ສະຫະພັນນັກຮົບເກົ່າໜ່ວຍບ້ານນໍ້າຄາລື້ ແລະ ໜ່ວຍບ້ານຖໍ້າພະບາດ, ເມືອງເມິງ ຈັດພິທີຮັບຮອງເປັນໜ່ວຍ 3 ດີ 6 ຮັກສາ

 ໃນ້ທ້າຍອາທິດທີ່ຜ່ານມານີ້ ຢູ່ທີ່ຫໍປະຊຸມບ້ານນ້ຳຄາລື້, ເມືອງເມິງ, ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດຮັບຮອງເອົາ ສະຫະພັນນັກຮົບເກົ່າໜ່ວຍນໍ້າຄາລື້ ແລະ ໜ່ວຍຖໍ້າພະບາດ ເປັນໜ່ວຍ 3 ດີ 6 ຮັກສາ ໂດຍການເປັນປະທານ ຂອງທ່ານ ສິງແກ້ວ ດວງຈໍາປາ ແລະ ທ່ານ ຄໍາດີ ສີໄມວັນ, ປະທານສະຫະພັນນັກຮົບເກົ່າ ໜ່ວຍບ້ານນໍ້າຄາລື້ ແລະ ໜ່ວຍບ້ານຖໍ້າພະບາດ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ນິລະພົບ ທອງສະຫວັດ, ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນເມືອງ ແລະ ທ່ານ ພັທ ແສງທອງ ອ່າງມະໂນສີ, ປະທານສະຫະພັນນັກຮົບເກົ່າເມືອງເມິງ, ເຂົ້າຮ່ວມມີພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ອົງການຈັດຕັ້ງທັງສອງບ້ານ ແລະ ສະມາຊິກສະຫະພັນນັກຮົບເກົ່າທັງ 02 ໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ 47 ທ່ານ, ຍິງ 3 ທ່ານ.

ໃນພິທີຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ຜົນສໍາເລັດ ຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງສະ ຫະພັນນັກຮົບເກົ່າທັງ 2 ໜ່ວຍໃນໄລຍະຜ່ານມາໂດຍຫຍໍ້ ເຊິ່ງໜ່ວຍສະຫະພັນນັກຮົບເກົ່າໜ່ວຍບ້ານນໍ້າຄາລື້ ແລະ ໜ່ວຍຖໍ້າພະບາດ ແມ່ນຂຶ້ນກັບສະຫະພັນນັກຮົບເກົ່າເມືອງເມິງ ກວມເອົາ 3 ບ້ານຄື: ບ້ານນໍ້າຄາລື້, ບ້ານປຸ່ງຫີນ-ນາງາມ ແລະ ບ້ານຖໍ້າພະບາດ, ປະກອບມີ 3 ເຜົ່າຄື: ເຜົ່າລື້, ເຜົ່າກຶມມຸ ແລະ ເຜົ່າຣາຫູຊີ, ມີສະມາຊິກນັກຮົບເກົ່າທັງໝົດ 20 ສະຫາຍ, ຍິງ 0 ສະຫາຍ. ໃນໄລຍະຜ່ານມາ ສະມາຊິກນັກຮົບເກົ່າແຕ່ລະສະຫາຍ ແມ່ນມີຄຸນທາດການເມືອງໜັກແໜ້ນ, ຮັກສາໄດ້ມູນເຊື້ອພິລະອາດຫານ, ມູນເຊື້ອດຸໝັ່ນຂະຫຍັນພຽນ, ມູນເຊື້ອຄວາມສາມັກຄີພາຍໃນ – ພາຍນອກດີ, ມີລະ ບຽບວິໄນ ໃນການຈັດຕັ້ງປະຕິບັດນວທາງນະໂຍບາຍຂອງພັກ – ລັດ, ເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນບັນດາເຜົ່າ, ໄດ້ເອົາໃຈໃສ່ທຸ້ມເທເຫື່ອແຮງ, ສະຕິປັນຍາເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເມືອງເມິງ ກໍ່ຄືບ້ານຊ່ອງຂອງຕົນຢ່າງຕັ້ງໜ້າຕະຫຼອດມາ, ພ້ອມກັນນີ້ ກໍ່ໄດ້ຕັ້ງໜ້າປັບປຸງກົງຈັກການຈັດຕັ້ງ ຢູ່ພາຍໃນແຕ່ລະໜ່ວຍໃຫ້ມີຄວາມເຂັ້ມແຂງ ສໍາເລັດຕາມແຜນການ 100 %; ຕິດພັນກັບກນພັດາທະນາຊິວິດການເປັນຢູ່ ຂອງສະມາຊິກສະຫະພັນນັກຮົບເກົ່າໃຫ້ກຸ້ມຢູ່ກຸ້ມກິນ ແລະ ຮັ່ງມີເຂັ້ມແຂງຂຶ້ນເລື້ອຍໆ. ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, 6 ຮັກສາ ຂອງບຸກຄົນ ແລະ ກົມກອງລວມໝູ່ທັງ 2 ໜ່ວຍ ແມ່ນບັນລຸໄດ້ດັ່ງນີ້: ປະເມີນ 3 ດີ ບັນລຸໄດ້ 90%, ປະເມີນ 6 ຮັກສາ ບັນລຸໄດ້ 85%; ສະມາຊິກນັກຮົບເກົ່າທັງ 2 ໜ່ວຍໄດ້ຮັບໃບຢັ້ງຢືນ 3 ດີ 6 ຮັກສາຂອງບຸກຄົນ ປະເພດ: 1 ຈໍານວນ 8 ສະຫາຍ, ປະເພດ: 2 ຈໍານວນ: 4 ສະຫາຍ, ປະເພດ: 3 ຈໍານວນ: 5 ສະຫາຍ ແລະ ຂອງກົມກອງລວມໝູ່: ໜ່ວຍນໍ້າຄາລື້ໄດ້ປະເພດ: 2 ແລະ ໜ່ວຍຖໍ້າພະບາດ ໄດ້ປະເພດ: 3. ໃນພິທີ ໄດ້ມີການມອບ – ຮັບໃບຍັ້ງຍືນ 3 ດີ 6 ຮັກສາ ຂອງປະ ທານສະຫະພັນນັກຮົບເກົ່າເມືອງໃຫ້ທັງສອງໜ່ວຍຢ່າງສົມກຽດ.

