ວັນທີ 7 ເມສາ 2026, ກອງປະຊຸມໃຫຍ່ ສະມາຊິກພັກຄັ້ງທີ I ຂອງໜ່ວຍພັກຄະນະຈັດຕັ້ງເມືອງ ໂດຍການເປັນປະທານຂອງ ສະຫາຍ ຄໍາເງິນ ອິນທໍາພະວົງ ກໍາມະການພັກເມືອງ, ເລຂາໜ່ວຍພັກ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຫຸມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງ ແລະ ສະຫາຍ ແສງແກ້ວ ບຸນຍາວົງ, ຮອງຫົວໜ້າຄະນະຈັດຕັ້ງເມືອງ, ບັນດາສະຫາຍຄະນະຫນ່ວຍພັກ, ແຂກຖືກເຊີນ ແລະ ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ກອງປະຊຸມ ສະຫາຍ ແສງແກ້ວ ບຸນຍາວົງ ກໍາມະການໜ່ວຍພັກ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງສອງພາກ ໄດ້ຕີລາຄາດ້ານດີຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນໃນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ໃນ 5 ປີທີ່ຜ່ານມາ, ໜ່ວຍພັກຄະນະຈັດຕັ້ງເມືອງ ເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບອົງຄະນະພັກເມືອງ ມີຄະນະໜ່ວຍພັກ 2 ສະຫາຍ, ມີສະມາຊິກພັກທັງໝົດ 10 ສະຫາຍ, ຍິງ 5 ສະຫາຍ ຕະຫຼອດໄລຍະທີ່ຜ່ານມາໜ່ວຍພັກ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກໃນການເຄື່ອນໄຫວຊີ້ນຳ-ນໍາພາ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ, ພະນັກງານ-ລັດຖະກອນທຸກສະຫາຍ ພາຍໃນໜ່ວຍພັກໃຫ້ຮັບຮູ້ເຊື່ອມຊືມ ກໍາແໜ້ນທິດສະດີມາກ-ເລນິນ, ແນວທາງນະໂຍບາຍ ຂອງພັກ-ລັດ ເຮັດໃຫ້ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍມີທັດສະນະຫຼັກໝັ້ນຮູ້ຈຳແນກໄດ້ມິດ-ສັດຕູ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຈາກນັ້ນ ຄະນະໜ່ວຍພັກຊຸດເກົ່າ ໄດ້ຂຶ້ນລາໜ້າທີ່, ກອງປະຊຸມໄດ້ມີການປ່ອນບັດ ເລືອກເອົາຄະນະພັກຊຸດໃໝ່ ເຊິ່ງປະກອບມີຜູ້ສະມັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ຜ່ານການດໍາເນີນການປ່ອນບັດຕົວຈິງ, ພ້ອມທັງດໍາເນີນກອງປະຊຸມຄັ້ງປະຖົມມະລືກ ເຊິ່ງໄດ້ເລືອກເອົາ ສະຫາຍ ຄໍາເງິນ ອິນທໍາພະວົງ ເປັນເລຂາໜ່ວຍພັກ, ສະຫາຍ ແສງແກ້ວ ບຸນຍາວົງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ນາງ ຈັນດີ ໃສ່ຍະຕອມ ເປັນກໍາມະການໜ່ວຍພັກ ແລະ ເລືອກເອົາ ສະຫາຍ ບຸນມີ ນີແສງຄໍາ ຮັບຜິດຊອບວຽກງານກວດກາພັກ.
ສະຫາຍ ຫຸມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ ໄດ້ສະແດງຄວາມຊົມເຊີຍ ຕໍ່ການຊີ້ນໍາ-ນໍາພາ ຂອງຄະນະພັກຊຸດເກົ່າ ທີ່ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມທັງສະແດງຄວາມເປັນຫ່ວງເປັນໃຍຕໍ່ກັບດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຮຽກຮ້ອງ ໃຫ້ຄະນະໜ່ວຍພັກ ຊຸດໃໝ່ ຈົ່ງສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກ ໃຫ້ມີຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ ສ່ວນສະມາຊິກພັກ, ພະນັກງານ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວາມຮັບ ຜິດຊອບຕໍ່ໜ້າທີການເມືອງຂອງຕົນ ເຮັດໃຫ້ວຽກງານ ວິຊາສະເພາະໄດ້ຮັບຜົນສໍາເລັດຕາມການມອບໝາຍຂອງຂັ້ນເທິງ ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຕໍ່ໜ້າ.





ພາບ-ຂ່າວ: ອຸ່ນຄໍາ ຂັນວາລິດ
ແອດມິນ: ທອງຈັນ ວົງປັນຍາ



