ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ໄດ້ຈັດຂື້ນ ໃນວັນທີ 7 ເມສາ 2026 ນີ້ ໂດຍການເປັນປະທານ ຂອງທ່ານ ຈອມສີ ລັດຕະນະປັນ ປະທານສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ IV , ເຂົ້າມີທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງບໍ່ແກ້ວ, ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ມີບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຄະນະອົງການປົກຄອງແຂວງ, ອາດີການນຳຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ໄດ້ຮັບຟັງລາຍງານຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນສໍາເລັດຂອງການເລືອກຕັ້ງ ແລະ ການ ຢັ້ງຢືນຄຸນລັກສະນະຂອງ ສະມາຊິກສະພາ ປະຊາຊົນແຂວງບໍ່ແກ້ວ ຊຸດທີ V ແລະ ພິຈາລະນາ,ຮັບຮອງເອົາການເລືອກຕັ້ງບັນດາຕໍາແຫນ່ງທີ່ສໍາຄັນ ແລະ ໂຄງປະກອບກົງຈັກການຈັດຕັ້ງ ຂອງອົງການອໍານາດລັດຂັ້ນແຂວງ ໃນນັ້ນ ໄດ້ຮັບຮອງເອົາທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງບໍ່ແກ້ວເປັນປະທານປະທານສະພາປະຊາຊົນແຂວງບໍ່ແກ້ວຊຸດທີ V, ທ່ານ ດາລີວັນ ພູສະຫວັນ ແລະ ທ່ານ ຄຳຈັນ ອິນທະຈັກ ເປັນຮອງປະທານສະພາປະຊາຊົນແຂວງບໍ່ແກ້ວຊຸດທີ V, ແລະ ຮັບຮອງເອົາກຳມະການຄະນະປະຈຳສະພາປະຊາຊົນ ຈຳນວນ 4 ທ່ານ ຄື: ທ່ານ ສາຍຄຳ ຄຳປະເສີດ ເປັນທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທຳ, ທ່ານ ນາງ ບົວຄົມ ຂານສຸວົງ ເປັນປະທານຄະນະກຳມະການ ເສດຖະກິດ-ການເງິນ ແລະ ສິ່ງແວດລ້ອມ, ທ່ານ ບົວຮອງ ແກ້ວສຸບັນ ເປັນປະທານຄະນະກຳມະການ ວັດທະນະທຳ-ສັງຄົມບັນດາເຜົ່າ ແລະ ສາສະໜາ, ທ່ານ ນາງ ອຳພອນ ບຸນຍາວົງ ເປັນຫົວໜ້າຫ້ອງວ່າການສະພາປະຊາຊົນແຂວບໍ່ແກ້ວ, ຈາກນັ້ນຄະນະປະທານສະພາປະຊາຊົນແຂວງບໍ່ແກ້ວ ຊຸດໃໝ່ ຊຸດທີ Vໄດ້ຂື້ນປະຈຳທີ່ເປັນປະທານເພື່ອສືບຕໍ່ດຳເນີນກອງປະຊຸມ ນອກນີ້ຍັງໄດ້ປະກອບຄຳເຫັນພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີ ຄັ້ງ X (2026-2030); ບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນແຂວງບໍ່ແກ້ວ; ບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ; ຂອງອົງການໄອຍະການປະຊາຊົນແຂວງບໍ່ແກ້ວ; ບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາລັດແຂວງບໍ່ແກ້ວ; ບົດລາຍງານການເຄື່ອນໄຫວວຽກງານ 3 ປີ (2023-2025) ແລະ ທິດທາງ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດສອບ ປະຈໍາພາກເຫນືອ,ບົດລາຍງານກ່ຽວກັບແຜນການເຄື່ອນໄຫວ 5 ປີ (2026-2030) ຂອງສະພາ ປະຊາຊົນແຂວງ ບໍ່ແກ້ວ ຊຸດທີ V ແລະ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງນິຕິກໍາ ໃຕ້ກົດຫມາຍ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V.
















ຂ່າວ: ສາຍສະໝອນ ແກ້ວວິສິດ
ແອດມິນ: ທອງຈັນ ວົງປັນຍາ



