ຮອງເລຂາພັກເມືອງຜາອຸດົມ ຜູ້ຊີ້ນຳວຽກງານພັກ-ພະນັກງານ ໄດ້ໂອ້ລົມພະນັກ ງານລັດຖະກອນ ຫ້ອງການທີ່ຖືກຍຸບໂຮມເຂົ້າກັນ.

ວັນທີ 11 ມີນາ 2026ນີ້ ທ່ານ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ເມືອງຜາອຸດົມ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ໄດ້ລົງໂອ້ລົມ ພະນັກງານລັດຖະກອນ ຫ້ອງການທີ່ຖືກຍຸບໂຮມເຂົ້າກັນ, ກອງປະຊຸມ ໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມ ຫ້ອງການຄະນະໂຄສະນາອົບຮົມເມືອງ ໂດຍມີ ຫົວໜ້າ-ຮອງຫົວໜ້າຫ້ອງການ ພະນັກງານລັດຖະກອນ ຈາກ 5 ຫ້ອງການທີ່ຖືກຍຸບໂຮມເຂົ້າກັນຄື: ຫ້ອງການຈັດຕັ້ງເມືອງ, ຄະນະໂຄສະນາອົບຮົມເມືອງ, ຫ້ອງການແນວລາວສ້າງຊາດເມືອງ, ຫ້ອງການວັດທະນະທຳ ແລະການທ່ອງທ່ຽວເມືອງ ຫ້ອງການຍຸຕິທຳເມືອງ ເຂົ້າຮ່ວມ.

ທ່ານນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ໄດ້ກ່າວວ່າ: ການລົງມາໂອ້ລົມຄັ້ງນີ້ ກໍ່ເພື່ອສຶກສາອົບຮົມການເມືອງແນວຄິດ ໃຫ້ຖັນແຖວ ສະມາຊິກພັກ ພະນັກງານລັດຖະກອນ ຂອງຫ້ອງການທີ່ຖືກຍຸບໂຮມເຂົ້າກັນ ພ້ອມທັງມີຄຳເຫັນແນະນຳເຊັນວ່າ: ໃຫ້ບັນດາສະຫາຍເຂົ້າໃຈວ່າ ການຍຸບໂຮມໂອນວຽກງານໃຫ້ຫ້ອງການຕ່າງໆ ມັນບໍ່ແມ່ນແຕ່ບ້ານເມືອງ, ແຂວງຂອງພວກເຮົາ ແຕ່ເພິນໄດ້ເລີມຈັດຕັ້ງປະຕິບັດ ມາແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໃນຂອບເຂດທົ່ວປະເທດ, ໃນນີ້ບັນດາສະຫາຍທີ່ໄດ້ຮັບຜິດ ຊອບວຽກງານເກົ່າຢູ່ບັນດາຫ້ອງການທີ່ຖືກຍຸບໂຮມເຂົ້າກັນນັ້ນ ຕ້ອງເຮັດວຽກເປັນໝູ່ຄະນະ, ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ ປຶກສາຫາລືນຳຄະນະພັກ ຄະນະຫ້ອງການ ສຽງສ່ວນນ້ອຍຂື້ນກັບສຽງສ່ວນຫຼາຍ ບຸກຄົນຂື້ນກັບການຈັດຕັ້ງ, ຂັ້ນລຸ່ມຂື້ນກັບຂັ້ນເທິງ ຕົກລົງວຽກກັນແລ້ວຕ້ອງຮັບຮອງເປັນມະຕິໃຫ້ບັບດາສະ ຫາຍຫຼີກລ່ຽງແນວຄິດອັກຄະຕິຕໍ່ຜູ້ອື່ນບໍ່ຍາກບອກສອນວຽກໃຫ້ຜູ້ອື່ນ ຫຼີກລຽງທັດ ສະນະເອົາແຕ່ໃຈຕົນເອງ ຂົ່ມຂູ່ຜູ້ອື່ນ, ເຮັດວຽກແບບໃຊ້ອຳນາດ ມີແຕ່ໃຊ້ຄົນອື່ນ ແຕ່ຕົນເອງຊ້ຳພັດບໍ່ເຮັດ ລໍຖ້າແຕ່ຫົວໜ້າສັ່ງວຽກ ວຽກມັກຈຶ່ງເຮັດວຽກໃດທີ່ຕົນ ເອງບໍ່ມັກແລ້ວບໍ່ເຮັດ ບໍ່ໃຫ້ມີເດັດຂາດໃນຖັນແຖວພະນັກງານສະມາຊິກພັກຂອງພວກເຮົາ ນອກນີ້ ແຕ່ລະສະຫາຍຕ້ອງໄດ້ປັບປຸງຕົນເອງໃຫ້ເຂົ້າກັບໝູ່ຄະນະ ບໍ່ອວດອົງທະນົງຕົວ ບໍ່ຖືຕົນເອງສູງກວ່າຄົນອື່ນ, ເອົາໃຈໃສ່ເຮັດວຽກທີ່ຕົນເອງຮັບຜິດ ຊອບໃຫ້ບັນລຸຕາມການມອບໝາຍ ເຮັດວຽກຕາມພາລະບົດບາດໜ້າທີຂອງໜ່ວຍງານຕົນເອງ ຕ້ອງມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິງກັນ ແລະກັນ,  ພ້ອມກັນປະຕິບັດໜ້າທີວຽກງານໃຫ້ປະສົບຜົນສຳເລັດ.

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວ-ສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ. 12. 3. 2026.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa