ວັນທີ 30 ເມສາ 2026 ນີ້, ທີ່ສະໂມສອນເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາເພື່ອຫວນຄືນມູນເຊື້ອ ວັນກຳມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886 – 1 ພຶດສະພາ 2026) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງທ່ານ ນາງ ຈັກສຸກ ວັນນະວົງ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານແນວລາວສ້າງຊາດເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການທະຫານ-ຕຳຫຼວດ, ພະນັກງານ-ລັດຖະກອນ, ຕະຫຼອດຮອດສະມາຊິກກຳມະບານອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານນາງ ຈັກສຸກ ວັນນະວົງ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ, ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫລງການ, ກອງປະຊຸມຕ່າງໆກ່ຽວກັບກຳມະກອນ, ຜູ້ອອກແຮງງານໃນພາກພື້ນ ແລະສາກົນ, ຂະບວນການຕໍ່ສູ້, ຄວາມຮຽກຮ້ອງຕ້ອງການຂອງກໍາມະກອນສາກົນ, ກຳມະກອນລາວໃນຍຸກປັດຈຸບັນ ແລະ ການປະກອບສ່ວນໃນພາລະກິດປະຕິວັດຂອງກຳມະກອນລາວ; ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງກຳມະກອນສາກົນ ໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນເຖິງຊົນຊັ້ນກໍາມະກອນແມ່ນພື້ນຖານແຫ່ງການກໍາເນີດເກີດຂຶ້ນ, ແມ່ນການຄົງຕົວ ແລະຂະຫຍາຍຕົວຂອງສັງຄົມມະນຸດ, ທັງແມ່ນປັດໄຈພື້ນຖານເພື່ອຍົກໃຫ້ເຫັນບົດບາດ ຂອງການຈັດຕັ້ງກໍາມະບານ ກັບ ບັນດາການຈັດຕັ້ງອື່ນໆໃນລະບົບການເມືອງ, ເຊິ່ງສະແດງໃຫ້ເຫັນຄຸນລັກສະນະອັນດີເລີດຄື: ຊົນຊັ້ນກຳມະກອນເປັນຊົນຊັ້ນທີ່ມີນ້ຳໃຈຮັກຊາດຢ່າງແທ້ຈິງ, ມີນ້ຳໃຈສາກົນກຳມະຊີບອັນຜ່ອງໃສ, ເປັນຊົນຊັ້ນທີ່ມີມານະຈິດປະຕິວັດອັນສູງສົ່ງ, ມີຄວາມຕື່ນຕົວຕໍ່ສູ້ດ້ວຍຄວາມເດັດດ່ຽວ, ກ້າຫານບໍ່ຍອມຈຳນົນ, ມີສະຕິຕໍ່ການຈັດຕັ້ງ ແລະມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ, ຮັກອາຊີບຂອງຕົນ; ມີຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດບໍ່ຟູມເຟືອຍ, ບໍ່ສໍ້ໂກງ, ບໍ່ໂລບມາກໂລພາ, ມີແນວຄິດເອື້ອເຟື້ອເພື່ອແຜ່, ມີຄວາມສາມັກຄີປອງ ດອງຊ່ວຍເຫລືອເຊິ່ງກັນ ແລະກັນ, ມີຫົວຄິດປະດິດສ້າງ, ເປັນເຈົ້າຕົນເອງ, ບໍ່ເອື່ອຍອີງໃສ່ຄົນອື່ນ, ກ້າຄິດ, ກ້າເຮັດ ແລະກ້າຮັບຜິດຊອບ, ພັດທະນາຕົນເອງ ທາງດ້ານເຕັກນິກວິທະຍາສາດທີ່ມີການຂະຫຍາຍຕົວ ໃນແຕ່ລະໄລຍະ ຕິດພັນກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.




ພາບ-ຂ່າວ: ວັນນະເດດ
ກວດແກ້:ບຸນເພັງ ທຸມມະວົງ



