ເນື່ອງໃນໂອກາດຄົບຮອບ 140ປີ ວັນກຳມະກອນສາກົນ 1 ພຶດສະພາ ທີ່ຈະມາເຖິງນີ້ ບັນດາອົງການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງກໍໄດ້ຈັດພິທີປາຖະກາຖາເພື່ອຫວນຄືນມູນເຊື້ອ ແລະປະຫວັດການຕໍ່ສູ້ຂອງຊົນຊັ້ນກຳມະກອນທົ່ວໂລກ ເພື່ອເຊີດຊູນ້ຳໃຈເສຍສະລະຂອງແຮງງານທີ່ໄດ້ມີສ່ວນ ຮ່ວມສ້າງສາ ແລະພັດທະນາສັງຄົມ.
ໃນວັນທີ 29 ເມສາ 2026 ນີ້, ຢູ່ທີ່ສະໂມສອນເມືອງ ໄດ້ດຳເນີນໄປຢ່າງສົມກຽດ ໂດຍມີການນຳຂອງເມືອງ ແລະ ພະນັກງານສະມາຊິກກໍາມະບານອ້ອມຂ້າງເມືອງເຂົ້າຮ່ວມ.
ໃນພິທີປາຖະກາຖາ ທ່ານ ສີວິໄລ ສີແສນດີ ໄດ້ຫວນຄືນມູນເຊື້ອການກໍາເນີດວັນກໍາມະກອນສາກົນ ທີ່ເກີດຈາກການຕໍ່ສູ້ເພື່ອສິດ ແລະ ຜົນປະໂຫຍດຂອງແຮງງານໃນການຮຽກຮ້ອງໃຫ້ຫຼຸດເວລາເຮັດວຽກ ແລະ ປັບປຸງສະພາບການຈ້າງງານໃຫ້ດີຂຶ້ນ; ໃນວັນທີ 1 ພຶດສະພາ 1886 ເປັນຂະບວນການຕໍ່ສູ້ເພື່ອທວງສິດ ແລະ ຜົນປະໂຫຍດ ຂອງຊົນຊັ້ນກຳມະກອນ ຢູ່ບັນດາປະເທດທຶນ ນິຍົມໃນທົ່ວໂລກ. ພາຍໃຕ້ການປົກຄອງຂອງພວກນາຍ ທຶນ ໃນເວລານັ້ນ ຊົນຊັ້ນກຳມະກອນ ຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ ພວກເຂົາໃຫ້ກໍາມະກອນອອກແຮງງານສຸດທີ່ລຳບາກ, ມີຄວາມສ່ຽງສູງຕໍ່ຊີວິດ, ບໍ່ມີເວລາພັກຜ່ອນ ແລະ ເຮັດວຽກມື້ໜຶ່ງ 14-15 ຊົ່ວໂມງ ແຕ່ໄດ້ຮັບຄ່າແຮງ ງານຕ່ຳ, ບໍ່ມີລະບົບປະກັນສຸຂະພາບ, ໃນສະຖານທີ່ເຮັດວຽກບໍ່ມີຄວາມປອດໄພ, ບໍ່ເອົາໃຈໃສ່ດ້ານສະຫັວດດີການ-ສັງຄົມ ເພາະນາຍທຶນເຫັນແກ່ການກອບໂກຍເອົາຜົນປະໂຫຍດກຳໄລຈາກການຜະລິດ ແຕ່ບໍ່ໄດ້ເຫັນຄຸນຄ່າຂອງກຳມະກອນ ທີ່ເປັນຜູ້ອອກແຮງງານຢ່າງໜັກ ຈຶ່ງພາໃຫ້ເກີດຂໍ້ຂັດແຍ່ງລະຫວ່າງກຳມະກອນ ແລະ ນາຍທຶນ ນັບມື້ທະວີຄວາມຮຸນແຮງ ຈົນກ້າວໄປສູ່ຂະບວນການລຸກຮືຂຶ້ນຕໍ່ສູ້ຄັ້ງທຳອິດ ຂອງຊົນຊັ້ນກຳມະກອນ ຢູ່ທີ່ປະເທດອັງກິດ ໃນປີ 1764 ພ້ອມທັງຈັດຕັ້ງອົງການກຳມະບານຂຶ້ນ ເພື່ອເປັນຕົວແທນນຳພາປົກປ້ອງສິດ, ຜົນປະໂຫຍດຂອງຕົນ. #ວັນທີ 1 ພຶດສະພາ 1886 ເປັນເທື່ອທໍາອິດ ທີ່ຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານ ໄດ້ພ້ອມກັນນັດຢຸດງານເຖິງ 5 ພັນແຫ່ງ ຢູ່ບັນດາຕົວເມືອງໃຫຍ່ຂອງປະເທດອາເມລິກາ, ມີຜູ້ເຂົ້າຮ່ວມເຖິງ 3ແສນ 4ໝື່ນຄົນ ເພື່ອຮຽກ ຮ້ອງໃຫ້ພວກນາຍທຶນ ປະຕິບັດຕາມການສະເໜີທີ່ວ່າ ( ແຕ່ນີ້ຕໍ່ໄປກຳມະກອນ ຕ້ອງເຮັດວຽກບໍ່ເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ. ຈາກເຫດການ ຂອງວັນທີ 1 ພຶດສະພາ 1886 ໄດ້ສ້າງກະແສອັນແຂງແຮງເຖິງ ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນຢູ່ທະວີບເອີລົບ ແລະ ທະວີບອາເມລິກາ
ຕໍ່ສະພາບການດັ່ງກ່າວ ໃນວັນທີ 14 ກໍລະກົດ ປີ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເພື່ອປະຕິບັດ ຄໍາຂວັນ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາວັນທີ 1 ພຶດສະ ພາ 1886 ເປັນວັນກໍາມະກອນສາກົນ; ເວົ້າສະເພາະຢູ່ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກໆປີຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານ ໄດ້ຈັດງານໂຮມຊຸມນຸມໃຫຍ່ ເພື່ອລະນຶກເຖິງມູນເຊື້ອຄວາມສາມັກຄີ ຕໍ່ສູ້ປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາ, ເປັນສັນຍາລັກການຕໍ່ສູ້ທີ່ສຳຄັນ ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ເພື່ອຮຽກຮ້ອງຄວາມເປັນທຳ, ສິດທິ, ຜົນປະໂຫຍດອັນຊອບທຳ, ກຽດສັກສີ, ຄວາມໝັ້ນຄົງ, ຄວາມຍຸຕິທຳ, ສຸຂະພາບ, ຄວາມປອດໄພໃນການອອກແຮງງານ ມາສູ່ກຳມະກອນ ແລະ ປະຊາຊົນທຸກຊັ້ນຄົນໃນສັງຄົມ. ຈາກນັ້ນ, ໃນພິທີຍັງໄດ້ມອບລາງວັນກິລາເປຕັງ ອັນດັບທີ 1, 2 ແລະ 3 ອີດດ້ວຍ.






ຂ່າວ: ອຸ່ນຄໍາ ຂັນວາລິດ
ກວດແກ້: ຈ.ຈັນທະລິດ
ແອດມິນ: ທອງຈັນ ວົງປັນຍາ



