ຕອນເຊົ້າ ວັນທີ 17 ມີນາ 2026ນິ້. ປະທານຄະນະກວດກາພັກ-ລັດ ແຂວງບໍ່ແກ້ວ ນຳໂດຍ ທ່ານ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກ-ລັດ ແຂວງບໍ່ແກ້ວ ຫົວໜ້າອົງການຕ້ານສໍ້ລາດບັງຫຼວງ ແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ ຊຸກຍູ້ ວຽກງານກວດກາພັກ-ລັດ ຮອບດ້ານ ຢູ່ເມືອງຜາອຸດົມ ມີບັນດາທ່ານ ຄະນະປະຈຳພັກ-ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ສອງກອງບັນຊາການ ປກຊ-ປກສ, ພະນັກງານຫ້ອງການກວດາພັກ-ລັດເມືອງ ເຂົ້າຮ່ວມ.
ໃນໂອກາດ ທີ່ໄດ້ລົງເຄື່ອນໄຫວ ຕິດຕາມ ຊຸກຍູ້ ວຽກງານກວດກາພັກ-ລັດ ຮອບດ້ານ ຢູ່ເມືອງຜາອຸດົມຄັ້ງນີ້: ຍັງໄດ້ຮັບຟັງ ບົດລາຍງານຫຍໍ້ ຕີລາຄາການເຄື່ອນໄຫວ, ການນຳພາຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ, ສະພາບການຈັດຕັ້ງປະຕິບັດວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງ-ຄຳສະເໜີ, ວຽກງານປັບປຸງກົງຈັກການຈັດຕ້ງ ຢູ່ເມືອງຜາອຸດົມ, ຜ່ານມາ ການນຳຂອງເມືອງ ກໍ່ໄດ້ເອົາໃຈໃສ່ໃນການນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານກວດກາ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດຳເນີນໄປຢ່າງມີປະສິດຕິພາບ ແລະ ມີຜົນສຳເລັດ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ໃນການຈັດຕັ້ວປະຕິບັດວຽກງານກວດກາ ໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນ ຂໍ້ຄົງຄ້າງ, ສາເຫດບາງບົດຮຽນທີ່ຖອດຖອນໄດ້, ວິທີແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດວຽກງານກວດກາໃຫ້ດີຂື້ນກວ່າເກົ່າ.
ທ່ານ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ-ລັດ ແຂວງບໍ່ແກ້ວ ໄດ້ມີຄຳເຫັນເໜັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ສືບຕໍ່ຈັດຕັ້ງເຊື່ອມຊຶມແນວທາງ, ແຜນນະໂຍບາຍຂອງພັກ-ກົດ ໝາຍຂອງລັດ ກ່ຽວກັບວຽກງານກວດກາ, ຕິດພັນກັບການນໍາພາຂອງຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນໃຫ້ສູງຂຶ້ນ, ເພີ່ມທະວີການຕິດຕາມ ກວດກາປົກກະຕິເປັນຕົ້ນຕໍ່, ພ້ອມກັນນັ້ນ ກໍ່ຕ້ອງແກ້ໄຂບັນດາເປົ້າຫມາຍຕ່າງໆ ທີ່ມີການລະເມີດໃຫ້ເລິກເຊິ່ງ, ກວດກາແລ້ວຕ້ອງແກ້ໄຂຜົນການກວດກາໃຫ້ເຂັ້ມງວດ ແລະ ທັນການ, ສຸມໃສ່ດໍາເນີນການຕິດຕາມ, ກວດກາ ບັນດາຫາງສຽງຕ່າງໆ ທີ່ພາຍຫຼັງທີ່ສໍາເລັດການດໍາເນີນຊີວິດການເມືອງປະຈຳປີ ຂອງແຕ່ລະໜ່ວຍພັກ ເພື່ອກໍ່ສ້າງປັບປຸງປົວແປງຖັນແຖວພັກ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ປັບປຸງການຈັດຕັ້ງ-ຍົກສູງບົດບາດຄະນະກວດກາ ແລະ ຜູ້ເຮັດວຽກກວດກາແຕ່ລະຂັ້ນ ໃຫ້ປະຕິບັດຕາມພາລະບົດບາດຂອງຕົນ ພ້ອມກັນນັ້ນ ຕ້ອງມີການສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ກໍ່ຄືປະຊາຊົນຊັ້ນຄົນຕ່າງໆ ໃຫ້ເປັນເຈົ້າການ ເຂົ້າຮ່ວມວຽກງານ ຕິດຕາມ ກວດກາ ໂດຍສະເພາະແມ່ນວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງ ຫຼວງໃຫ້ກວ້າງຂວາງ ເອົາໃຈໃສ່ຕໍ່ວຽກງານການກໍ່ສ້າງ ແລະ ບຳລຸງພະນັກງານກວດກາ ຕ້ອງຮັບປະກັນໃຫ້ຕິດພັນ ກັບຫນ້າທີ່ການເມືອງຂອງພັກ, ຂອງລັດ ຕິດພັນກັບການປັບປຸງບູລະນະກົງຈັກການຈັດຕັ້ງ, ປັບປຸງກົນໄກແບບແຜນການນໍາພາ-ຊີ້ນໍາ, ຕ້ອງສ້າງພະນັກງານໃຫ້ຄົບຊຸດ, ໃຫ້ມີພະນັກງານນໍາພາ, ພະນັກງານວິຊາສະເພາະດ້ານວິຊາການຕ່າງໆ ຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກງານ ໃນໄລຍະໃຫມ່.





ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວ-ສານ: ຄະນະໂຄສະນາອົບຮົບ ເມືອງຜາອຸດົມ
ແອດມິນ: ທອງຈັນ ວົງປັນຍາ



