





ວັນທີ 30 ມີນາ 2026 ທີ່ສະໂມສອນໃຫຍ່ຂອງເມືອງ ປາກທາ ໄດ້ຈັດພິທີປີດ ຊຸດຝຶກອົບຮົມ ທິດສະດີການເມືອງ ແລະ ການປົກຄອງໃຫ້ເລຂາພັກບ້ານ, ນາຍບ້ານ ຂອງ ເມືອງ ປາກທາ ຊຸດທີ IV ປະຈໍາປີ 2026 ຂຶ້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ອິນທອງ ເລືອງສີຈັນທອງ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ປທ ນາງ ມະລິ ສຸພັນທະວົງ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງບໍ່ແກ້ວ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກໍາລັງ ປກສ-ປກຊ, ເລຂາພັກບ້ານ, ນາຍບ້ານ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.
ສະຫາຍ ປທ ນາງ ມະລິ ສຸພັນທະວົງ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ ບໍ່ແກ້ວ ໄດ້ຂຶ້ນຜ່ານບົດສະຫຼຸບການຝຶກອົບຮົມທິດສະດີການເມືອງໃຫ້ ເລຂາໜ່ວຍພັກບ້ານ, ນາຍບ້ານ ຂອງເມືອງປາກທາ, ແຂວງບໍ່ແກ້ວ ປະຈຳປີ 2026 ເຊິ່ງໃຫ້ຮູ້ວ່າ: ການຮຽນ-ການສອນ ເຊິ່ງເລີ່ມແຕ່ວັນທີ 25 ມີນາ 2026 ເປັນຕົ້ນມາ ຮອດວັນທີ 30 ມີນາ 2026 ເປັນເວລາ 05 ວັນເຕັມ ການຈັດຕັ້ງປະຕິບັດໂຄງການຫຼັກສູດດັ່ງກ່າວ ກໍໄດ້ສຳເລັດລົງຕາມຈຸດປະສົງລະດັບຄາດໝາຍ ຜ່ານການຝຶກອົບຮົມ ຜູ້ເຂົ້າຝຶກອົບຮົມໄດ້ຮັບການເຊື່ອມຊຶມທາງດ້ານທິດສະດີການເມືອງ ແລະ ການປົກຄອງ, ແນວທາງນະໂຍບາຍ ຂອງພັກ-ລັດ ກ່ຽວກັບ ວຽກງານພັກ-ພະນັກງານ, ວຽກງານເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ໄດ້ຮັບຮູ້ ແລະ ເຂົ້າໃຈບົດບາດ ຂອງພັກປະຊາຊົນ ປະຕິວັດລາວ, ບົດບາດ ຂອງການຈັດຕັ້ງພັກແຕ່ລະຂັ້ນ ໃນຖານະເປັນແກນນຳ ໃນລະບົບການເມືອງ. ເຫັນໄດ້ຄວາມໝາຍ, ຄວາມສຳຄັນ ການນຳພາ ຂອງພັກ ແລະ ການຄຸ້ມຄອງລັດ, ການປະຕິບັດໜ້າທີ່ ຂອງພາກສ່ວນຕ່າງໆ ທີ່ຂຶ້ນກັບຮາກຖານ, ຜູ້ເຂົ້າຝຶກອົບຮົມໄດ້ຮັບການເຊື່ອມຊຶມ ແລະ ມີຄວາມເຂົ້າໃຈໂດຍພື້ນຖານ ແລະ ຮູ້ໄດ້ສິດ, ໜ້າທີ່ພາລະບົດບາດ ຂອງຕົນເອງ, ສາມາດກຳໄດ້ເນື້ອໃນທິດສະດີທັງສາມາດນຳເອົາພຶດຕິກຳການເຄື່ອນໄຫວຕົວຈິງຜ່ານມາສົມທຽບໃສ່ທິດສະດີໄດ້ເປັນຢ່າງດີ, ຄູ-ອາຈານທີ່ຂຶ້ນຫ້ອງສອນ ແລະ ຄະນະຮັບຜິດຊອບໄດ້ຮັບຮູ້ບັນຫາຕົວຈິງ ຂອງທ້ອງຖິ່ນຮາກຖານຜ່ານການສົນທະນາ ແລະ ແລກປ່ຽນບົດຮຽນ, ການປະກອບຄຳຄິດເຫັນ ຂອງຜູ້ເຂົ້າຝຶກອົບຮົມ ເຊິ່ງໄດ້ເປັນການປະກອບສ່ວນທາງດ້ານພຶດຕິກກຳໃຫ້ແກ່ຄູ-ອາຈານຫຼາຍຂຶ້ນ ແລະ ເປັນ ການສ່ອງແສງໃຫ້ຄະນະຮັບຜິດຊອບ ຂອງເມືອງເຫັນບັນຫາຕົວຈິງ ແລະ ຊອກວິທີແກ້ໄຂໃນອະນາຄົດ. ສຳລັບເນື້ອໃນທີ່ນຳມາສອນໃນຄັ້ງນີ້ ແມ່ນອີງໃສ່ເນື້ອໃນໂຄງການຫລັກສູດ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກໍານົດອອກ ເຊິ່ງປະກອບມີ 3 ກຸ່ມວິຊາ, ມີ 11 ບົດລະອຽດດັ່ງນີ້: ກຸ່ມທີ I: ທິດທາງລວມ ປະກອບມີ 1 ບົດ, ກຸ່ມທີ II: ວຽກພັກ ປະກອບມີ 4 ບົດ, ກຸ່ມທີ III: ວຽກງານການບໍລິຫານ ແລະການປົກຄອງ ປະກອບມີ 6 ບົດ. ເຊິ່ງມີຜູ້ເຂົ້າຝຶກອົບຮົມທິດສະດີການເມືອງສໍາລັບເລຂາໜ່ວຍພັກບ້ານ, ນາຍບ້ານ ຂອງເມືອງປາກທາ ຊຸດທີ IV ຄັ້ງນີ້ ມີທັງໝົດ 30 ສະຫາຍ, ຍິງ 3 ສະຫາຍ, ໃນພິທີ ສະຫາຍ ປທ ມະລິ ສຸພັນທະວົງ ໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ນັກສຳມະນາກອນ ທີ່ສຳເລັດການ ຝຶກອົບຮົມ ທິດສະດີການເມືອງ ແລະ ການປົກຄອງ ຄັ້ງນີ້ ຢ່າງສົມກຽດ.
ໂອກາດດັ່ງກ່າວ ສະຫາຍ ນາງ ອິນທອງ ເລືອງສີຈັນທອງ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງມາຍັງນັກສຳມະນາກອນ ແລະ ຄະນະຮັບຜິດຊອບບາງບັນຫາເປັນຕົ້ນ: ໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງດ້ານຄວາມຮູ້-ຄວາມສາມາດ, ແບບແຜນວິທີເຮັດວຽກ ເພື່ອນໍາພາບ້ານໃຫ້ມີການພັດທະນາທຸກດ້ານ ແລະຄົບຖ້ວນສົມບູນທາງດ້ານມາດຖານເງື່ອນໄຂ, ຕ້ອງຕັ້ງໜ້ານຳເອົາຄວາມຮູ້ທີ່ໄດ້ຮຽນມານຳໃຊ້ໃນພຶດຕິກຳຢ່າງປະດິດສ້າງ ແລະປັບປຸງມັນໃຫ້ສົມບູນ; ພ້ອມກັນນັ້ນກໍນຳເອົາພຶດຕິກຳທີ່ມີຜົນສຳເລັດມາປັບປຸງທິດສະດີ ໃຫ້ສົມເຫດສົມຜົນໃນນີ້, ຕ້ອງເອົາໃຈໃສ່ໃນການໝູນໃຊ້ທິດສະດີ ແລະແນວທາງເປັນທິດຊີ້ນຳ ແຕ່ຕ້ອງໝູນໃຊ້ຢ່າງມີໄຫວພິບ ເຮັດໄດ້ແນວນັ້ນ ຈຶ່ງຈະຫຼີ້ກລ້ຽງໄດ້ຂໍ້ຜິດພາດຕ່າງໆທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ. ສຳລັບຄະນະຮັບຜິດຊອບ ຢູ່ຂັ້ນແຂວງ, ຂັ້ນເມືອງ ຕ້ອງໄດ້ສືບຕໍ່ພົວພັນປະສານສົມທົບກັນຢ່າງເປັນປົກ ກະຕິ ເພື່ອສືບຕໍ່ດຳເນີນການຝຶກອົບຮົມໃນຊຸດຕໍ່ໄປ; ພ້ອມນີ້ກໍຕ້ອງໄດ້ຈັດຕັ້ງການສະຫຼຸບຖອດຖອນບົດຮຽນ ເພື່ອຊອກໃຫ້ເຫັນຈຸດດີ-ຈຸດອ່ອນ ແລະຊອກຫາວິທີແກ້ໄຂໃນຕໍ່ໜ້າໃຫ້ໄດ້ທັນເວລາ, ຕ້ອງສືບຕໍ່ໃຫ້ ການຮ່ວມມື ໃນການຈັດຕັ້ງປະຕິບັດການຝຶກອົບຮົມທິດສະດີການເມືອງ ໃຫ້ເລຂາໜ່ວຍພັກ, ນາຍບ້ານ ໃຫ້ດຳເນີນຢ່າງເປັນປົກກະຕິ, ຕໍ່ເນື່ອງ; ມີການປະສານງານ ແລະ ອຳນວຍຄວາມສະດວກໃຫ້ພາກສ່ວນດັ່ງກ່າວມີເງື່ອນໄຂເຄື່ອນໄຫວຕາມພາລະບົດບາດ ແນໃສ່ສ້າງຜູ້ນຳພາ-ຄຸ້ມຄອງ, ການບໍລິຫານຂັ້ນບ້ານໃຫ້ໜ່ວຍພັກບ້ານ ຂອງບັນດາສະຫາຍມີຄຸນນະພາບສູງ, ຮັບປະກັນທາງດ້ານປະລິມານ ແລະຄຸນນະພາບ.
ພາບ-ຂ່າວ: ວັນະເດດ
ກວດແກ້: ລັດສະໜີ ສິດທິສັກ ຫ/ໜ ຄອມ
ແອດມິນ: ທອງຈັນ ວົງປັນຍາ



