ວັນທີ່ 7 ເມສາ 2026, ຢູ່ທີ່ຫ້ອງປະທານແນວລາວສ້າງຊາດເມືອງເມິງ ແຂວງບໍ່ແກ້ວ, ຈັດພິທີມອບ-ຮັບ ອຸປະກອນສື່ມວນຊົນ ເຊິ່ງນໍາໂດຍພຣະອາຈານໃຫຍ່ ອາດຍາທໍາ ຄໍາເງິນ ຄໍາວົງສ໌ ປະທານທີ່ປຶກສາ ອພສ ແຂວງບໍ່ແກ້ວ ພ້ອມດ້ວຍພຣະເຖລາ, ນຸເຖລະ ແລະ ຕ່າງໜ້າການນໍາຂອງເມືອງເຊີ່ງນໍາໂດຍທ່ານ ນີລະພົບ ທອງສະຫວັດ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີບັນດາທ່ານຄະນະໂຄສະນາອົບຮົມເມືອງ ແລະ ພາກທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຄີພິຍານ.
ໃນພິທີ ພຣະອາຈານໃຫຍ່ ອາດຍາທໍາ ຄໍາເງິນ ຄໍາວົງສ໌ ໄດ້ໃຫ້ຮູ້ວ່າ: ອີງຕາມການສະເໜີຂອງຫ້ອງການຖະແຫຼງ,ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໃນໄລຍະທີ່ຜ່ານມາ ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານຖະແຫຼງຂ່າວ-ສື່ມວນຊົນ ຈິງໄດ້ສະເໜີຕໍ່ຜູ້ປະກອບການ ກໍ່ຄືພໍ່ແມ່ອອກຍາດໂຍມທັງຫຼາຍທີ່ມີນໍ້າໃຈສັດທາ ແລະ ໄດ້ມອບທຶນຈໍານວນໜຶ່ງໃນການຈັດຊື້ກ້ອງຖ່າຍຮູບນິ້ງຈໍານວນ 1 ໜ່ວຍ, ຍີ້ຫໍ້ Panasonic Lumix 99 ( ພາລາໂຊນິກ ລູມິກທີແຊັດ 99 ) ລວມເປັນມູນຄ່າທັງໝົດ 13 ລ້ານກີບ ເພຶ່ອນໍາໄປມູນໃຊ້ເຂົ້າໃນໜ້າທີວຽກງານວິຊາສະເພາະ ໃນການເກັບກໍາຂໍ້ມູນຂ່າວສານຕ່າງໆ ໃຫ້ມີຄວາມສະດວກວອງໃວ ແລະ ທັນກັບເຫດການທີ່ເກີດຂຶ້ນ.
ກ່າວມອບໂດຍພຣະອາຈານໃຫຍ່ ອາດຍາທໍາ ຄໍາເງິນ ຄໍາວົງສ໌ ປະທານທີປຶກສາ ອພສ ແຂວງບໍ່ແກ້ວ ກ່າວຮັບໂດຍທ່ານ ບຸນມີ ອິນທະນິນ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຈາກນັ້ນ ໃນພິທີ ທ່ານ ນີລະພົບ ທອງສະຫວັດ ໄດ້ມອບໃຫ້ຍ້ອງຍໍຂອງຄະນະກໍາມະການປົກຄອງເມືອງ ໃຫ້ແກ່ບຸກຄົນທີ່ມີຜົນງານ, ຄຸນງາມຄວາມດີປະກອບສວນວັດຖຸປັດໃຈເຂົ້າໃນການຈັດຊີ້ອຸປະກອນສືມວນຊົນໃນຄັ້ງນີ້ຕື່ມອີ່ກ.





ຂ່າວ: ອຸ່ນຄໍາ ຂັນວາລິດ
ແອດມິນ: ທອງຈັນ ວົງປັນຍາ



