ທ່ານ ພົ.ຈວ ແປ້ນຄໍາ ບຸນຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ.ພ້ອມຄະນະຮັບຜິດຊອບຂອງແຂວງໄດ້ລົງເຄື່ອນໄຫວ ເຜີຍແຜ່ເນື້ອໃນເອກກະສານເອກະສານ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິ VII ຂອງອົງຄະນະພັກແຂວງບໍ່ແກ້ວຢູ່ເມືອງປາກທາ ໃນວັນທີ 27 ເມສາ 2026 ນີ້, ຢູ່ທີ່ສະໂມສອນເມືອງປາກທາ, ແຂວງບໍ່ແກ້ວ,ມີບັນດາຄະນະບໍລິຫານງານພັກເມືອງ, ພະນັກງານຫຼັກແຫຼ່ງ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງເມືອງປາກທາເຂົ້າຮ່ວມ.
ສະຫາຍ ພົ.ຈວ ແປ້ນຄໍາ ບຸດຈັນແພງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ.ໄດ້ໃຫ້ກຽດເຜີຍແຜ່ເອກກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ. ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ: ເພື່ອໃຫ້ພະນັກງານ ແລະ ສະມາຊິກພັກທົ່ວເມືອງປາກທາ ກໍາໄດ້ຢ່າງເລິກເຊິ່ງເຖິງເນື້ອໃນຈິດໃຈ, ທິດທາງ ແລະ ຄາດໝາຍສູ້ຊົນຕ່າງໆ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໄດ້ກໍານົດໄວ້.ໃນການຜັນຂະຫຍາຍມະຕິ: ເພື່ອເປັນບ່ອນອີງໃນການນໍາໄປຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົວຈິງຂອງແຕ່ລະພາກສ່ວນ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງທ້ອງຖິ່ນ.ເສີມສ້າງຄວາມເປັນເອກະພາບ ສ້າງຄວາມເຊື່ອໝັ້ນ ແລະ ຄວາມເປັນປຶກແຜ່ນແໜ້ນໜາ ພາຍໃນພັກ ແລະ ລັດ ພາຍໃຕ້ການນໍາພາຂອງສູນກາງພັກ ບົນເສັ້ນທາງແຫ່ງການພັດທະນາປະເທດຊາດ. ສະຫາຍ ພົ.ວ ແປ້ນຄໍາ ບຸດຈັນແພງ ໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ເອົາໃຈໃສ່ຄົ້ນຄວ້າ ແລະ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XII ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຜົນສໍາເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ.
ສະຫາຍ ວັນນະສອນ ໂພທີປັນຍາ ກໍາມະການພັກແຂວງ ຫົວໜ້າ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ເຜີຍແຜ່ແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ຂອງແຂວງບໍ່ແກ້ວ.ສະຫາຍໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາຄາດໝາຍຕົວເລກຄາດຄະເນໃນໄລຍະ 5 ປີຜ່ານມາ, ໂດຍສະເພາະແມ່ນການເຕີບໂຕຂອງເສດຖະກິດພາຍໃນແຂວງ (GDP).ການພັດທະນາພື້ນຖານໂຄງລ່າງ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການຊຸກຍູ້ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ທີ່ມີການຫັນປ່ຽນດີຂຶ້ນ.ພ້ອມທັງຊີ້ໃຫ້ເຫັນບາງຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ຕ້ອງໄດ້ສືບຕໍ່ແກ້ໄຂ. ທິດທາງແຜນການ 5 ປີ ຄັ້ງທີ X (2026-2030):ແມ່ນຈະໄດ້ສຸມໃສ່ການພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສີຂຽວ ແລະ ຍືນຍົງ.ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ສົ່ງເສີມການບໍລິການທາງຜ່ານ, ການທ່ອງທ່ຽວ ແລະ ການຜະລິດກະສິກຳທີ່ເປັນທ່າແຮງຂອງແຂວງບໍ່ແກ້ວ.ການຍົກລະດັບຊີວິດການເປັນຢູ່: ສືບຕໍ່ຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ເພື່ອຮອງຮັບກັບການຂະຫຍາຍຕົວຂອງເສດຖະກິດໃນຍຸກໃໝ່.ສະຫາຍ ວັນນະສອນ ໂພທີປັນຍາ ໄດ້ເນັ້ນໜັກໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ຈົ່ງກຳແໜ້ນເນື້ອໃນຈິດໃຈຂອງແຜນການດັ່ງກ່າວ ເພື່ອຫັນເປັນແຜນວຽກລະອຽດຂອງຕົນເອງ, ພ້ອມທັງເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ຄາດໝາຍຂອງແຜນການ 5 ປີ ຄັ້ງທີ X ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ສະຫາຍ ສາລີ ວັນນະສານ ກຳມະການພັກແຂວງ ເລຂາພັກເມືອງປາກທາ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VII, ໄດ້ຍົກໃຫ້ເຫັນເຖິງເນື້ອໃນຈິດໃຈຜົນສໍາເລັດໃນການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງ ເຮັດໃຫ້ການດຳເນີນວຽກງານຂອງແຂວງມີຈຸດສຸມ ແລະ ສາມາດເສີມຂະຫຍາຍບັນດາທ່າແຮງ ກໍ່ຄືຄວາມອາດສາມາດໃນດ້ານຕ່າງໆ ຂອງຂະແໜງການ ແລະ ບັນດາເມືອງ, ທ້ອງຖິ່ນ ຢ່າງມີປະສິດທິພາບ. ການຈັດຕັ້ງຜັນຂະຫຍາຍປະຕິບັດບັນດາແຜນວຽກຈຸດສຸມ, ແຜນງານບຸລິມະສິດ ກໍ່ຄືແຜນການຄາດໝາຍທີ່ໄດ້ກໍານົດໃນລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບັນດາຍຸດທະສາດຊຸກຍູ້ໃຫ້ແກ່ການພັດທະນາ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເຮັດໃຫ້ແຂວງບໍ່ແກ້ວໄດ້ຮັບການພັດທະນາ ແລະ ກ້າວຂຶ້ນເລື້ອຍໆ.
ສະຫາຍ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ ປະທານກວດກາພັກລັດແຂວງ,ໄດ້
ເຜີຍແຜ່ເນື້ອໃນ ແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ສະໄໝທີ VII ສະບັບເລກທີ 03/ຄບພຂ, ເຊິ່ງເປັນເອກະສານຍຸດທະສາດທີ່ສຳຄັນໃນການຊີ້ນໍາ-ນໍາພາການພັດທະນາແຂວງໃນຕໍ່ໜ້າ ໃນການກຳນົດທິດທາງ ເນັ້ນການຫັນເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ໃຫ້ກາຍເປັນແຜນງານ ແລະ ໂຄງການລະອຽດ ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ.ຄາດໝາຍສູ້ຊົນ ບັນດາຕົວເລກຄາດໝາຍທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ການຮັກສາຄວາມສະຫງົບ ແລະ ການປັບປຸງກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມເຂັ້ມແຂງ.ການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຢ່າງຈະແຈ້ງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມະຕິດັ່ງກ່າວມີປະສິດທິພາບ ແລະ ບັນລຸຜົນເປັນຈິງ. ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າກຳແໜ້ນເນື້ອໃນຈິດໃຈຂອງແຜນຜັນຂະຫຍາຍສະບັບນີ້ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ຂະແໜງການຂອງຕົນ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ສ້າງຜົນງານໃຫ້ປາກົດຜົນເປັນຈິງ ເພື່ອປະກອບສ່ວນເຂົ້າໃນການພັດທະນາແຂວງບໍ່ແກ້ວ ໃຫ້ຈະເລີນຮຸ່ງເຮືອງ.
ໂອກາດນິ້.ສະຫາຍ ພົ.ຈວ ແປ້ນຄໍາ ບຸດຈັນແພງ, ກໍາມະການສູນກາງພັກ,ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ,ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາ ຄືນເຖິງຄວາມສຳຄັນຂອງການກຳແໜ້ນເນື້ອໃນພື້ນຖານ ຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ການພັດທະນາໃນທົ່ວແຂວງ.ສຸມໃສ່ການສ້າງຄວາມເປັນເອກະພາບທາງດ້ານແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ.ແຜນການຈັດຕັ້ງຜັນຂະຫຍາຍ ມະຕິ VII ຂອງອົງຄະນະພັກແຂວງ:ໃນການ ສືບຕໍ່ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ, ສົ່ງເສີມການລົງທຶນ ແລະການບໍລິການທາງຜ່ານ ເພື່ອສ້າງລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍ.ການພັດທະນາຊັບພະຍາກອນມະນຸດ, ການປັບປຸງລະບົບສາທາລະນະສຸກ ແລະ ການສຶກສາ ຢູ່ເຂດຫ່າງໄກສອກຫຼີກ.ການຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບຮຽບຮ້ອຍໃນສັງຄົມ ໂດຍສະເພາະແມ່ນການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ.ສະຫາຍເລຂາພັກແຂວງ ໄດ້ເນັ້ນໜັກໃຫ້ຄະນະພັກເມືອງປາກທາ ແລະ ບັນດາຫ້ອງການກ່ຽວຂ້ອງ ຈົ່ງນໍາເອົາແຜນຜັນຂະຫຍາຍ ສະບັບເລກທີ 03/ຄບພຂ (ລົງວັນທີ 9 ມັງກອນ 2026) ໄປກຳນົດເປັນແຜນງານ ແລະ ໂຄງການລະອຽດ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ແລະ ຕິດຕາມປະເມີນຜົນໄດ້ຢ່າງເປັນຮູບປະທຳ.ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງເຊີດຊູສະຕິປັນຍາ ແລະ ຄວາມຮັບຜິດຊອບ ເພື່ອຮ່ວມກັນສ້າງສາແຂວງບໍ່ແກ້ວ ໃຫ້ມີການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງທີ່ວາງໄວ້.














ຂ່າວ: ເງິນຫຼົງ ຈິດພູວົງ.
ແອດມິນ: ທອງຈັນ ວົງປັນຍາ.



