




ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແຂວງ ໃນວັນທີ 16 ມີນາ 2026 ນີ້
ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຄະນະກໍາ ມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດ ຕະວາ ແປ້ນຄຳ ບຸດຈັດແພງ ກຳມະການສູນກາງພັກ, ເລຂາພັກແຂວງ ແຂວງບໍ່ແກ້ວ ແລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈິດຖະໜອມ ບຸນເລີດ ຮອງຫົວ ໜ້າຫ້ອງການຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແຂວງບໍ່ແກ້ວ. ຄະນະເລຂາທິການສູນກາງພັກ ຕົກລົງແຕ່ງຕັ້ງ:
- ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເປັນປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ;
- ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ເປັນຮອງປະທານ;
- ສະຫາຍ ພັນເອກ ແສງເພັດ ແສງມະນີ ເປັນຮອງປະທານ, ທັງເປັນຜູ້ປະຈຳການ;
- ສະຫາຍ ພົນຈັດຕະວາ ຈັນພອນເພັດ ຄຳສີ ເປັນຮອງປະທານ;
- ສະຫາຍ ຄຳແຍງ ຄອນໄຊຍະກິດ ເປັນກຳມະການ;
- ສະຫາຍ ຂັນທອງ ທຳມະວົງເປັນກຳມະການ;
- ສະຫາຍ ສີລັດ ແສງດາລາ ເປັນກຳມະການ;
- ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດເປັນກຳມະການ;
- ສະຫາຍ ພັນເອກ ບຸນຈັນ ສີທະບູນ ເປັນກຳມະການ.
💎📈ພ້ອມດຽວກັນນີ້ #ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ, ເລຂາພັກແຂວງ
ແຂວງບໍ່ແກ້ວ ໄດ້ລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄລຍະຜ່ານມາ, ໂດຍໄດ້ຮັບ ການຊີ້ນໍາໂດຍກົງຈາກສູນກາງ, ເຮັດໃຫ້ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນແຂວງ ໄດ້ຮັບໝາກຜົນສູງ, ໄດ້ເຄື່ອນ ໄຫວວຽກງານຕາມພາລະບົົດບາດ, ສິດ, ໜ້າທີ່ ທີ່ໄດ້ກໍານົດ, ເຊິ່ງໄດ້ສຸມທຸກສະຕິບັນຍາ ແລະ ເຫື່ອແຮງ ເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ, ປົກປັກຮັກສາ ແລະ ສ້າງສາພັດທະນາແຂວງບໍ່ແກ້ວ, ຜ່ານການເຄື່ອນໄຫວເຮັດໜ້າທີ່ຢ່າງຕັ້ງໜ້າໃນ ໄລຍະຜ່ານມາ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນທົ່ວແຂວງໄດ້ຫຼຸດໜ້ອຍຖອຍລົງ ແລະ ເຮັດໃຫ້ສະພາບລວມ ໃນທົ່ວແຂວງມີຄວາມສະຫງົບປອດໄພ.
ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ປະທານພິທີ
ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳແຂວງບໍ່ແກ້ວກໍຄືຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ທີ່ໄດ້ນໍາພາ-ຊີ້ນຳ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ອັນໄດ້ສ້າງພື້ນຖານໃຫ້ແກ່ຊີວິດການເປັນຢູ່. ພ້ອມທັງໄດ້ເນັ້ນໜັກໃຫ້
- ສະຫາຍທີ່ຖືກແຕ່ງຕັ້ງໜ້າທີ່ເປັນປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະ ການ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແຂວງບໍ່ແກ້ວ ເປັນເຈົ້າການນໍາພາ-ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ ສອດຫ້ອຍເຂົ້າໃນຂະບວນການການຕົວຈິງໃຫ້ກວ້າງຂວາງ ແລະ ເລິກເຊິງ;
- ເປັນໃຈກາງປະສານສົມທົບສຸມທຸກກໍາລັງແຮງເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ມີ
ຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຮັບປະກັນການນໍາພາເດັດຂາດ, ໂດຍກົງຮອບດ້ານຂອງພັກ;
- ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນ, ເຂັ້ມ
ແຂງ, ມີແບບແຜນທັນສະໄໝ, ຍົກສູງສະຕິກຽມພ້ອມສູ້ຮົບໃນທຸກພາວະ, ພົວພັນຮ່ວມມືຢ່າງຖືກຕ້ອງກັບສາກົນ; 4. #ເອົາໃຈໃສ່ຮັບປະກັນທາງດ້ານພະລາທິການ, ເຕັກ
ນິກ ປັບປຸງຊີວິດການເປັນຢູ່ຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ.



