ໃນຕອນເຊົ້າຂອງວັນທີ 30 ເມສາ 2026 ນີ້. ຢູທີ່ສະໂມສອນຫ້ອງວ່າການ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ມີ ພິທີ ປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງວັນກໍາມະກອນສາກົນ ຄົບຮອບ 140 ປີ ໂດຍການເປັນປະທານຂອງທ່ານ ບຸນເລື່ອນ ສິດສົມພູ ຄະນະປະຈໍາພັກເມືອງ ຄະນະບໍລິຫານງານແນວລາວສ້າງຊາດແຂວງ ປະທານແນວລາວສ້າງຊາດເມືອງ, ເປັນກຽດເຂົ້າຮ່ວມພິທີ ມີຄະນະປະຈໍາພັກ-ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການທະຫານ-ຕໍາຫຼວດ, ກອງພັນໃຫຍ່ 302, ອາດີດປະທານສະຫະພັນກໍາມະບານເມືອງ ຕະຫຼອດຮອດສະມາຊິກກໍາມະບານອ້ອມຂ້າງເມືອງເຂົ້າຮ່ວມ.
ພິທີ ທ່ານ ບຸນເລື່ອນ ສິດສົມພູ ປະທານແນວລາວສ້າງຊາດເມືອງ ໄດ້ເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນສ້າງຕັ້ງວັນກໍາມະກອນສາກົນ ຄົບຮອບ 140 ປີ ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ: ໃນທ້າຍສັດຕະວັດທີ XVIII ຫາຕົ້ນສັດຕະວັດທີ XIX ຫຼາຍປະເທດໃນທະວີບເອີລົບ ແລະອາເມລິກາໄດ້ໂຄ້ນ ລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນ ແທນ ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການຕອບສະໜອງທາງດ້ານ ວັດຖຸສິ່ງຂອງຕ່າງໆເຂົ້າໃນການຮັບໃຊ້ເຂົ້າໃນຊີວິດປະຈໍາວັນນັບມືສູງຂຶ້ນ, ໃນເວລານັ້ນ, ຍັງມີ ຫຼາຍປະເທດບໍ່ທັນສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ , ຈຶ່ງໄດ້ນໍາພາປະເທດຂອງຕົນກ້າວເຂົ້າສູ່ການ ຜະລິດແບບອຸດສາຫະກຳ, ສ້າງໂຮງຈັກ, ໂຮງງານຂຶ້ນຫຼາຍແຫ່ງ ຈາກນັ້ນຈໍານວນກຳມະກອນກໍ່ມີການເຕີບໃຫຍ່ຂະຫຍາຍຕົວ ໄປພ້ອມໆກັບການຂະຫຍາຍຕົວຂອງການຜະລິດໃນສັງຄົມ, ຈຶ່ງກາຍເປັນປະເທດ ນາຍທຶນຈົນເຖິງປັດຈຸບັນພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນໄດ້ຖືກກົດຂີ່ຂູດຮີດ ນັບມື້ຍິ່ງໜັກໜ່ວງ ນາຍທຶນນັບມື້ເພີ່ມທະວີການບັງຄັບ, ຂົ່ມເຫັງໃຫ້ກຳມະກອນອອກແຮງງານໂດຍ ບໍ່ ມີເວລາພັກຜ່ອນມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ການອອກແຮງງານໜັກແຕ່ຄ່າແຮງງານພັດຕໍ່າ, ການປ້ອງກັນສຸຂະພາບ ແລະຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ, ບໍ່ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບ ຮຸນແຮງ, ຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານຈໍາເປັນຈຶ່ງໄດ້ຈັດຕັ້ງກັນເປັນກຸ່ມ, ເປັນຂະບວນລຸກຮື້ຂຶ້ນຕ້ອງສູ້ ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ ໃນວັນທີ 1 ພຶດສະພາ 1886 ໃນປະເທດອາເມລິກາ ຢູ່ຕົວເມືອງຊິກາໂກເປັນຄັ້ງທໍາ ອິດທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ໂດຍ ເອົາເນື້ອໃນ ຂອງຖະແຫຼງການ, ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ ເຊັນ: 8 ຊົ່ວໂມງ ຕ້ອງພັກຜອ່ນ, 8 ຊົ່ວໂມງເຮັດວຽກ ແລະ 8 ຊົ່ວໂມງ ຕອ້ງໄດ້ຮໍ່າຮຽນ ໃນມື້ນັ້ນໄດ້ມີກໍາມະກອນນັດຢຸດງານເຖິງ 5.000 ແຫ່ງ ໃນຕົວເມືອງ ໃຫຍ່ຂອງ ປະເທດສະຫະລັດອາເມລິກາ ເຊັ່ນ: ຊີກາໂກ, ວໍຊິງຕັນ, ນິວຢອກ, ບາຕີມ ແລະເມືອງອື່ນໆ, ມີຜູ້ເຂົ້າຮວ່ມເຖິງ 3 ແສນ 4 ໝື່ນຄົນ. ໄດ້ຮຽກຮ້ອງ ແລະບັງຄັບໃຫ້ ນາຍທຶນຕ້ອງຮັບຮອງເອົາສິດ ໃນການເຮັດວຽກຂອງກຳມະກອນ ໃນມື້ໜຶ່ງ 8 ຊົ່ວ ໂມງ. ໃນຂະບວນການດັ່ງກ່າວພວກນາຍທຶນສົມທົບກັບເຈົ້າໜ້າທີ່ໄດ້ຍິງປືນກວາດ ໃສ່ຂະບວນການປະທ້ວງເຮັດໃຫ້ມີຄົນຕາຍ 9 ຄົນການ ຕໍ່ສູ້ຂອງກຳມະກອນໃນທົ່ວໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສໍາຄັນ ໃຫຍ່ຫຼວງຂອງຊົນຊັ້ນກຳມະກອນໃນຂະບວນການ ຕໍ່ສູ້ເພື່ອປົກປ້ອງສິດທິ ແລະຜົນປະໂຫຍດອັນຊອບທຳຂອງຕົນ ຕໍ່ໜ້າສະພາບການຄື ແນວນັ້ນ, ວັນທີ 14 ກໍລະກົດ ປີ1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ (ປະເທດຝັ່ຣງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ, ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ ເອີຣົບ, ອາເມລິກາ ແລະ ອາກຊັງຕິນ , ທີ່ປະຊຸມໄດ້ຜ່ານໂຄງການດໍາເນີນງານສໍາຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ ແມ່ນ ທວງເອົາສິດ ແລະຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ແລະ ລັດເຊຍໂດຍໂຄ່ນລົ້ມ ລະບອບນາຍທຶນ ເພື່ອປະຕິບັດຄໍາຂັວນ ” ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນ ກໍາມະກອນສາກົນ “, ນັບແຕ່ນັ້ນມາ “ວັນທີ 1 ພຶດສະພາ ຂອງທກຸໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນ ຊັ້ນ ກຳມະກອນໃນທົ່ວໂລກ “.








ພາບ-ຂ່າວ: ໂສພາ ທິບພະວົງ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ. 30.4.2026.
ແອດມິນ: ທອງຈັນ ວົງປັນຍາ.



