ຄະນະໂຄສະນາອົບຮົມ ເມືອງຜາອຸດົມ ສຳເລັດການຝຶກອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ I ປະຈຳປີ 2026

ວັນທີ 9 ເມສາ 2026 ນີ້ ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມ ເມືອງຜາອຸດົມ ໄດ້ຈັດພິທີ ປິດຊຸດຝຶກອົບຮົມມະຫາຊົນ ຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ I ປະຈຳປີ 2026 ເປັນກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານ ກວດກາພັກ-ລັດເມືອງຜາອຸດົມ, ມີສະຫາຍ ຄຳຝັ້ນ ສໍແອນົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີມະຫາຊົນຜູ້ກ້າວໜ້າ, ຄູຝຶກ ແລະ ຄະນະຮັບຜິດຊອບຈາກຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມ.

ຜ່ານການຝຶກອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ເປັນເວລາ 3 ວັນ ໂດຍເລີມແຕ່ ວັນທີ 7 ເມສາ ຫາ ວັນທີ 9 ເມສາ 2026ນີ້ ເຫັນວ່າ: ຜູ້ເຂົ້າຝຶກອົບຮົມ ແມ່ນມີຄວາມຮັບຮູ້ຕໍ່ບົດຮຽນ ທີ່ຖືກຕ້ອງກັບນະໂຍບາຍຂອງພັກ-ລັດ ເຊິ່ງມັນໄດ້ກາຍເປັນພື້ນຖານໃຫ້ແກ່ການໝູນໃຊ້ເຂົ້າໃນວຽກງານຕົວຈິງ, ສາມາດປັບປຸງໄດ້ທັດສະນະຫຼັກໝັ້ນ ທາງດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີທັດສະນະມະຫາຊົນ ຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ໃນຕໍ່ໜ້າ ໂດຍໄດ້ຜ່ານການປະເມີນການຂຽນບົດຄວາມຮັບຮູ້ ເຊິ່ງສາມາດສະແດງອອກດັ່ງນີ້: ດີຫຼາຍ 04 ສະຫາຍ, ຍິງ 03 ສະຫາຍ; ດີ 13 ສະຫາຍ, ຍິງ 08 ກາງ 01 ສະຫາຍ, ຍິງ 01 ສະຫາຍ.

ຈາກນັ້ນພິທີ ກໍ່ໄດ້ມອບໃບຢັ້ງຍືນ ສໍາເລັດການຮຽນເອກະສານ ອົບຮົມມະຫາຊົນ ຜູ້ທີ່ຈະຫຍາຍເຂົ້າເປັນສະມາຊິກພັກ ໃຫ້ກັບມະຫາຊົນທັງ 17 ສະຫາຍ, ຍິງ 11 ສະຫາຍ, ມອບໂດຍ ສະຫາຍ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານ ກວດກາພັກ-ລັດເມືອງ ພ້ອມທັງ ມີຄໍາເຫັນເໜັ້ນໜັກ ໃຫ້ບັນດາສະຫາຍມະຫາຊົນທີ່ໄດ້ເຂົ້າອົບຮົມຄັ້ງນີ້: ຈົ່ງຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທໍາປະຕິບັດ ແລະ ແບບແຜນວິທີ່ເຮັດວຽກ ເພື່ອກຽມພ້ອມທາງດ້ານມາດຖານເງື່ອນໄຂໃຫ້ຄົບຖ້ວນໃນການເຂົ້າເປັນສາມາຊິກພັກ,ໃຫ້ນໍາເອົາຄວາມຮູ້ທີ່ໄດ້ຮຽນມາເຂົ້າສູ່ພຶດຕິກໍາຕົວຈິງໃນການເຮັດວຽກ ໃຫ້ມີການຫັນປ່ຽນ, ມີການປັບປຸງປ່ຽນແປງ ໃນທາງທີ່ດີກວ່າເກົ່າ, ຕັ້ງໜ້າພັດທະນາຕົນເອງທາງດ້ານວິຊາສະເພາະ ພັດທະນາການຈັດຕັ້ງຂອງພັກ-ລັດ, ຄຽງຄູ່ກັບການຮຽນຮູ້ເອົາວິທະຍາສາດ, ວິທະຍາການອັນໃໝ່ໆຂອງສາກົນໃຫ້ທັນກັບສະພາບການປ່ຽນແປງໃໝ່ ໃນເງື່ອນໄຂປັດຈຸບັນ, ຄະນະຮັບຜິດຊອບກໍຄືຄູອາຈານ ຕ້ອງໄດ້ສືບຕໍ່ແຜນການຮຽນ-ການສອນໃນຕໍ່ໜ້າ ໃຫ້ມີການປະສານສົມທົບກັນຢ່າງເປັນປົກກະຕິ ຕ້ອງໄດ້ສະຫຼຸບທອດຖອນບົດຮຽນ ເພື່ອຊອກໃຫ້ເຫັນຈຸດດີ-ຈຸດອ່ອນ  ແລະ ຂໍ້ຄົງຄ້າງ, ພ້ອມກັນຊອກຫາວິທີການແກ້ໄຂໃນຕໍ່ໜ້າໃຫ້ທັນກັບເວລາ.

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວ-ສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ. 9 ເມສາ 202

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa