











ໂຄງການປັບປຸງກໍ່ສ້າງອາຄານຮຽນ ຂອງສູນພັດທະນາສີມືແຮງງານແຂວງບໍ່ແກ້ວ (ຕັ້ງຢູ່ບ້ານມົກກະຈອກ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ).ໂຄງການດັ່ງກ່າວ: ໄດ້ຮັບທຶນກູ້ຢືມຈາກ ທະນາຄານໂລກພາຍໃຕ້ໂຄງການເສີມສ້າງທັກສະທີ່ເປັນບູລິມະສິດສຳລັບການເຕີບໂຕຂອງ ສປປ ລາວ.ການກໍ່ສ້າງແມ່ນໄດ້ເລີ່ມລົງມື້ແຕ່ວັນທີ 12 ທັນວາ 2025 ຫາ 28 ເມສາ 2026.ມູນຄ່າການກໍ່ສ້າງ: ທັງໝົດ 3,873,001,402 ກີບ. ຄະນະກຳມະການລະດັບສູນກາງ ແລະ ທ້ອງຖິ່ນ ໄດ້ຮ່ວມກັນລົງກວດກາ ແລະ ຕີລາຄາຄວາມສຳເລັດຂອງໂຄງການກໍ່ສ້າງອາຄານຫຼັງໃໝ ຜົນຂອງການກວດກາໜ້າວຽກ ຈາກຄະນະກຳມະການໄດ້ປະເມີນວ່າ ທຸກໜ້າວຽກການກໍ່ສ້າງແມ່ນ ສຳເລັດ 100% ຕາມແບບແຜນເຕັກນິກ ແລະ ມາດຕະຖານທີ່ກຳນົດໄວ້. ການກໍ່ສ້າງແມ່ນດຳເນີນໄປຕາມແຜນການ ຈົນເຖິງມື້ປິດໂຄງການ.ໃນວັນທີ 28 ເມສາ ນິ້. ໄດ້ມີພິທີ ເຊັນບົດບັນທຶກມອບ-ຮັບ ອາຄານຢ່າງເປັນທາງການ ລະຫວ່າງ ຄະນະຮັບຜິດຊອບໂຄງການ ນຳໂດຍ ທ່ານ ປອ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ນະຄອນຫຼວງວຽງຈັນ (ຄະນະຮັບຜິດຊອບໂຄງການລະດັບສູນກາງ).ທ່ານ ວັນນະສອນ ໂພທິປັນຍາ ກໍາມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງບໍ່ແກ້ວ (ຜູ້ຕ່າງໜ້າຝ່າຍຮັບມອບ).ມີບັນດາຄະນະຮັບຜິດຊອບຂັ້ນສູນກາງ ແລະ ແຂວງບໍ່ແກ້ວເຂົ້າຮ່ວມ.
ອາຄານຫຼັງນິ້,ແມ່ນຈະໄດ້ມອບໃຫ້ແກ່ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງບໍ່ແກ້ວ ເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ເຂົ້າໃນການຮຽນ-ການສອນ ເພື່ອສ້າງວິຊາຊີບໃຫ້ແກ່ແຮງງານໃນແຂວງ ທີ່ທັນສະໄໝເພື່ອ ຍົກລະດັບທັກສະສີມືແຮງງານຂອງຊາວໜຸ່ມ ແລະ ປະຊາຊົນໃນແຂວງບໍ່ແກ້ວຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານພາຍໃຕ້ໂຄງການເສີມສ້າງທັກສະບູລິມະສິດ.ຊ່ວຍຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ໃຫ້ເຂັ້ມແຂງຂຶ້ນ.ຖືວ່າເປັນຂ່າວດີຫຼາຍ ສຳລັບຊາວແຂວງບໍ່ແກ້ວ ທີ່ຈະມີສະຖານທີ່ຝຶກວິຊາຊີບທີ່ມີມາດຕະຖານ ແລະ ສ້າງໂອກາດໃນການເຮັດວຽກໃຫ້ຫຼາຍຂຶ້ນ.
ໂດຍ: ເງິນຫຼົງ ຈິດພູວົງ.
ແອດມິນ: ທອງຈັນ ວົງປັນຍາ.



