ກອງປະຊຸມໃຫຍ່ ສະມາຊິກພັກຄັ້ງທີ II ຂອງໜ່ວຍພັກຄະນະຈັດຕັ້ງເມືອງປາກທາ

ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງໜ່ວຍພັກຄະນະຈັດຕັ້ງເມືອງ ປາກທາ ໄດ້ຈັດຂື້ນໃນວັນທີ 17 ມີນາ 2026 ນີ້ ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງປາກທາ ໂດຍການເປັນປະທານ ຂອງ ສະຫາຍ ຂັນທອງ ພອນຈະເລີນ ຮອງເລຂາໜ່ວຍພັກ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ປາກທາ, ມີທ່ານ ນາງ ອິ່ນທອງ ເລືອງສີຈັນທອງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ,ຕາງໜ້າຄະນະຮັບຜິດຊອບ,ມີສະມາຊິກພັກພາຍໃນໜ່ວຍແລະແຂກເຊີນ ເຂົ້າຮ່ວມ.

ສະຫາຍ ຂັນທອງ ພອນຈະເລີນ ຮອງເລຂາໜ່ວຍພັກ ໄດ້ຜ່ານ ບົດລາຍບົດລາຍງານການເມືອງ ທັງສອງພາກເຊິ່ງໄດ້ຍົກໃຫ້ເຫັນ ໜ່ວຍພັກ ຄະນະຈັດຕັ້ງເມືອງ ເປັນໜ່ວຍພັກໜື່ງມີສໍານັກງານຕັ້ງຢູ່ຂອບເຂດສໍານັກງານຫ້ອງວ່າການເມືອງເຊີ່ງເປັນເສນາທິການໃຫ້ແກ່ອົງຄະນະພັກເມືອງມີຄວາມສະດວກສະບາຍໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງ,ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກເມືອງ, ໂດຍສະເພາະແມ່ນຄະນະປະຈໍາພັກເມືອງ ໃນການຄົ້ນຄວ້າເຊື່ອມຊຶມ, ຜັນຂະຫຍາຍແນວທາງ ນະໂຍບາຍ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ນິຕິກໍາຕ່າງໆ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໃນທົ່ວອົງຄະນະພັກເມືອງ;ພາຍໃນໜ່ວຍທັງໝົດ 10 ສະຫາຍ, ຍິງ 5 ສະຫາຍ,  ເປັນສະມາຊິກພັກ ສົມບູນກວມ 100%  ໃນນັ້ນມີຄະນະພັກ 3 ສະຫາຍ,ຍີງ 1 ສະຫາຍ, ສະມາຊິກພັກກໍາມະບານ  10 ສະຫາຍ. ຍິງ 5 ສະຫາຍ, ມີສະມາຊິກຊາວໜຸ່ມ 3 ສະຫາຍ, ຍີງ 2 ສະຫາຍ, ສະຫະພັນແມ່ນຍີງ 5 ສະຫາຍ,ຜ່ານມາໜ່ວຍພັກຂອງພວກເຮົາ ໄດ້ຖືເອົາວຽກງານການເມືອງ ແນວຄິດເປັນວຽກງານແຖວໜ້າໃນການເຄື່ອນໄຫວຊີ້ນຳ-ນໍາພາຂອງຕົນ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ, ພະນັກງານ-ລັດຖະກອນທຸກສະຫາຍ ພາຍໃນໜ່ວຍໃຫ້ຮັບຮູ້ເຊື່ອມຊືມ ກໍາແໜ້ນທິດສະດີມາກ-ເລນິນ, ແນວທາງນະໂຍບາຍ ຂອງພັກ-ລັດ ເຮັດໃຫ້ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍມີທັດສະນະຫຼັກໝັ້ນຮູ້ຈຳແນກໄດ້ມິດ-ສັດຕູ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຈາກນັ້ນ ຄະນະໜ່ວຍພັກຊຸດເກົ່າ ໄດ້ລາໜ້າທີ່ຕໍາແໜ່ງ, ກອງປະຊຸມໄດ້ມີການປ່ອນບັດ ເລືອກເອົາຄະນະພັກຊຸດໃໝ່ ເຊິ່ງມີຜູ້ສະມັກ 3 ສະຫາຍ, ຍິງ2 ສະຫາຍ, ຜ່ານການດໍາເນີນການປ່ອນບັດຕົວຈິງ,ພ້ອມທັງດໍາເນີນກອງປະຊຸມຄັ້ງປະຖົມມະລືກ ເຊິ່ງໄດ້ເລືອກເອົາ ສະຫາຍ ນາງ ອິ່ນທອງ ເລືອງສີຈັນທອງ ເປັນເລຂາໜ່ວຍພັກ, ສະຫາຍ ຂັນທອງ ພອນຈະເລີນ ເປັນຮອງເລຂາໜ່ວຍພັກ ພ້ອມທອງເຮັດວຽກງານກວດກາໜ່ວຍພັກ.

ກອງປະຊຸມໃນຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງປາກທາ ກ່ອນອື່ນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍຄະນະພັກຊຸດໃໝ່ ທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ເຊິ່ງສະແດງເຖິງຄວາມເຊື່ອໝັ້ນແລະໄວ້ວາງໃຈຂອງບັນດາສະຫາຍສະມາຊິກພັກ  ແລະ ເຊື່ອໝັ້ນວ່າບັນດາສະຫາຍຈະພ້ອມກັນຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງສະມາຊິກພັກ, ຕ້ອງຖືສໍາຄັນວຽກງານ ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ ແລະ ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເອົາໃຈໃສ່ຄຸ້ມຄອງອົງການຈັດຕັ້ງລັດ, ກໍ່ສ້າງພະນັກງານ ເພື່ອໃຫ້ຮັບປະກັນໄດ້ການຈັດຕັ້ງທີ່ເຂັ້ມແຂງ, ພະນັກງານທີ່ມີຄວາມຮູ້ຄວາມສາມາດ ແລະ ທັງຮັບປະກັນໄດ້ພະນັກງານທີ່ຈະສືບທອດປ່ຽນແທນຕ້ອງເພີ່ມທະວີຄວາມສາມັກຄີຢູ່ພາຍໃນໃຫ້ໜັກແໜ້ນຂື້ນກວ່າເກົ່າສືບຕໍ່ຮັກສາຄວາມສາມັກຄີພາຍໃນພັກ, ພະນັກງານ-ລັດຖະກອນທຸກສະຫາຍ ແລະ ພ້ອມກັນປະຕິບັດໜ້າທີ່ວຽກງານຕາມພາລະບົດບາດໃໝ່ ທີ່ໃຫຍ່ກວ່າເກົ່າ ໃຫ້ມີຜົນສໍາເລັດທີ່ແທ້ຈິງ ແລະ ບາງຄໍາຄິດຄໍາເຫັນ ເພື່ອເປັນທິດຊີ້ນໍາ, ເປັນບ່ອນອີງໃຫ້ຄະນະພັກ, ສະມາຊິກພັກນໍາໄປຈັດຕັ້ງປະຕິບັດ ແລະ ເຊື່ອວ່າບັນດາສະຫາຍຄະນະພັກຊຸດໃໝ່ຈະເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃຕ້ການນໍາພາຂອງພັກ, ຍົກສູງຄວາມຮັບຜິດຊອບຂອງຕົນ, ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກໃຫ້ປະກົດຜົນເປັນຈິງເຮັດໃຫ້ຄະນະຈັດຕັ້ງເມືອງ ໄດ້ມີການປ່ຽນແປງຢ່າງຕັ້ງໜ້າ, ມີຄວາມເຂັ້ມແຂງຮອບດ້ານ ສົມກັບເປັນການຈັດຕັ້ງທີ່ເປັນເສນາທິການແກ່ຄະນະພັກຂັ້ນເທິງ.

 

ຂ່າວ: ບຸນເພັງ ທຸມມະວົງ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa