ປະກາດແຕ່ງຕັ້ງປະທານ,ຮອງປະທານ,ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ເມືອງຕົ້ນເຜິ້ງ.

‎          ໃນວັນທີ 24 ເມສາ 2026 ຜ່ານມານີ້ ຢູ່ທີ່ສະໂມສອນເມືອງຕົ້ນເຜິ້ງ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະ ການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຕົ້ນເຜິ້ງ ພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງປະທານຄະນະກຳມະການ ປກຊ-ປກສ ແຂວງ ປະທານຄະນະກຳມະການປົກຄອງແຂວງ ມີບັນດາຄະນະປະຈຳພັກເມືອງ, ຄະນະພັກ, ຫົວໜ້າຫ້ອງການອ້ອມຂ້າງ ສອງກອງບັນຊາການທະຫານ-ຕຳຫຼວດເຂົ້າຮ່ວມ.

ສະຫາຍ ພັນເອກ ບຸນຈັນ ສີທະບູນ ຫົວໜ້າຫ້ອງການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍແກ້ວໄດ້ຜ່ານມະຕິຕົກລົງຂອງຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວວ່າດ້ວຍ ການແຕ່ງຕັ້ງປະທານ ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳ ມະການປ້ອງກັນຊາດປ້ອງກັນຄວາມສະຫງົບ ເມືອງຕົ້ນເຜິ້ງ.

#ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນ

ຄວາມສະຫງົບແຂວງ ຕົກລົງ:  ແຕ່ງຕັ້ງ:

  1. ສະຫາຍ ອຸ່ນຄຳ ທຳມະເລີດ ເປັນປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຕົ້ນເຜິ້ງ. ‎
  2. ສະຫາຍ ຄຳລຸນ ລໍມີໄຊ ເປັນຮອງປະທານ. ‎
  3. ສະຫາຍ ພັນໂທ ສັນຕິສຸກ ແຫວນວົງປະເສີດ ເປັນຮອງປະທານທັງເປັນຜູ້ປະຈຳການ. ‎
  4. ສະຫາຍ ພັນໂທ ແສງຄຳ ອິນທະນິນ ເປັນກຳມະການ. ‎5. ສະຫາຍ ອານຸຫວັດ ໝື່ນແກ້ວມະນີ ເປັນກຳມະການ.

ສະຫາຍ ຄຳລຸນ ລໍມີໄຊ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງຕົ້ນເຜິ້ງ ໄດ້ລາຍງານສະ ພາບການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄລຍະຜ່ານມາ, ໂດຍໄດ້ຮັບ ການຊີ້ນໍາໂດຍກົງຈາກສູນກາງ, ແຂວງ ເຮັດໃຫ້ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນເມືອງຕົ້ນເຜິ້ງໄດ້ຮັບໝາກຜົນສູງ, ໄດ້ເຄື່ອນໄຫວວຽກງານຕາມພາລະບົົດບາດ, ສິດ, ໜ້າທີ່ ທີ່ໄດ້ກໍານົດ, ເຊິ່ງໄດ້ສຸມທຸກສະຕິບັນຍາ ແລະ ເຫື່ອແຮງ ເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ, ປົກປັກຮັກສາ ແລະ ສ້າງສາພັດທະນາແຂວງບໍ່ແກ້ວ,  ຜ່ານການເຄື່ອນໄຫວເຮັດໜ້າທີ່ຢ່າງຕັ້ງໜ້າຂອງພວກ ເຮົາໃນໄລຍະຜ່ານມາ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນທົ່ວເມືອງໄດ້ຫຼຸດໜ້ອຍຖອຍລົງ ແລະ ເຮັດໃຫ້ສະພາບລວມ ມີຄວາມສະຫງົບປອດໄພ.

ສະຫາຍ ພົນຈັດຕະວາ  ສຸກພະຈັນ ສີລາເພັດ ປະທານພິທີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳຂອງເມືອງກໍຄືຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບເມືອງ ທີ່ໄດ້ນໍາພາ-ຊີ້ນຳ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ອັນໄດ້ ສ້າງພື້ນຖານໃຫ້ແກ່ຊີວິດການເປັນຢູ່; ພ້ອມທັງໄດ້ເນັ້ນໜັກໃຫ້ ສະຫາຍທີ່ຖືກແຕ່ງຕັ້ງເປັນປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະ ການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຕົ້ນເຜິ້ງ ຕ້ອງເປັນເຈົ້າການນໍາພາ-ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ ສອດຫ້ອຍເຂົ້າໃນຂະບວນການການຕົວຈິງໃຫ້ກວ້າງຂວາງ ແລະ ເລິກເຊິງ, ພ້ອມທັງເປັນໃຈກາງປະສານສົມທົບສຸມທຸກກໍາລັງແຮງເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຮັບປະກັນການນໍາພາເດັດຂາດ, ໂດຍກົງຮອດດ້ານຂອງພັກ, ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີແບບແຜນທັນສະໄໝ, ຍົກສູງສະຕິກຽມພ້ອມສູ້ຮົບໃນທຸກພາວະ, ພົວພັນຮ່ວມມືຢ່າງຖືກຕ້ອງກັບຕ່າງປະເທດ, ເອົາໃຈໃສ່ຮັບປະກັນທາງດ້ານພະລາທິການ, ເຕັກນິກ ປັບປຸງຊີວິດການເປັນຢູ່ຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ.

ຂ່າວ:  ພາກ ສຸທິປັນຍາ

ຈ.ຈັນທະລິດ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa