





ໃນວັນທີ 12 ມີນາ 2026 ຜ່ານມານີ້ ພາກສວນທີ່ກ່ຽວຂ້ອງ ຂອງເມືອງເມິງ ແຂວງບໍ່ແກ້ວ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້, ກວດ ຄວາມຄືບໜ້າຂອງໂຄງການກໍ່ສ້າງເສັ້ນທາງເປຕົງເສີມເຫຼັກທາງຊອຍ ຂອງບໍລິສັດແກ້ວຈະເລີນກໍ່ສ້າງສ້ອມແປງຊົນລະປະທານ, ຂົວທາງ ແລະ ເຄຫາ ແລະ ໂຄງການກໍ່ສ້າງທາງຍົກລະດັບ, ແຕ່ເທດສະບານເມືອງເມິງ ຫົາ ຂົວນໍ້າຟ້າ ເຊິ່ງນໍາໂດຍ ທ່ານ ສິວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາພັກເມືອງ, ມີພາກສວນທີ່ກ່ຽວຂ້ອງ ຂອງເມືອງ, ຕ່າງໜ້າທັງສອງບໍລີສັດ ແລະ ພະນັກງານວິຊາການຂອງຫ້ອງການ ຍທຂ ເມືອງເຂົ້າຮ່ວມ.
ຕາມການລາຍຂອງຫ້ອງການ ຍທຂ ເມືອງ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງເປຕົງເສີມເຫຼັກ ທາງຊອຍໃນເທດສະບານເມືອງເມິງ ມີຄວາມຍາວທັງໝົດ 6,663 ແມັດ, ຄວາມກວ້າງ 5-6 ແມັດ, ຄວາມໜາເປຕົງ 20 ເຊັນ ແລະ ໄດ້ແບ່ງອອກເປັນ 2 ສັນຍາຄື: ສັນຍາທີ 1 ມີຄວາມຍາວທັງໝົດ 2,936 ແມັດ, ມີມູນຄ່າທັງໝົດ 38 ຕື້ 140 ລ້ານກີບ, ສັນຍາທີ 2 ມີຄວາມຍາວທັງໝົດ 3,727 ແມັດ, ມີມູນຄ່າທັງໝົດ 42 ຕື້ 127 ລ້ານກີບ, ລວມມູນຄ່າຂອງໂຄງການ ກໍ່ສ້າງທັງສອງສັນຍາມີທັງໝົດ 80 ສີບຕື້ 267 ລ້ານກີບ ໂດຍບໍລິສັດແກ້ວຈະເລີນກໍ່ສ້າງສ້ອມແປງຊົນລະປະທານ, ຂົວທາງ ແລະ ເຄຫາ ມີໄລຍະການກໍ່ສ້າງ 18 ເດືອນ ມາຮອດປັດຈຸບັນການກໍ່ສ້າງສັນຍາທີ 1 ເທົ່າກັບ 16,60% ຄິດໄລເປັນຈໍານວນເງິນ 6 ຕື້ 332 ລ້ານກ່ວາກີບ ແລະ ສັນຍາທີ 2 ເທົ່າກັບ 23,80% ຄິດໄລເປັນຈໍານວນເງິນ 10 ຕື້ 27 ລ້ານກ່ວາກີບ ແລະ ໂຄງການກໍ່ສ້າງທາງຍົກລະດັບ, ແຕ່ເທດສະບານເມືອງເມິງ ຫາ ຂົວນໍ້າຟ້າ, ລວງຍາວ 34 ກິໂລແມັດ, ກວ້າງ 6 ແມັດ, ເປັນໂຄງການລົງທຶນຂອງລັດຖະບານ, ມູນຄ່າກໍ່ສ້າງ: 187 ຕື້ 776 ລ້ານກ່ວາກີບ ມີໄລຍະເວລາການກໍ່ສ້າງ: 36 ເດືອນ ໂດຍບໍລິສັດ ຄູນເມືອງໄຊ ພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ເຊິ່ງປະກອບມີໜ້າວຽກຄື: ບຸກເບີກອານາໄມ, ດຸດລອກໜ້າດິນ ໄປຕາມແລວທາງເກົ່າ, ວຽກດິນຕັດ, ວຽກດິນຖົມຊັ້ນຄັດເລືອກວັດສະດຸ ປັດຈຸບັນໄດ້ຈັດຕັ້ງປະຕິບັດໄປແລ້ວ 16,000 ແມັດ, ເທົ່າກັບ 20,20% ໃນມູນຄ່າ 37 ຕື້ 927 ລ້ານກ່ວາກີບ.
ໃນໂອກາດດ່ຽວກັນນີ້ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາພັກເມືອງ ໄດ້ຮຽກມາຍັງຜູ້ຮັບເມົາທັງສອງບໍລິສັດ ໃຫ້ເອົາໃຈໃສ່ສຶບຕໍ່ຈັດຕັ້ງປະຕິຕາມສັຍນາໃຫ້ເຂັ້ມງວດ, ຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ, ໃຫ້ເພີ່ມກົນຈັກ ແລະ ແຮງງານຕື່ມອີ່ກ ທັງນີ້ກໍ່ເພຶ່ອເຮັດໃຫ້ໜ້າວຽກໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ກໍານົດໃວ້ ແລະ ໄດ້ຮຽກຮ້ອງມາຍັງບໍລິສັດ ຄູນເມືອງໄຊ ພັດທະນາກໍ່ສ້າງ ຈໍາກັດຜູ້ດ່ຽວ ໃຫ້ຮີບຮ້ອນນໍາເອົາພາຫະນະກົນຈັກເຂົ້າມາສຶບຕໍ່ຈັດຕັ້ງປະຕິບັດໜ້າວຽກທີຍັງຄ້າງ ຢູ່ເມືອງເມິງໃຫ້ສໍາເລັດຕາມກໍານົດເວລາທີ່ວາງໃວ້.
ຂ່າວ: ອຸ່ນຄໍາ ຂັນວາລິດ
ແອດມິນ: ທອງຈັນ ວົງປັນຍາ