ໃນຕອນທ້າຍຂອງພິທີ ທ່ານ ນິລະພົບ ທອງສະຫວັດ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງທ່ານໄດ້ສະແດງຄວາມຍໍຍ້ອງຍໍຊົມເຊີຍ ຕໍ່ປະທານ, ຮອງປະທານໜ່ວຍ ແລະ ສະມາຊິກສະຫະພັນນັກຮົບເກົ່າທັງສອງໜ່ວຍທີ່ພ້ອມກັນສູ້ຊົນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, 6 ຮັກສາ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວວາງອອກໄດ້ມີຜົນສໍາເລັດ ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງສະມາຊິກນັກຮົບເກົ່າທຸກສະຫາຍ ໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມ ຂອງສະຫະພັນນັກຮົບເກົ່າໄວ້ໃຫ້ໝັ້ນຄົງ, ເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນບັນດາເຜົ່າ, ເປັນເຈົ້າການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ສືບຕໍ່ໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ຮຽກ ຮ້ອງໃຫ້ສັງຄົມເຂົ້າໃຈ ຕໍ່ບົດບາດ, ຄວາມສໍາຄັນ ຂອງສະຫະພັນນັກຮົບເກົ່າ ດັ່ງຄໍາເວົ້າທີ່ວ່າ: ມີເພິ່ນໃນວັນນັ້ນ ຈິ່ງມີພວກເຮົາໃນວັນນີ້, ຈະເດີນກ້າວໄປໜ້າ ໃຫ້ຫຼຽວຄືນຫຼັງ, ໄດ້ກິນເຂົ້າຢ່າລືມຄຸນນາ, ໄດ້ກິນປາຢ່າລືມຄຸນນໍ້າ, ປະເທດຊາດປົດປ່ອຍແລ້ວຢ່າລືມນັກຮົບເກົ່າ.

ຂ່າວ: ເມືອງ ເມິງ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa