ໃນວັນທີ 16 ມີນາ 2026 ນີ້ ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານ ສູນກາງ ອພສ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ມາເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ ໂດຍໄດ້ເຂົ້າພົບປະການນຳຂອງແຂວງ ແລະ ສະເໝີຈຸດປະສົງຂອງການມາເຮັດວຽກໃນຄັ້ງນີ້ ກໍ່ເພື່ອເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ 9 ຂອງສູນກາງ ອພສ ແຫ່ງ ສປປ ລາວ ໃຫ້ ບັນດາ ອພສ ແຂວງບໍ່ແກ້ວໄດ້ຮັບຮູບຢ່າງທົ່ວເຖິງ ເຊິ່ງໃຫ້ກຽດຕອນຮັບ ພຣະອາຈານໃຫຍ່ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ໂດຍທ່ານ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກພະນັກງານ, ພ້ອມຄະນະເຂົ້າຮ່ວມ.
ຈາກນັ້ນພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານ ສູນກາງ ອພສ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ສືບຕໍ່ຈັດຕັ້ງການເຜີຍແຜ່ ຜົນສຳເລັດຂອງກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ 9 ຂອງສູນກາງ ອພສ ແຫ່ງ ສປປ ລາວ ຢູ່ທີ່ຫໍວັດທະນະທຳແຂວງ ໂດຍມີບັນດາ ຄະນະ ອພສ ແຂວງ, ພຣະເຖລາ, ນຸເຖລະ ແລະ ພຣະສົງສຳມະເນນທົ່ວແຂວງ, ມີບັນດາພະແນກການ ແລະ ອອກຕົນຍາດໂຍມບັນດາບ້ານເທດສະບານເຂົ້າຮ່ວມ.
ກອງປະຊຸມໄດ້ເຜີຍແຜ່ກ່ຽວກັບຜົນສຳເລັດຜົນສຳເລັດຂອງກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ 9 ເຊິ່ງໄດ້ຮັບຮອງເອົາບັນດາຜົນງານການເຄື່ອນໄຫວໃນໄລຍະຜ່ານມາ, ແລະ ວິທີການປັບປຸງແກ້ໄຂຂໍ້ຄົງຄ້າງ, ບັນດາທິດທາງແຜນການໃນຕໍ່ໜ້າ ແລະ ຮັບຮອງເອົາຄະນະກັມມະການບໍລິຫານງານສູນກາງ ອພສ ແຫ່ງ ສປປ ລາວ ຈຳນວນ 99 ອົງ, ໃນນັ້ນຄະນະກັມມະການບໍລິຫານງານ ປະຈຳສູນກາງ ອພສ ແຫ່ງ ສປປ ລາວ ຈຳນວນ 26 ອົງ, ຄະນະປະທານ ສູນກາງ ອພສ ແຫ່ງ ສປປ ລາວ ຈຳນວນ 9 ອົງ, ເຊິ່ງພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ເປັນປະທານ ສູນກາງ ອພສ ແຫ່ງ ສປປ ລາວ ແລະ ມີຄະນະທີ່ປຶກສາ ຂອງຄະນະກັມມະການບໍລິຫານງານສູນກາງ ອພສ ແຫ່ງ ສປປ ລາວ ຈຳນວນ 15 ອົງ, ນອງນີ້ກອງປະຊຸມໃຫ່ຍຍັງໄດ້ຮັບຮອງວຽກງານຈຸດສຸມ ແລະ ແຜນພັດທະນາ ອພສ 5 ປີ ປະກອບມຮ 11 ວຽກຈຸດສຸມ, 7 ແຜນງານ, 24 ໂຄງການ ແລະ 58 ກິດຈະກຳ, ທັງໝົດນັ້ນກໍ່ເພື່ອເຮັດໃຫ້ຄະນະ ອພສ ແຂວງ ພຣະສົງສຳມະເນນທົ່ວແຂວງບໍ່ແກ້ວ ແລະ ຫຼາຍພາກສ່ວນໄດ້ຮັບຮູ້ເຂົ້າໃຈ, ມີຄວາມເປັນເອກະພາບສູງ ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ໂອກາດນີ້ ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານ ສູນກາງ ອພສ ແຫ່ງ ສປປ ລາວ ໄດ້ມີຄຳເຫັນ ເໜັ້ນໜັກໃຫ້ຄະນະ ອພສ ແຂວງ, ພຣະສົງສຳມະເນນ ຈົ່ງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຂອງແຂວງ ແລະ ສູນກາງຕິດພັນກັບແນວທາງນະໂຍບາຍແນວທາງນະໂຍບາຍ ໃຫ້ຖືກຕ້ອງສອດຄ່ອງ ກໍຄືການນຳເອົາຫຼັກທຳຄຳສອນຂອງພຣະພຸດທະເຈົ້າ ເຜີຍໃຫ້ສັງຄົມຮູ້ຈັກບາດບຸນຄຸນໂທດ ເຮັດໃຫ້ທຸກຄົນເປັນຄົນດີມີສິນທຳ ເພື່ອເປັນການຕ້ານແລະ ສະກັດກັ້ນປະກົດການຫຍໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖ່ອຍລົງເທື່ອລະກ້າວ ແລະ ໃນພຣະພຸດທະສາສະໜາໃຫ້ໝົດໄປ, ພ້ອມກັນປົກປັກຮັກສາ, ສ້າງສາພັດທະນາປະເທດຊາດບ້ານເມືອງໃຫ້ຢູ່ເຢັນເປັນສຸກ ກໍ່ຄືການສ້າງສາພັດທະນາພຸດທະສາສະໜາໃຫ້ຈະເລີນຮຸ່ງເຮືອງຂື້ນເລື້ອຍໆ.















ຂ່າວ: ສາຍສະໝອນ ແກ້ວວິສິດ
ແອດມິນ: ທອງຈັນ ວົງປັນຍາ



