ວັນທີ 17 ມີນານີ້, ເມືອງຫ້ວຍຊາຍ ປາຖະກະຖາຫວນຄືນມູນເຊື້ອຂອງພັກປະຊາຊົນປະຕິວັດລາວໃນໂອກາດວັນສ້າງຕັ້ງພັກຄົບຮອບ 71 ປີ ( 22ມີນາ 1955- 22ມີນາ 2026 ) ແລະ ວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາຄົບຮອບ 80ປີ ( 21ມີນາ 1946- 21 ມີນາ 2026) ໄດ້ຈັດຂຶ້ນທີ່ສູນເຝີກອົບຮົມຂອງເມືອງ, ເຂົ້າຮ່ວມມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ສອງກໍາລັງ ປກສ-ປກຊ ອໍານາດການປົກຄອງບ້ານ 18 ບ້ານເທດສະບານ ຕະຫຼອດຮອດພະນັກງານລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານເມືອງ ໄດ້ເປັນກຽດຂຶ້ນເຜີຍແຜເອກະສານມູນເຊື້ອຂອງພັກ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ແລະຜົນງານອັນສະຫງ່າລາສີຂອງພັກຕະຫຼອດໄລຍະ 71 ປີຜ່ານ, ພັກປະຊາຊົນປະຕິວັດລາວແມ່ນໄດ້ກຳເນີດຂຶ້ນທາມກາງແປວໄຟຂອງສົງຄາມຕໍ່ຕ້ານຈັກກະພັດຜູ້ຮຸກຮານ ພາຍຫຼັງພັກໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22ມີນາ 1955 ແລະ ພັກກໍ່ໄດ້ນຳພາປວງຊົນລາວທັງຊາດດຳເນີນການຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ ບົນແນວທາງອັນຖືກຕ້ອງ ແລະສະຫຼາດສ່ອງໃສ່ພັກ ພັກກໍໄດ້ນຳພາປວງຊົນລາວປົດປ່ອຍປະເທດຊາດ ແລະ ສະຖາປະນາເປັນ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຈາກນັ້ນພັກກໍໄດ້ວາງແນວທາງ ແລະນຳພາປວງຊົນລາວປະຕິບັດສອງໜ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດມີຄວາມສະຫງົບ ແລະຈະເລີນ ເສດຖະກິດ ແລະຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົາໄດ້ຮັບການປັບປຸງ ແລະດີຂຶ້ນເປັນກ້າວໆ.
ພ້ອມດຽວກັນນີ້, ທ່ານ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ກໍ່ໄດ້ຜ່ານເອກະສານມູນເຊື້ອວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 80ປີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງວິລະກຳອັນລໍ້າເລີດຂອງນັກຮົບປະຕິວັດທີ່ໄດ້ດຳເນີນການຕໍ່ສູ້ຢ່າງພິລະອາດຫານເພື່ອພາລະກິດປົດປ່ອຍປະເທດຊາດຄວາມພິລະອາດຫານນັ້ນໄດ້ເຮັດໃຫ້ນັກຮົບ ແລະ ປະຊາຊົນລາວບັນດາເຜົາໄດ້ອຸທິດຍາດເລືອດ ແລະ ຊີວິດເພື່ອພາລະກິດປະຕິວັດປົດປ່ອຍຊາດ ຫຼາຍທ່ານໄດ້ເສຍອົງຄະຫຼາຍທ່ານໄດ້ເສຍສະລະຊີວິດຢ່າງພາກພູມໃຈໃນພາລະກິດປະຕິວັດ, ການເຜີຍແຜເອກະສານຄັ້ງນີ້ກໍ່ເພື່ອເປັນການປູກ ແລະ ສ້າງຈິດສຳນຶກໃຫ້ແກ່ພະນັກງານ, ນັກຮົບຜູ້ສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຂອງພັກ ແລະ ຮັບຮູ້ເຖິ່ງວິລະກຳອັນລໍ້າເລີດຂອງນັກຮັບປະຕິວັດ ແລະ ປວງຊົນລາວບັນດາເຜົ່າຜູ້ທີ່ໄດ້ເສຍສະລະຊີວິດເພື່ອພາລະກິດປົດປ່ອຍຊາດໄດ້ຈົດຈຳບຸນຄຸນຂອງພວກທ່ານເຫຼົ່ານັ້ນຕະຫຼອດມາ.





ພາບ,ຂ່າວ: ບຸນຈັນ ບຸນປັນຍາ
ແອດມິນ: ທອງຈັນ ວົງປັນຍາ



