ການນໍາພັກ-ລັດ ແຂວງບໍ່ແກ້ວ ວາງພວງມາລາ ເນື່ອງໃນໂອກາດວັນ ສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ.

ວັນທີ 4 ເມສາ 2026 ນີ້. ເວລາ 6 ໂມງ 30 ນາທີ ການນໍາຂອງແຂວງບໍ່ແກ້ວ ນໍາໂດຍສະຫາຍ ພົ.ວ  ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ພ້ອມດ້ວຍຄະນະນຳຂອງແຂວງ, ມີຄະນະນຳກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ບັນດາພະແນກການອ້ອມຂ້າງແຂວງ ໄດ້ເຂົ້າວາງພວງມະລາທີ່ອະນຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ່) ແລະ ວາງກະຕ່າດອກໄມ້ທີ່ອະນຸສາວະລີ ປະທານ ໄກ ສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961-5 ເມສາ 2026 ).

ການວາງພວງມະລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້ ເພື່ອເປັນການສະແດງຄວາມເຄົາລົບຮັກ,ຄວາມກະຕັນຍູ ຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດ ຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດາສະມາຊິກພັກນັກຮົບປະ ຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ, ພາຍຫຼັງສໍາເລັດການວາງພວງມາລາທີ່ອານຸສາວະລີນັກຮົບວິລະນາແລ້ວ. ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍປະທານໄກສອນ ພົມວິຫານ ອາດິດຜູ້ນໍາທີ່ແສນເຄົາລົບຮັກຂອງທົ່ວປວງຊົນລາວທັງຊາດ ເພື່ອສະແດງເຖີງຄວາມກະຕັນຍູຮູ້ບຸນຄຸນຂອງທ່ານ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດຕ່າງດ້າວ ຈົນສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ.ເຊິ່ງຜົນງານ ແລະ ຄຸນງານຄວາມດີຂອງທ່ານ ແມ່ນໄດ້ຈາລືກໃນຄວາມຊົງຈໍາຂອງປະຊາຊົນລາບັນດາເຜົ່າຕະຫລອດໄປ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa