ວັນທີ 9 ເມສານີ້, ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ໄດ້ລົງສົມທົບກັບຄະນະພັກອໍານາດການປົກຄອງບ້ານກຸ່ມນໍ້າມ້າ ສ້າງຂະບວນການອອກແຮງງານລວມເກັບມ້ຽນຂີ້ເຫຍື້ອລຽບຕາມເສັ້ນທາງ R3 ແຕ່ລະຈຸດຂອບເຂດຄວາມຮັບຜິດຊອບຂອງບ້ານການອອກແຮງງານໃນຄັ້ງນີ້ເປັນການເພີ່ມທະວີ ເອົາໃຈໃສ່ຊ່ວຍກັນປົກປັກຮັກສາສະພາບແວດລ້ອມພາຍໃນບ້ານເວົ້າລວມເວົ້າສະເພາະແມ່ນຂອບເຂດບໍລິເວນແຄມເສັ້ນທາງລົດລະຫວ່າງບ້ານຕໍ່ບ້ານໃນຂອບເຂດຄວາມຮັບຜິີດຊອບຂອງບ້ານ ເປັນຕົ້ນ: ອານາໄມເກັບຂີ້ເຫຍື້ອ, ຕາມແຄມທາງລົດ ເຂດຊຸມຊົນ ແລະ ເພຶ່ອເຮັດໃຫ້ການສັນຈອນໄປມາໃຫ້ມີຄວາມສະດວກຈົບງາມຂຶ້ນກ່ວາເກົ່າ ເປັນການສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນບຸນປີໃໝ່ລາວທີຈະມາເຖີງນີ້ ແລະ ວັນບຸນສຳຄັນຕ່າງໆຂອງພັກຂອງຊາດ ນອກຈາກນີ້, ຍັງໄດ້ພ້ອມກັນຕິດປ້າຍຫ້າມບໍ່ໃຫ້ຄົນຖີ້ມຂີ້ເຫຍື້ອຊະຊາຍຕາມເສັ້ນທາງແຕ່ລະຈຸດທີມີການຖີ້ມຂີ້ເຫຍື້ອຊະຊາຍ ຂອບເຂດພາຍໃນບ້ານຕື່ມອີ່ກ, ທັງນີ້ກໍ່ເພື່ອປຸກຈິດສຳນຶກໃຫ້ຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນ ແລະ ເດັກນ້ອຍລູກຫຼານ ໃຫ້ເຫັນຄວາມສໍາຄັນຂອງການປົກປັກຮັກສາສະ ພາບແວດລ້ອມ ກໍ່ຄື ຊ່ວຍກັນປະຕິບັດຕາມຫຼັກອະນາໄມ 3 ສະອາດ ໃຫ້ມີຄວາມສະອາດງາມຕາ.




ພາບ,ຂ່າວ: ບຸນຈັນ ບຸນປັນຍາ
ແອດມິນ: ທອງຈັນ ວົງປັນຍາ



