ແຂວງບໍ່ແກ້ວ ໄດ້ຈັດຕັ້ງການ ຫວນຄືນມູນເຊື້ອຂອງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ( 22 ມີນາ ປີ1955 ຫາ 22 ມີນາ 2026 ), ແລະ ວັນນັກຮົບເສຍຫຼະຊີວິດ ເພື່ອນປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 ຫາ 21 ມີນາ 2026), ແມ່ນໄດ້ຈັດຂື້ນ ຢູ່ ທີ່ ຫໍວັດທະນະທຳແຂວງ, ໃນວັນທີ 18 ມີນາ 2026 ນີ້; ມີບັນດາ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ 5 ເມືອງ, ຄະນະເລຂາທິການ ສະພາປະຊາຊົນແຂວງ, ຄະນະພັກສອງກອງບັນຊາການ ປກຊ-ປກສ, ຫົວໜ້າພະແນກການ-ອົງການອ້ອມຂ້າງແຂວງ, ແນວລາວສ້າງຊາດແຂວງ, ສະຫະພັນນັກຮົບເກົ່າແຂວງ, ອົງການຈັດຕັ້ງມະຫາຊົນ, ຄະນະເຂດເສດຖະກິດພິເສດສາມຫຼ່ຽມຄຳ, ໂຮງຮຽນ, ໂຮງໝໍ ແລະ ລັດວິສາຫະກິດອ້ອມຂ້າງແຂວງ ເຂົ້າຮ່ວມ.
ສະຫາຍ ນາງ ສູ່ງ ແກ້ວໂພໄຊ ກຳມະການພັກແຂວງ ຫົວໜ້າ ຄະນະໂຄສະນາອົບຮົມ ແຂວງໄດ້ຜ່ານ ເອກະສານວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ, ໃນປີ 1946 ພວກລ່າເມືອງຂື້ນຝຣັຶ່ງ ໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່, ເພືຶ່ອສະກັດກັ້ນຕ້ານຢັນການບຸກລຸກຄັ້ງໃໝ່ ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ສົມທົບກັບກອງກໍາລັງປະກອບອາວຸດ ຂອງຄົນຫວຽດນາມ ຢູ່ລາວ ໄດ້ດໍາເນີນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານການບຸກລຸກບຽດຢຶດ ຂອງສັດຕູຢູ່ບັນດາຕົວເມືອງຕ່າງໆໃຫ້ປະລາໄຊເປັນກ້າວໆ ເດັ່ນກວ່າໝູ່ແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຊ ຶ່ງເປັນຈຸດຍຸດທະສາດສໍາຄັນ ຂອງການປະຕ ວັດໃນເວລານັ້ນ, ເພືຶ່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານກັບກໍາລັງທະຫານ ຂອງພວກລ່າເມືອງຂື້ນຝຣັ່ງ ແລະ ພວກປະຕ ການຂາຍຊາດທີ່ຈະຢຶດເອົາຕົວເມືອງທ່າແຂກ, ໃນຕົ້ນເດືອນ 2 ປີ 1946 ໜ່ວຍພັກປະຈໍາ ເມືອງທ່າແຂກໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິຊ ຶ່ງໄດ້ລະບຸໄວ້ວ່າ: “ຕ້ອງເພີື່ມຄວາມສາມັກຄີລະຫວ່າງ 2 ກໍາລັງປະກອບອາວຸດ ຂອງລາວ ແລະ ຊາວຫວຽດນາມຕ່າງດ້າວ ເພື່ອກະກຽມໃຫູ້ແກ່ການຕໍ່ສູ້ປ້ອງກັນທ່າແຂກ, ປົກປັກຮັກສາຊັບສົມບັດ ຂອງປະຊາຊົນ ແລະ ເປັນການທົດສອບໃນແປວໄຟ ເພື່ອສ້າງກຳລັງໃຫູ້ເຕີບໃຫຍ່ຂະຫຍາຍຕົວ”
ໂອກາດນີ້ ສະຫາຍ ຄຳແຍງ ຄອນໄຊສະກິດ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດພັກ-ພະນັກງານ ໄດ້ຫວນຄືນມູນເຊື້ອລະນຶກເຖິງ ເຫດການສໍາຄັນທາງດ້ານປະຫວັດສາດ ເປັນຕົ້ນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ ຂອງການປະຕິວັດ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 71 ປີ ແຫ່ງການຕໍ່ສູ້ຢ່າງພິລະອາດຫານ ຂອງນັກຮົບປະຕິວັດ ແລະ ປະຊາຊົນບັນດາເຜົ່າ ເພື່ອພາລະກິດປະຕິວັດ ທັງເປັນ ການໂຄສະນາ-ສຶກສາອົບຮົມ ໃຫ້ພະນັກງານ, ສະມາຊິກພັກ,ຊາວໜຸ່ມ-ເຍົາວະຊົນນັກຮຽນ-ນັກສຶກສາ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດເສີມຂະຫຍາຍມູນເຊື້ອປະຕິວັດ ຂອງພັກ, ຂອງຊາດລາວເຮົາ, ມູນເຊື້ອ ການຕໍ່ສູ້ອັນພິລະອາດຫານ ຂອງບັນດາຜູ້ນຳ ຂອງພັກແລະ ແນວລາວຮັກຊາດ ເຂົ້າໃນການປົກປັກຮັກສາແລະ ສ້າງສາ ພັດທະນາປະເທດຊາດ, ເພື່ອສຶກສາອົບຮົມບັນດາຊັ້ນຄົນຕ່າງໆ ໃນທົ່ວສັງຄົມສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີເປັນປຶກແຜ່ນ, ມີສະຕິລະວັງຕົວຕໍ່ກົນອຸບາຍທໍາລາຍມ້າງ ເພ ຂອງອິດທິກຳລັງປໍລະປັກ, ເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານຂອງພັກ, ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງບັນດານັກຮົບປະຕິ ວັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດຍາດເຫື່ອ, ນໍ້າຕາ, ເລືອດເນື້ອ ແລະ ຊີວິດ ເພື່ອພາລະກິດຕໍ່ສູ້ປົດ ປ່ອຍຊາດ ໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.









ແ
ອດມິນ: ທອງຈັນ ວົງປັນຍາ



