ເປີດແຫຼ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາ ເມືອງເມິງ ແຂວງບໍ່ແກ້ວ.

ວັນທີ 3 ເມສາ 2026 ຜ່ານມານີ້, ຢູ່ທີ່ບ້ານຜາດໍາ ເມືອງເມິງ, ແຂວງບໍ່ແກ້ວ ໄດ້ເປີດແຫຼ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ໃຫ້ກຽດເຂົ້າຮ່ວມມີ ທ່ານ ສີວິໄລ ສີແສນດີ  ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ,ມີທ່ານ ນາງ ບຸນຍົກ ແສງສະຫວ່າງ ກໍາມະການພັກແຂວງ, ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງບໍ່ແກ້ວ ແລະ ທ່ານ ຫຸ່ມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ຜຸ້ປະກອບການ, ແຂກຖືກເຊີນແຕ່ລະພາກສວນພາຍໃນເມືອງເຂົ້າຮ່ວມ.

ໃນພິທີທ່ານ ໄມ່ແອ ກັນທະພອນ ນາຍບ້ານ ບ້ານຜາດໍາ ໄດ້ລາຍງານຫຍໍ້າ ກ່ຽວກັບປະຫວັດ ແລະ ການກະກຽມການເປີດແຫຼ່ງທ່ອງທ່ຽວ ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ໃຫ້ຮູ້ວ່າ: ໃນເມື່ອກ່ອນໄດ້ມີນາຍພານລ່າເນື້ອເຂົ້າມາລ່າເນື້ອຢູ່ຂອບເຂດບໍລິເວນດັ່ງກ່າວ ແລະ ໄດ້ພົບເຫັນນໍ້າຕົກຕາດແຫ່ງນີ້ທີ່ມີຄວາມງົດງາມ, ອຸດົມສົມບູນໄປດ້ວຍສັດປ່ານາໆຊະນິດ ປົກຫົ້ມດ້ວຍປ່າໄມ້ໃຫຍ່ທີຂຽວສົດງົດງາມ ໄດ້ມີພະຍາກວາງໂຕໜຶ່ງທີ່ປົກປັກຮັກສາສະຖານທີ່ແຫ່ງນີ້ອັນເຮັດໃຫ້ນາຍພານຜູ້ນັ້ນຢ້ານກົວ ແລະ ບໍ່ກ້າມາລ້າເນື້ອໃນບໍລິເວນນີ້ອີກ ນໍ້າຕົກຕາດຫ້ວຍກາງແມ່ນສະຖານທີ່ທ່ອງທ່ຽວທໍາມະຊາດແຫ່ງໜຶ່ງທີ່ມີຄວາມງົດງາມຕາມທໍາມະຊາດ ຖືກອ້ອມຮອບດ້ວຍທໍາມະຊາດ ແລະ ສາຍພູ ເຊິ່ງເໝາະສົມສໍາລັບການທ່ອງທ່ຽວເພື່ອພັກຜ່ອນຊົມທໍາມະຊາດບວກກັບສາຍນໍ້າອັນເຢັນໃສທີ່ຫາໃສບໍ່ໄດ້ອີກແລ້ວ ນໍ້ຕົກຕາດແຫ່ງນີ້ຫ່າງຈາກເທດສະບານເມືອງປະມານ 29 ກິໂລແມັດ, ທິດເໜືອຕິດກັບຊາຍແດນບ້ານຈອມແຈ້ງ, ທິດໃຕ້ຕິດກັບບ້ານຜາຂາວ, ທິດຕາເວັນອອກຕິດກັບຊາຍແດນບ້ານຕໍແລ ແລະ ທິດໃຕ້ຕິດກັບແມ່ນໍ້າຂອງ ຊາຍແດນລາວ – ມຽນມາ ມີເນື້ອທີ່ທັງໝົດ 108 ເຮັກຕາ; ໃນນີ້ກໍານົດໃຫ້ສໍາປະທານນໍາລັດເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດມີ 4 ເຮັກຕາ ໃນໄລຍະຜ່ານມານໍ້າຕົກຕາດແຫ່ງນີ້ມີຄວາມງົດງາມກໍ່ຈິງແຕ່ເສັ້ນທາງເຂົ້າມາຫາສະຖານທີ່ແຫ່ງນີ້ແມ່ນຕ້ອງໄດ້ຍ່າງປະມານ 1 – 2 ຊົ່ວໂມງ ປັດຈຸບັນມີຜູ້ປະກອບການສາໍປະທານ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ຈາກນັ້ນຜູ້ປະກອບການກໍ່ໄດ້ເອົາໃຈໃສ່ພັດທະນາປັບປຸງສະຖານທີ່ແຫ່ງນີ້ເປັນຕົ້ນແມ່ນຕັດເສັ້ນທາງເຂົ້າມາຫາຈຸດໃຈກາງຂອງນໍ້າຕົກຕາດທີ່ມີຄວາມຍາວ 3  ກິໂລແມັດ, ປັບປຸງສະຖານທີ່ບ່ອນຈອດລົດ, ຕັ້ງຕູບບໍລິການ 9 ຫຼັງ, ຫ້ອງນໍ້າ 2 ຫ້ອງ ແລະ ອໍານວຍຄວາມສະດວກໃຫ້ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ໂອກາດດ່ຽວກັນນີ້ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ ເລຂາພັກເມືອງ ຍັງໄດ້ຮຽກຮ້ອງມາຍັງຜູ້ປະກອບການປົກປັກຮັກສາສະພາບແວດລ້ອມ ເປັນຕົ້ນແມ່ນ: ຮັກສາປ່າໄມ້, ຮັກສາຄວາມສະອາດສະຖານທີ່ນໍ້າຕົກຕາດ, ຮັກສາຄວາມເປັນລະບຽບຮ້ອຍ ແລະ ຮັກສາຄວາມສະຫງົບປອດໄພ, ໃຫ້ອົງການປົກຄອງບ້ານ ຈະຫຼອດຮອດພໍ່ແມ່ປະຊາຊົນເປັນຜູ້ຊ່ວຍຊຸກຍູ້ໃຫ້ການກັບສະໜັບສະໜູນ, ອໍານວຍຄວາມສະດວກດ້ານຕ່າງໆໃຫ້ກັບຜູ້ປະກອບການທີ່ມີຄວາມຕ້ອງການຢາກມາລົງທືນພັດທະນາແຫຼ່ງທ່ອງທ່ຽວທີ່ຢູ່ພາຍໃນເມືອງພວກເຮົາໃຫ້ມີຄວາມໂດດເດັ່ນ ແລະ ເປັນສະຖານທີ່ທ່ອງທ່ຽວຂອງເມືອງໃຫ້ມີຄວາມຍືນຍົງຕະຫຼອດໄປ ຈາກນັ້ນໃນພິທີການນໍາພັກ-ລັດ ຂອງແຂວງ-ຂອງເມືອງໄດ້ພ້ອມກັນຕັດລີບີນ ແລະ ລັ້ນຄ້ອງ 9 ບາດ ເພຶ່ອເປັນສິລິມຸງຄົນ້ອມກັນນັ້ນຍັງໄດ້ຮັບຊົມການສະແດງສິນລະປະວັນນະຄະດີ.

ຂ່າວ: ອຸ່ນຄໍາ ຂັນວາລິດ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa