ວັນທີ 13 ມີນາ 2026 ນີ້, ທີ່ຫ້ອງການສາທາລະນະສຸກ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບ ຂອງຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດ ຂັ້ນເມືອງ ປະຈຳປີ 2025 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຈັນເພັງ ວັນນະພາສຸກ ຮອງຫົວໜ້າພະແນກສາທາລະນະສຸກແຂວງບໍ່ແກ້ວ, ມີບັນດາຄະນະກຳມະການຄຸ້ມຄອງກອງທືນປະກັນສຸຂະພາບຂັ້ນເມືອງ, ຂັ້ນໂຮງໝໍນ້ອຍເຂົ້າຮ່ວມ.
ກອງປະຊຸມ ທ່ານ ບຸນທະວີໄຊ ອິນທະຈັກ ຫົວໜ້າໜ່ວຍງານ ປະກັນສຸຂະພາບແຫ່ງຊາດ ຂັ້ນເມືອງ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດ ວຽກງານປະກັນສຸຂະພາບແຫ່ງຊາດ ຂັ້ນເມືອງ ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ເຊິ່ງໄດ້ຍົກໃຫ້ເຫັນຫຼາຍດ້ານເປັນຕົ້ນ: ອັດຕາປົກຄຸມປະກັນສຸຂະພາບທົ່ວເມືອງ 100% ຂອງປະຊາກອນ, ຕົວເລກການບໍລິການ, ອັດຕາຊົມໃຊ້ຂອງແຕ່ລະເປົ້າໝາຍໃນໂຮງໝໍເມືອງ ແລະ ໂຮງໝໍນ້ອຍ, ສັດສ່ວນການປິ່ນປົວເສ່ຍຄ່າ ແລະ ບໍ່ເສ່ຍຄ່າ, ການເກັບ ແລະ ຍົກເວັ້ນເງິນສົມທົບ, ແຍກປະເພດເປົ້າໝາຍຍົກເວັ້ນ, ລວມຄ່າທົດແທນຕາມປະເພດຜູ້ປະກັນຕົນ, ສົມທົບຄ່າສະເໜີ ແລະ ຄ່າທົດແທນຂອງສະຖານທີ່ບໍລິການ, ສະເລ່ຍຄ່າປິ່ນປົວຕໍ່ຄົນຕໍ່ປີ, ມູນຄ່າປິ່ນປົນທີ່ສະຖານທີ່ບໍລິການສະເໜີ ແລະ ລວມມູນຄ່າທົດແທນຈາກ ກປຊ, ທ່ານຍັງໃຫ່ຮູ້ອີກວ່າ: ເມືອງປາກທາ ມີສະຖານບໍລິການປິ່ນປົວພາຍໃນເມືອງປະກອບມີ: ໂຮງໝໍນ້ອຍ 6 ແຫ່ງ, ໂຮງໝໍຊຸມຊົນເມືອງ 1 ແຫ່ງ, ມີີ 34 ບ້ານ, ມີຈຳນວນປະຊາກອນ (ຜູ້ປະກັນຕົນ ) 23,537 ຄົນ, ທຽບໃສ່ປີ 2024 ຈຳນວນ 5,991 ເທື່ອຄົນ, ເຫັນວ່າຜູ້ມາບໍລິການປີ 2025 ຈຳນວນ 11,529 ເທື່ອຄົນ ເພີ່ມຂື້ນ 5,538 ເທື່ອຄົນທີ່ມາໃຊ້ບໍລິການ, ໃນນີ້ຕົວເລກປົກຄຸມປະກັນສຸຂະພາບທົ່ວເມືອງແມ່ນປົກຄຸມ 100% ຂອງປະຊາກອນທີ່ມາໃຊ້ບໍລິການທີ່ໂຮງໝໍນ້ອຍ ( ສຸກສາລາ)
ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ປືກສາຫາລືຄືນໃນການຈັດຕັ້ງປະຕິບັດວຽກງານ ປະກັນສຸຂະພາບ ໃນໄລຍະຜ່ານມາ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນ ຂໍ້ຄົງຄ້າງ, ສາເຫດບາງບົດຮຽນທີ່ຖອດຖອນໄດ້ ແລະ ພ້ອມກັນວາງທິດທາງແຜນການ, ວິທີແກ້ໄຂໃນຕໍ່ໜ້າຢ່າງເປັນແຜນງານອັນລະອຽດໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ດີຂື້ນເທື່ອລະກ້າວ.




ພາບ-ຂ່າວ: ວັນະເດດ
ແອດມິນ: ທອງຈັນ ວົງປັນຍາ



