ແຂວງບໍ່ແກ້ວ ຈັດຕັ້ງການເຜີຍແຜ່,ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິ VII ຂອງອົງຄະນະພັກແຂວງບໍ່ແກ້ວ

ໃນວັນທີ 22 ເມສາ 2026 ນີ້ ແຂວງບໍ່ແກ້ວ ຈັດຕັ້ງການເຜີຍແຜ່,ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິ VII ຂອງອົງຄະນະພັກແຂວງບໍ່ແກ້ວ ຂື້ນທີ່ຫໍວັດທະນະທຳແຂວງບໍ່ແກ້ວ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແປັນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ, ມີບັນດາຮອງເລຂາພັກແຂວງ,ຄະນະປະຈະພັກແຂວງ, ກຳມະການພັກແຂວງ,ຫົວໜ້າ,ຮອງຫົວໜ້າພະແນກການ, ຄະນະນຳ 5 ເມືອງ, ຄະນະຮັບຜິດຊອບ ແລະ ພະນັກງານຂົງເຂດ ປກຊ, ປກສ,ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.

ກອງປະຊຸມ ໄດ້ເຜີຍແຜ່ເຊື່ອມຊຶມຫຼາຍເອກະສານ ເປັນຕົ້ນແມ່ນ ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII  ຂອງອົງຄະນະພັກແຂວງບໍ່ແກ້ວ,ການກຳນົດໜ້າທີ່, ຂອບເຂດສິດ, ແບບແຜນວິທີເຮັດວຽກຂອງຄະນະບໍລະຫານງານພັກແຂວງບໍ່ແກ້ວ, ແຜນດຳເນີນງານ, ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII  ຂອງອົງຄະນະພັກແຂວງ,ການແບ່ງຄວາມຮັບຜິດຊອບຂອງຄະນະບໍລະຫານງານພັກແຂວງບໍ່ແກ້ວ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ V ສະໄໝທີ 10 ແລະ ເອກະສານສຳຄຳອີຈຳນວນໜຶ່ງ. ທັງໝົດນັ້ນກໍ່ເພື່ອແນໃສ່ສ້າງຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ເນື້ອໃນຈິດໃຈສຳຄັນຂອງແນວທາງການເມືອງ ແລະ ແນວທາງການຈັດຕັ້ງທີ່ໄດ້ກຳນົດອອກຢ່າງເປັນລະບົບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ເປັນການເຊື່ອມຊຶມກຳ  ແໜ້ນເນື້ອໃນທີ່ຈະໄດ້ເອົາມານຳພາ-ຊີ້ນຳ ແລະ ປະຕິບັດຕົວຈິງໃນແຕ່ລະຂົງເຂດວຽກງານ, ເພື່ອໃຫ້ພະນັກງານແຕ່ລະຂັ້ນໄດ້ຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບສູງ, ມີຄວາມຕັດສິນໃຈອັນເດັດດ່ຽວ, ກ້າຫານ, ປະດິດສ້າງເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິດັ່ງກ່າວໃຫ້ເຂົ້າສູ່ລວງເລິກ ແລະ ຫັນເອົາເນື້ອໃນຈິດໃຈ ມະຕິດັ່ງກ່າວ ມາສ້າງເປັນແຜນດຳເນີນງານ, ແຜນປະຕິບັດງານລະອຽດ, ກຳນົດໜ້າວຽກ, ແຜນຄົນ, ແຜນເງິນ, ຄວາມຮັບຜິດຊອບ, ກຳນົດເວລາອັນຊັດເຈນ, ແທດເໝາະກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຢ່າງເປັນຮູບປະທຳ.

 

ພາບ-ຂ່າວ: ສາຍສະໝອນ ແກ້ວວິສິດ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa