



ໃນວັນທີ 11 ມີນາ 2026 ຜ່ານມານີ້ ຢູ່ທີ່ສະໂມສອນຂອງເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຫຼູບຖອດຖອນບົດຮຽນການປ່ອນບັດເລືກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊູດທີ V ໂດຍການເປັນປະທານຂອງ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານຄະນະກໍາມະການເລືອກຕັ້ງຂັ້ນເມືອງ, ຫົວໜ້າ-ຮອງຫົວໜ້າໜ່ວຍປ່ອນບັດເລືອກຕັ້ງພາຍພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ໄດ້ຜ່ານບົດສະຫຼຸບຕີລາຄາການກະກຽມ ແລະ ດໍາເນີນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເຂດເລືອກຕັ້ງເມືອງເມິງ ໄດ້ຍົກໃຫ້ເຫັນດ້ານດີແລະຜົນສໍາເລັດ ພາຍຫຼັງມີມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ, ສະບັບ ເລກທີ 118/ຄປຈຂ.ບກ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງເມືອງເມິງ ເພື່ອການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 5 ແລະ ສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V, ຄະນະກໍາມະການເລືອກຕັ້ງເມືອງເມິງ ກໍ່ໄດ້ເອົາໃຈໃສ່ກະກຽມປັບປຸງນິຕິກໍາຂອງສູນກາງ ແລະ ຂັ້ນແຂວງຫັນມາເປັນຂອງເມືອງ ແລະ ໄດ້ເປິດກອງປະຊຸມອົບຮົມໃຫ້ພະນັກງານທີ່ຈະລົງເກັບກໍາຂໍມູນຢູ່ບັນດາ ຫນ່ວຍ ແລະ ບ້ານ, ໃນການນໍາພາເຊື່ອມຊືມເອກະສານ, ແນະນໍາການນໍາໃຊ້ແບບຟອມ, ການເກັບກໍາຂໍ້ມູນ ເພື່ອປ້ອນໃສ່ແບບຟອມເພື່ອຄວາມເອກະພາບໃນ 23 ຫນ່ວຍເລຶອກຕັ້ງ ເພື່ອລົງຈັດຕັ້ງປະຕິບັດເກັບກໍາສະຖິຕິ ຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງບໍ່ແກ້ວ ຊຸດທີ V ໃນຮອບທີ 1 ແລະ ຮອບ 2 ໃນຈໍານວນ 23 ໜ່ວຍເລືອກຕັ້ງ, ເຊິ່ງມີຈໍານວນທັງໝົດ 11.099 ຄົນ, ຍິງ 5,492 ຄົນ ແລະ ໄດ້ກະກຽມອຸປະກອນຕ່າງໆໃຫ້ຄົບຖ້ວນ ເພຶ່ອກຽມຄວາມພ້ອມເຂົ້າໃນການປ່ອນບັດເລືອກຕັ້ງໃນວັນທີ 22 ກູມພາ 2026 ການເລືອກຕັ້ງໄດ້ດໍາເນີນ ແລະ ເປີດຫີບບັດຢ່າງເປັນທາງການໃນເວລາ 7 ໂມງເຊົ້າ ຂອງວັນທີ 22 ກຸມພາ 2026 ເຊິ່ງມີໜ່ວຍປ່ອນບັດເລືອກຕັ້ງທົ່ວເມືອງເມິງ ທັງໝົດ 23 ໜ່ວຍ. ຜ່ານການດໍາເນີນການປ່ອນບັດເລືອກຕັ້ງເຫັນວ່າປະຊາຊົນບັນດາເຜົ່າ ແມ່ນມີຄວາມຕື່ນຕົວສູງພ້ອມກັນໄປໃຊ້ສິດຂອງຕົນເລືອກເອົາຜູ້ແທນທີ່ມີມາດຖານ, ເງື່ອນໄຂ ຕາມທີ່ຂັ້ນເທິງວາງອອກ ດ້ວຍບັນຍາກາດຟົດຟື້ນ ຜ່ານການດໍາເນີນການປ່ອນບັດສາມາດຮັບປະກັນໄດ້ຕາມຄາດໝາຍ 400% ຈາກນັ້ນ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພຶ່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນດີໃນຄັ້ງຕໍ່ໄປ.
ໃນໂອກາດນີ້ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາພັກເມືອງ ໄດ້ໂອ້ລົມຕໍ່ກອງປະຊຸມຄິ້ງນີ້ ໃຫ້ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຢ່າງທົ່ວເຖິງ ແລະ ເລິກເຊິ່ງກ່ວາເກົ່າກ່ຽວກັບການເລືອກຕັ້ງ, ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ແລະ ອະນຸກໍາມະການ ການປ່ອນບັດ ຕ້ອງມີຄວາມຮັບຜິດຊອບສູງໃນການພົວພັນປະສານງານຕ່າງໆ, ມີການແບ່ງຄວາມຮັບຜິດຊອບ ໃຫ້ຄະນະໜ໋ວຍ ແລະອະນຸກໍາມະການພາຍໃນໜ່ວຍຕົນໃຫ້ລະອຽດຈະແຈ້ງໃນຂັ້ນຕ່າງໆ ນັບແຕ່ຂັ້ນເມືອງຮອດຂັ້ນຮາກຖານບ້ານ ເພື່ອພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ມີການສະຫຼຸບລາຍງານການຈັດຕັ້ງປະຕິບັດເປັນແຕ່ລະໄລຍະ, ຄະນະກໍາມະການເລືອກຂັ້ນແຂວງ-ຂັ້ນເມືອງ ຈະຕ້ອງໄດ້ເອົາໃຈໃສ່ລົງໃກ້ສິດຕິດແທດ ແລະ ຊີ້ນໍາ-ນໍາພາ ການປ່ອນບັດຢູ່ບັນດາໜ່ວຍເລືອກຕັ້ງ ແລະ ໃຫ້ເພີ່ມທະວີຄວາມຮັບຜິດຊອບຂອງແຕ່ໜ່ວຍປ່ອນບັດເລືອກຕັ້ງ ເພື່ອຮັບປະກັນໄດ້ຕາມຄາດໝາຍ 400%.
ຂ່າວ: ອຸ່ນຄໍາ ຂັນວາລິດ
ແອດມິນ: ທອງຈັນ ວົງປັນຍາ



