ກອງປະຊຸມຄົບຄະນະບໍລິຫານການພັກແຂວງບໍ່ແກ້ວ ປະຈຳໄຕມາດ I ແລະ ທິດທາງແຜນການປະຈຳໄຕມາດ II ປີ 2026 ໄດ້ໄຂຂຶ້ນຕອນເຊົ້າຂອງວັນທີ 6 ເມສາ 2026ນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພົ.ຈວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານການພັກແຂວງບໍ່ແກ້ວ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງ, ຫ້ອງການ, ສອງກອງບັນຊາການ, ເຈົ້າເມືອງ 5 ເມືອງອ້ອມຂ້າງແຂວງເຂົົ້າຮ່ວມ.
ໃນກອງປະຊຸມສະຫາຍ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ໄດ້ຜ່ານບົດສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິ ບັດວຽກງານຮອບດ້ານປະຈຳ 4 ເດືອນຕົ້ນປີ ແລະ ທິດ ທາງແຜນການເດືອນ 5-6 ປະຈຳປີ2026 ໃນຕໍ່ໜ້າ. ຕະຫຼອດໄລຍະຜ່ານມາແມ່ນໄດ້ຖືເອົາວຽກງານສຶກສາອົບ ຮົມການເມືອງແນວຄິດເປັນບັນຫາສຳຄັນໂດຍຖືເອົາ 5 ຫຼັກການ 3 ທິດນຳເຂົ້າໃນການກໍ່ສ້າງພັກ-ພະ ນັກງານ, ເຮັດໃຫ້ພະນັກງານສະມາຊິກພັກ-ລັດຖະກອນມີຄວາມໜັກແໜ້ນທາງດ້ານການຈັດຕັ້ງ, ເຂັ້ມແຂງ ທາງດ້ານການນຳພາຕາມ 7 ໜ້າທີ 11 ສິດຂອງພັກວາງອອກ, ດ້ານວຽກງານເສດຖະກິດຂອງແຂວງໄດ້ຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຜ່ານມາສາມາດ ຈັດເກັບລາຍຮັບເຂົ້າງົບປະມານຂອງແຂວງປີ 2026 ຮອດວັນທີ 30 ມີນາ ດ້ານລາຍຮັບປະຕິບັດໄດ້ 367,33 ຕື້ກີບ ໃນນີ້ພູດສູນກາງປະຕິບັດໄດ້ 181,51 ຕື້ກີບ, ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 185,82 ຕື້ກີບ. ໃນປີ 2026ນີ້ ໄດ້ຮັບອະນຸມັດການລົງທຶນຂອງລັດຈາກສະພາແຫ່ງຊາດ ມີ 170 ໂຄງການມູນຄ່າ 4,601.73 ລ້ານກີບ, ວຽກງານຄຸ້ມຄອງມະຫາພາກໄດ້ຊຸຸກຍູ້ການຜະລິດຂອງປະຊາ ຊົນໃນລະດູແລ້ງ: ການຜະລິດເຂົ້ານາແຊງໃນເນື້ອທີ 376.54 ເຮັກຕາ, ຄາດຄະເນຜົນຜະລິດຈະໄດ້ 2,742 ໂຕນ, ຊຸກຍູ້ການປູກພືດເປັນສິນຄ້າໃນເນື້ອທີ່ 5,642 ເຮັດຕາ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄດ້ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໂດຍຖືເອົາຄອບຄົວ ເພື່ອເຮັດໃຫ້ເສດຖະກິດຂອງປະຊາຊົນມີທ່າຂະຫຍາຍຕົວດີຂຶ້ນ, ດ້ານວຽກງານອຸດສາຫະກຳ-ການຄ້າໄດ້ຄຸ້ມຄອງລາຄາ ແລະ ຄ່າບໍລິການໃນການລົງຕິດຕາມລາຄາສິນຄ້າໃນທ້ອງຕະຫຼາດຕາມນະໂຍບາຍລາຄາດຽວເຫັນວ່າລາຄາບາງຊະນິດມີທ່າອ່ຽງເພີ່ມຂຶ້ນ ຕາມອັດຕາແລກປ່ຽນຂອງເງິນຕາ ສ້າງສິ່ງອຳນວຍຄວາມສະດວກ ເພື່ອດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າໃນການພັດທະນາດ້ານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳມູນຄ່າຜະລິດຕະ ພັນປະຕິບັດໄດ້ 80.17 ຕື້ກີບທຽບໃສ່ປີຜ່ານມາເພີ່ມຂຶ້ນ 73 ຫົວໜ່ວຍ, ມູນຄ່າຈໍລະຈອນສິນຄ້າປະຕິບັດໄດ້ 0.30ຕື້ກີບມູນຄ່າສິນຄ້າສົ່ງອອກ ປະຕິບັດໄດ້ 15,30%, ມູນຄ່ານຳເຂົ້າປະຕິບັດໄດ້ 26,85 ລ້ານໂດລາ ໄດ້ເອົາໃຈໃສ່ຕິດຕາມກວດກາ ແລະ ທຳລາຍສິນຄ້າໃນທ້ອງຕະຫຼາດທີ່ໝົດອາຍຸ, ສິນຄ້າຕ້ອງຫ້າມ, ສິນຄ້າປອມ ແປງ ແລະ ນຳໄປທຳລາຍຕາມລະບຽບການ ພ້ອມທັງໄດ້ປັບປຸງ ແລະ ກຳນົດລາຄາສິນຄ້າຄືນໃນທ້ອງຕະຫຼາດ ຕາມຄວາມເໝາະສົມ. ກອງປະຊຸມບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ປະກອບຄຳເຫັນຕໍ່ກັບວຽກງານໃນຂົງເຂດຄວາມຮອບຜິດຊອບຂອງຕົນ ເພື່ອລາຍງານສະພາບການຈັດຕັ້ງປະຕິບັດວຽກງານດ້ານອື່ນໆ ແລະ ດ້ານອ່ອນ ຂໍ້ ຄົງຄ້າງ ເພື່ອສືບຕໍ່ແກ້ໄຂໃນຕໍ່ໜ້າ, ຮັບປະກັນໃຫ້ແຂວງມີສະຖຽນນະພາບທາງດ້ານການເມືອງທີ່ໜັກແໜ້ນເຂັ້ມແຂງ, ສັງຄົມມີຄວາມສະຫງົບປອດໄພ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຄວາມສະດວກໃນການພັດທະນາແຂວງຢ່າງຮອບດ້ານ ແລະ ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງເທື່ອລະກ້າວ.







ຂ່າວ: ບຸນຈັນ ມະນີໄຊ ວັນທີ 6 ເມສາ 2026.
ແອດມິນ: ທອງຈັນ ວົງປັນຍາ.



