ເມືອງປາກທາ ປະກາດແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

 

ວັນທີ 28 ເມສາ 2026ນີ້ ຢູ່ທີ່ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໂດຍມີ ສະຫາຍ ສາລີ ວັນນະສານ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງປາກທາ, ສະຫາຍ ພັອ ອຳພັນ ໄຊຍາສຸບັດ ຄະນະກຳມະ ການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ, ຫົວ ໜ້າການເມືອງກອງບັນຊາການທະຫານ ແຂວງບໍ່ແກ້ວ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະກໍາມະການ ປກຊ-ປກສ ເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມພິທີປະກາດແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ໃນພິທີ ສະຫາຍ ພັ.ທ ຄໍາພັນ ດາລາສັກ ໄດ້ຜ່ານມະຕິຕົກລົງຂອງຄະນະກໍາມະການ ປກຊ-ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈໍາການ ແລະ ກໍາມະການຄະນະກໍາມະການ ປກຊ-ປກສ  ເມືອງປາກທາ, ໃນນີ້ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ເຫັນດີແຕ່ງຕັ້ງ

  1. ສະຫາຍ ສາລີ ວັນນະສານ ເປັນປະທານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງປາກທາ
  2. ສະຫາຍ ບຸນພັດ ສີສົມບັດ ເປັນຮອງປະທານ
  3. ສະຫາຍ ພັ ທ ສັງທອງ ບຸດສາ ເປັນຮອງປະທານ-ຜູ້ປະຈຳການ
  4. ສະຫາຍ ພັທ ຄຳສອນ ຄັດຖະໜອມ ເປັນກຳມະການ 5. ສະຫາຍ ບຸນມີ ຈັນທະວົງ ເປັນກຳມະການ

ພ້ອມດຽວກັນນີ້ ສະຫາຍ ພັອ ອຳພັນ ໄຊຍາສຸບັດ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວກໍໄດ້ໃຫ້ກຽດມອບຂໍ້ຕົກລົງດັ່ງກ່າວໃກ້ກັບ ສະຫາຍ ສາລີ ວັນນະສານ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຕາງໜ້າຂຶ້ນຮັບ.

ໂອກາດນີ້ ສະຫາຍ ພັອ ອຳພັນ ໄຊຍາສຸບັດ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວໄດ້ສະແດງຄວາມຊົມເຊີຍບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ ຄັ້ງນີ້ ເຊິ່ງເປັນການແຕ່ງຕັ້ງຂືຶ້ນໃໝ່ ແລະ ເປັນຊຸດທຳອິດ ຂອງເມືອງປາກທາ ແລະເປັນຕຳແໜ່ງໜຶ່ງທີ່ມີຄວາມສໍາຄັນທີ່ສຸດ ໃນການ ຊີ້ນໍາ-ນໍາພາຂົງ ເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ໃນຂັ້ນເມືອງ ເພາະ ຄະນະກຳມະການ ປກຊ-ປກສ ເມືອງ ເປັນການຈັດຕັ້ງໜຶ່ງທີ່ມີບົດບາດສໍາຄັນ, ເປັນເສນາທິການໃຫ້ແກ່ຄະນະກຳມະການ ປກຊ-ປກສ ແຂວງ, ຄະນະພັກເມືອງ ເພື່ອຄົ້ນຄວ້າ, ກຳນົດບັນຫາຍຸດທະສາດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງຂອງທ້ອງ ຖິ່ນ, ຂອງຊາດ; ຜັນຂະຫຍາຍ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ເຄື່ອນໄຫວເພື່ອຮັບປະກັນໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.

ໂອກາດດັ່ງກ່າວ ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງເມືອງ: ສືບຕໍ່ປະຕິບັດຍຸດທະສາດໃນການຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ 4 ບຸກທະລຸຂອງພັກ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ແຕ່ລະຂັ້ນຂອງພັກ, ປັບປຸງອົງການປົກຄອງຢູ່ຮາກຖານບ້ານໃຫ້ເຂັ້ມແຂງ, ຊີ້ນໍາ-ນໍາພາ ໃນການສ້າງສາພັດທະນາເສດຖະກິດ, ວັດທະນາທຳ-ສັງຄົມ ຕິດພັນກັບການສ້າງບ້ານປ້ອມໝັ້ນ, ກຸ່ມບ້ານ ສູ້ຮົບຕິດລຽນ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພີ່ມທະວີເອົາໃຈໃສ່ຕໍ່ການຕິດຕາມກຳແໜ້ນສະພາບ, ຍົກລະດັບຄວາມ ສາມາດໃນການເກັບກຳ, ວິເຄາະ, ວິໄຈ, ຕີລາຄາສະພາບການຮອບດ້ານທີ່ພົວພັນເຖິງ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສະພາບຊາຍແດນ, ສະພາບພາຍໃນ ແລະ ຕ່າງປະເທດ ເພື່ອທັບມ້າງກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ, ຄົ້ນຄວ້າແກ້ໄຂກໍລະນີຕ່າງໆທີ່ເກີດຂຶ້ນ ແລະ ບັນດາໜໍ່ແໜງທີ່ ຈະພາໃຫ້ເກີດຄວາມບໍ່ສະຫງົບ ຢູ່ໃນຂອບເຂດທ້ອງຖິ່ນຕົນ ພ້ອມທັງລາຍງານໃຫ້ຄະນະກຳມະການ ປກຊ-ປກສ ແຂວງ ຊາບທັນເວລາ  ຮັບປະກັນບົດບາດການນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ ຕໍ່ກໍາລັງປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ສ້າງ-ປັບ ປຸງກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ ສຸມໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຮັບປະກັນໃຫ້ຖືກທິດ, ຮັບປະກັນດ້ານປະລິມານ ແລະ ຄຸນນະພາບ;  ສືບຕໍ່ເຮັດວຽກງານພົວພັນຕ່າງປະເທດໃຫ້ດີ, ຍາດແຍ່ງເອົາການສະໜັບສະໜູນຮ່ວມມືຈາກ ປະເທດເພື່ອນມິດໃນວຽກ ງານ ປກຊ-ປກສ ໃຫ້ຫຼາຍຂຶ້ນ, ພົວພັນຮ່ວມມືກັບຕ່າງປະເທດຢ່າງມີປະ ສິດທິຜົນ, ກວ້າງຂວາງ. ພ້ອມທັງມີການສົມທົບແໜ້ນລະຫວ່າງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບວຽກງານການຕ່າງປະເທດ ແລະ ກັບຂົງເຂດວຽກງານອື່ນໆ.

ພາບ-ຂ່າວ: ບຸນເພັງ ທຸມມະວົງ

ກວດແກ້: ຈ.ຈັນທະລິດ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa