ໃນວັນທີ 7 ເມສາ 2026, ເມືອງເມິງ ແຂວງບໍ່ແກ້ວ ປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວຄົບຮອບ 71 ປີ ( 14 ເມສາ 1955 – 14 ເມສາ 2026 ) ໂດຍການເປັນປະທານຂອງ ສະຫາຍ ນີລະພົບ ທອງສະຫວັດ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນເມືອງ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ- ຮອງຫົວໜ້າຫ້ອງການ, ພະນັກງານອາວຸໂສບຳນານ, ອາດີດເລຂາຄະນະບໍ່ລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວເມືອງ, ມີບັນດາສະຫາຍໃນຄະນະບໍລິຫານງານຊາວໜຸ່ມ, ເລຂາ-ຮອງເລຂາຄະນະໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງເມືອງ, ຕະຫຼອດຮອດສະມາຊິກຊາວໜຸ່ມເຂົ້າຮ່ວມທັງໝົດ 121 ສະຫາຍ, ຍີງ 70 ສະຫາຍ.
ສະຫາຍ ນີລະພົບ ທອງສະຫວັດ, ຄະນະປະຈຳພັກເມືອງ ໄດ້ໃຫ້ກຽດຂຶ້ນປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ; ເຊິ່ງໄດ້ໃຫ້ຮູ້ວ່າ: ຕະຫຼອດໄລ່ຍະ 71 ປີທີຜ່ານມາແຫ່ງການເຕົ້າໂຮມ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນ, ຊາວໜຸ່ມຈຳນວນບໍ່ໜ້ອຍໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດີນອັນແສນຮັກຂອງຕົນໃວ້ ແລະ ຜ່ານຂະບວນການດັ່ງກ່າວນັ້ນໄດ້ເກີດມີບັນພະບູລຸດທີມີຊື່ສຽງຄື: ເຈົ້າຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າສຸລິຍະວົງ, ທ່ານໄກສອນ ພົມວິຫານ ແລະ ຜູ້ອື່ນໆ. ເຊິ່ງບັນພະບູລຸດເຫຼົ່ານັ້ນ ເຄີຍນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງສັດຕູພາຍນອກ, ໄດ້ນຳເອົາປະເທດຊາດຜ່ານພົ້ນພາຍຸລົມແດງໃນແຕ່ລະຍຸກແຕ່ລະສະໄໝ ແລະ ສາມາດຮັກສາດີນແດນໃວ້ຢ່າງໝັ້ນຄົງ, ນ້ຳໃຈຮັກເຊື້ອແພງຊາດບໍ່ຍອມຈຳນົນຕໍ່ສັດຕູ ແລະ ນ້ຳໃຈເສຍສະຫຼະເລືອດເນື້ອອັນໜຸ່ມແໜ້ນເພື່ອປະເທດຊາດໄດ້, ຖືກອົບຮົມບົ່ມສອນພວກເພີ່ນມາແຕ່ຍັງໜຸ່ມ ສະນັ້ນ, ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມໃຫ້ວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງຊາດ ເປັນຜູ້ສືບທອດມູນເຊື້ອ ແລະ ວິລະກຳປະຫວັດສາດທີຈົງຮັກພັກດີຕໍ່ພັກ ຕໍ່ຊາດທັງໝົດນັ້ນແມ່ນມູນເຊື້ອອັນລວມຍອດຂອງຊາວໜຸ່ມລາວທີໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນການເຮັດສຳເລັດພາລະກຳປະຫວັດສາດຂອງຕົນຄື: ປົດປ່ອຍປະເທດຊາດ ແລະ ພວມຂະຫຍາຍບົດບາດປະຈັນບານເຂົ້າໃນ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດຢືນຍົງສູ່ຈຸດໝາຍສັງຄົມນິຍົມ, ໃນຂະບວນການຕໍ່ສູ້ຕ້ານຈັກກະພັດໃນແຕ່ລະໄລ່ຍະ ກໍ່ໄດ້ມີກໍາລັງສູ້ຮົບຂອງກອງເຈົ້າໄຊຍະຈັກກະພັດ, ກອງເຈົ້າຟ້າປັດໄຈ ແລະ ກອງກຳລັງອື່ນໆ ນັ້ນແມ່ນຊາວໜຸ່ມມາຈາກກໍາລັງປະກອບອາວຸດເອີ້ນວ່າ: ຄະນະຊາວໜຸ່ມຕະລຸມບອນ ເຊິ່ງໄດ້ມີບົດບາດຕະລຸມບອນ ບໍ່ວ່າແນວໜ້າ ຫຼື ແນວຫຼັງກໍ່ລ້ວນແຕ່ມີກໍາລັງຂອງຊາວໜຸ່ມ, ສະນັ້ນ ພາຍຫຼັງພັກໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ 1 ໄດ້ກຳນົດເອົາວັນທີ 22 ມີນາ 1955 ເປັນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ຍ້ອນເຫັນໄດ້ບົດບາດຄວາມສຳຄັນຂອງຊາວໜຸ່ມ ພັກໄດ້ກໍານົດເອົາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວຂຶ້ນໃນວັນທີ 14 ເມສາ 1955 ນັບແຕ່ນັ້ນເປັນຕົ້ນມາ.
ສະຫາຍ ນາງ ດອນແພງ ແສງພະວົງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ຂື້ນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເຊີ່ງກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາສະຫາຍຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມລາວບັນດາເຜົ່າຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເຊີດຊູນ້ຳໃຈຮັກຊາດ, ເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ນໍາພາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມສາມັກຄີປອງດອງ, ຍຸຕິທໍາ, ປະຊາທິປະໄຕ ແລະ ສີວິໄລ





ຂ່າວ: ສຸນິດາ ໄຊຍະຫົງ
ແອດມິນ: ທອງຈັນ ວົງປັນຍາ



