຂອງແຂວງບໍ່ແກ້ວ,ເປັນໂຄງການບຸລິມະສິດຂອງລັດຖະບານ ເປົ້າໝາຍທີ່ 5 ໃນການຈັດສັນໃຫ້ບັນດາໂຄງການແກ້ໄຂຍຸດທະສາດຊາດແດນ,ປ້ອງກັນຕາຝັ່ງເຈື່ອນ ແລະ ໄພພິບັດ ແລະ  ຕ່າງໜ້າອົງການປົກຄອງແຂວງບໍ່ແກ້ວ ເຊັນສັນຍາ.ໂດຍແມ່ນ ທ່ານ ວົງເພັດ ສຸຂະວົງ ກຳມະການພັກແຂວງ  ຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວ.ຮ່ວມກັບ ທ່ານ ສີວິໄຊ ພົນທະຈັກ ອຳນວຍການ ບໍລິສັດ ພີເອັສຊີ ກຮຸບ ຈໍາກັດຜູ້ດຽວ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ພົ.ຈວ ສຸກພະຈັນ ສີລາເພັດ ຮອງເລາພັກແຂວງ,ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ແລະ ບັນດາທ່ານແຂກ.ເມື່ອໂຄງການນີ້ສຳເລັດແລ້ວ ມັນຈະຊ່ວຍສ້າງຄວາມໝັ້ນຄົງໃຫ້ແກ່ເນື້ອທີ່ທຳການຜະລິດ ແລະ ເຮືອນຊານຂອງປະຊາຊົນຢູ່ ແຄມຂອງ ເມືອງຫ້ວຍຊາຍ, ຍົກລະດັບພື້ນຖານໂຄງລ່າງໃຫ້ເຂັ້ມແຂງ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ການລົງທຶນໃນພື້ນທີ່ແຄມແມ່ນ້ຳຂອງໃນຕໍ່ໜ້າ.

ໃນ ພິທີ ດຽວກັນໄດ້ສືບຕໍ່ ເຊັນສັນຍາ ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານກ້ອນຕື່ນ ຫາ ບ້ານດົງ ຫາ ບ້ານ ຈຽງຕອງ,ເມືອງປາກທາ,ແຂວງບໍ່ແກ້ວ,ໜ້າທາງກວ້າງ 8 ແມັດ,ມີຄວາມຍາວ 17 ກິໂລແມັດ,ໄລຍະການປະຕິບັດໜ້າວຽກແມ່ນ 36 ເດືອນ,ໃນມູນຄ່າການກໍ່ສ້າງທັງໝົດ 117,347,420,000 ກີບ(ໜຶ່ງຮ້ອຍສິບເຈັດຕື້ ສາມຮ້ອຍສີ່ສິບເຈັດລ້ານ ສີ່ແສນຊາວພັນກີບ) ຕາມແຜນລົງທຶນຂອງລັດ ປີ 2026,.ທ່ານ ສີວິໄຊ ພົນທະຈັກ ອຳນວຍການ ບໍລິສັດ ພີເອັສຊີ ກຮຸບ ຈໍາກັດຜູ້ດຽວ,ໄດ້ມີຄໍາເຫັນຈະເອົາໃຈໃສ່ສຸມທຸກສະຕິປັນຍາ ແລະ ກຳລັງແຮງ ເຂົ້າໃນການກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນແຄມຂອງ ແລະ ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ໃຫ້ດຳເນີນໄປຢ່າງຕໍ່ເນື່ອງ.ຢ່າງເຕັມຂີດຄວາມສາມາດ ເຮັດໃຫ້ທັງສອງໂຄງການສຳເລັດລົງຕາມກຳນົດເວລາທີ່ໄດ້ລະບຸໄວ້ໃນສັນຍາ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງຂອງແຂວງໃຫ້ມີຄວາມເຂັ້ມແຂງ.

ໂອກາດນິ້.ທ່ານ ພົ.ຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ,ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ,ໄດ້ມີຄຳເຫັນເນັ້ນໜັກ ແລະ ໃຫ້ທິດຊີ້ນຳແກ່ບໍລິສັດຜູ້ຮັບເໝົາ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດການກໍ່ສ້າງໃຫ້ສຳເລັດຕາມກຳນົດເວລາທີ່ໄດ້ລະບຸໄວ້ໃນສັນຍາຢ່າງເຂັ້ມງວດ.ການກໍ່ສ້າງຕ້ອງເນັ້ນໃສ່ຄຸນນະພາບຂອງວັດສະດຸ ແລະ ເຕັກນິກການກໍ່ສ້າງໃຫ້ໄດ້ມາດຕະຖານຕາມແບບຜັງທີ່ກຳນົດ ເພື່ອໃຫ້ໂຄງການມີຄວາມທົນທານໃນໄລຍະຍາວແລະ ຮຽກຮ້ອງໃຫ້ບໍລິສັດຕ້ອງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງຢ່າງໃກ້ຊິດ ເພື່ອໃຫ້ການດຳເນີນງານເປັນໄປຢ່າງຮາບລື່ນ.ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນໃນຄັ້ງນີ້ ຈະເປັນການຍົກລະດັບຄວາມປອດໄພໃຫ້ແກ່ປະຊາຊົນທີ່ອາໄສຢູ່ບໍລິເວນແຄມນ້ຳ, ທັງເປັນການປັບປຸງທັດສະນີຍະພາບຂອງແຂວງໃຫ້ມີຄວາມສວຍງາມ ແລະ ມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂຶ້ນ.

#ໂດຍ: ເງິນຫຼົງ ຈິດພູວົງ

#ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa