ວັນທີ 8 ເມສາ 2026 ນີ້ ເມືອງຫ້ວຍຊາຍ ປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວຄົບຮອບ 71 ປີ ( 14 ເມສາ 1955 – 14 ເມສາ 2026 ) ເຂົ້າຮ່ວມມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ- ຮອງຫົວໜ້າຫ້ອງການ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວເມືອງ, ເລຂາ-ຮອງເລຂາຄະນະໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງເມືອງສະມາຊິກຊາວໜຸ່ມ ຕະຫຼອດຮອດ ນ້ອງນ້ອຍເຍົສວະຊົນເຂົ້າຮ່ວມ.
ທ່ານ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໄດ້ໃຫ້ກຽດຂຶ້ນປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ, ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຕະຫຼອດໄລ່ຍະ 71 ປີທີຜ່ານມາແຫ່ງການເຕົ້າໂຮມ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນ, ຊາວໜຸ່ມຈຳນວນບໍ່ໜ້ອຍໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດີນອັນແສນຮັກຂອງຕົນໃວ້ ແລະ ຜ່ານຂະບວນການດັ່ງກ່າວນັ້ນໄດ້ເກີດມີບັນພະບູລຸດທີມີຊື່ສຽງຄື: ເຈົ້າຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າສຸລິຍະວົງ, ທ່ານໄກສອນ ພົມວິຫານ ແລະ ຜູ້ອື່ນໆ. ເຊິ່ງບັນພະບູລຸດເຫຼົ່ານັ້ນ ເຄີຍນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງສັດຕູພາຍນອກ, ໄດ້ນຳເອົາປະເທດຊາດຜ່ານພົ້ນພາຍຸລົມແດງໃນແຕ່ລະຍຸກແຕ່ລະສະໄໝ ແລະ ສາມາດຮັກສາດີນແດນໃວ້ຢ່າງໝັ້ນຄົງ, ນ້ຳໃຈຮັກເຊື້ອແພງຊາດບໍ່ຍອມຈຳນົນຕໍ່ສັດຕູ ແລະ ນ້ຳໃຈເສຍສະຫຼະເລືອດເນື້ອອັນໜຸ່ມແໜ້ນເພື່ອປະເທດຊາດໄດ້, ຖືກອົບຮົມບົ່ມສອນພວກເພີ່ນມາແຕ່ຍັງໜຸ່ມ ສະນັ້ນ, ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມໃຫ້ວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງຊາດ ເປັນຜູ້ສືບທອດມູນເຊື້ອ ແລະ ວິລະກຳປະຫວັດສາດທີຈົງຮັກພັກດີຕໍ່ພັກ ຕໍ່ຊາດທັງໝົດນັ້ນແມ່ນມູນເຊື້ອອັນລວມຍອດຂອງຊາວໜຸ່ມລາວທີໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນການເຮັດສຳເລັດພາລະກຳປະຫວັດສາດຂອງຕົນຄື: ປົດປ່ອຍປະເທດຊາດ ແລະ ພວມຂະຫຍາຍບົດບາດປະຈັນບານເຂົ້າໃນ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດຢືນຍົງສູ່ຈຸດໝາຍສັງຄົມນິຍົມ, ໃນຂະບວນການຕໍ່ສູ້ຕ້ານຈັກກະພັດໃນແຕ່ລະໄລ່ຍະ ກໍ່ໄດ້ມີກໍາລັງສູ້ຮົບຂອງກອງເຈົ້າໄຊຍະຈັກກະພັດ, ກອງເຈົ້າຟ້າປັດໄຈ ແລະ ກອງກຳລັງອື່ນໆ ນັ້ນແມ່ນຊາວໜຸ່ມມາຈາກກຳລັງປະກອບອາວຸດເອີ້ນວ່າ: ຄະນະຊາວໜຸ່ມຕະລຸມບອນ ເຊິ່ງໄດ້ມີບົດບາດຕະລຸມບອນ ບໍ່ວ່າແນວໜ້າ ຫຼື ແນວຫຼັງກໍ່ລ້ວນແຕ່ມີກຳລັງຂອງຊາວໜຸ່ມ, ສະນັ້ນ ພາຍຫຼັງພັກໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ 1 ໄດ້ກຳນົດເອົາວັນທີ 22 ມີນາ 1955 ເປັນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ຍ້ອນເຫັນໄດ້ບົດບາດຄວາມສຳຄັນຂອງຊາວໜຸ່ມ ພັກໄດ້ກໍານົດເອົາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວຂຶ້ນໃນວັນທີ 14 ເມສາ 1955 ນັບແຕ່ນັ້ນເປັນຕົ້ນມາ. ຈາກນັ້ນຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມແຂວງ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງຫ້ວຍຊາຍ ເປັນເມືອງ 3ດີ 4 ຮູ້ ໃຫ້ກຽດມອບໂດຍທ່ານ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ແລະ ຜ່ານມະຕິກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ່ 9 ຜ່ານບົດແນະນໍາການຈັດຕັ້ງປະຕິບັດກົດລະບຽບຂອງຄະນະຊາວໜຸ່ມ ປປ ລາວ ຄັ້ງທີ່ 9 ແລະ ມະຕິບົງຕົວແຕ່ງຕັ້ງເລຂາ-ຮອງເລຂາໜ່ວຍຊາຍໜຸ່ມຫ້ອງການກະສິກໍາ ແລະ ສິ່ງແວດລ້ອມອີກດ້ວຍ.






ພາບ,ຂ່າວ: ບຸນຈັນ ບຸນປັນຍາ
ແອດມິນ: ທອງຈັນ ວົງປັນຍາ



