ເມືອງຜາອຸດົມ ປະກາດແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ.

ປະກາດແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຜາອຸດົມ ໄດ້ຈັດຂື້ນວັນທີ 27 ເມສາ 2026 ຢູ່ທີ່ສະໂມສອນຂອງເມືອງ ເຂົ້າຮ່ວມ ຂອງທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ, ທ່ານ ພັອ ອຳພັນ ໄຊຍາສຸບັດ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ,       ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ, ມີຄະນະປະຈຳພັກ-ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ກອງພັນໃຫ່ຍ 302, ພະນັກງານຫຼັກແຫຼງຂອງເມືອງເຂົ້າຮ່ວມ.

ພິທີ ໄດ້ຜ່ານມະຕິຕົກລົງ ຂອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຜາອຸດົມ ໃນນີ້ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ເຫັນດີແຕ່ງຕັ້ງ ສະຫາຍ ກາງ ມະນີຫວ່າງ ເປັນປະທານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຜາອຸດົມ, ສະຫາຍ ບຸນສີ ທອງສະໄຫວເປັນຮອງປະທານ, ສະຫາຍ ພັທ ພອນສະຫວັນ ຈິດອຳໄພ ເປັນຮອງປະທານ-ຜູ້ປະຈຳການ, ສະຫາຍ ພັທ ສີ ຂັດຕິຍະ ເປັນກຳມະການ, ສະຫາຍ ນາງ ຄໍາຈັນ ແສງອາລຸນ ເປັນກຳມະການ, ໃຫ້ກຽດມອບຂໍ້ຕົງ ໂດຍແມ່ນ ທ່ານ ພັອ ອຳພັນ ໄຊຍາສຸບັດ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ, ຮັບໂດຍ ທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ.

ໂອກາດນີ້ ຍັງໄດ້ຮັບຟັງການໂອ້ລົມ ຂອງທ່ານ ພັອ ອຳພັນ ໄຊຍາສຸບັດ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ ເຊິງທ່ານໄດ້ຮຽກຮ້ອງໃຫ້ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງເມືອງ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງເມືອງ ໃຫ້ກາຍເປັນຫນ້າທີ່ແຜນການອັນລະອຽດ ຕິດພັນກັບຈຸດພິເສດຕົວຈິງຂອງທ້ອງຖິ່ນ, ເພື່ອຮັບປະກັນໃຫ້ເມືອງຜາອຸດົມ ມີສະຖຽນລະພາບທາງດ້ານການເມືອງຢ່າງຫນັກແຫນ້ນ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຕັ້ງຫນ້າປຸກລະດົມຊຸກຍູ້ຂະບວນການວຽກງານ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໃຫ້ກາຍເປັນສະຕິຄວາມຮັບຜິດຊອບຂອງທົ່ວປວງຊົນຮອບດ້ານຢ່າງແທ້ຈິງ, ຕັ້ງໜ້າປັບປຸງ, ກໍ່ສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງແນວຄິດ, ການຈັດຕັ້ງ, ເປັນກຳລັງທີ່ຊື່ສັດ ແລະ ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເອົາໃຈໃສ່ຊີ້ນໍາປະຕິບັດລະບອບຄຸ້ມຄອງທັບ, ເບິງແຍງກອງທັບ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊອກຄົ້ນຫາແຮງບົ່ມຊ້ອນຂອງເມືອງ, ແກ້ໄຂຊີວິດການເປັນຢູ່ຂອງກົມກອງກໍາລັງ          ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ດີຂຶ້ນ, ຮັບປະກັນໃຫ້ເຮັດສຳເລັດທຸກຫນ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.

ຂ່

າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa