ວັນທີ 22 ກຸມພາ 2026 ນີ້ ຢູ່ທີ ສະໂມສອນຂອງເມືອງປາກທາ ຄະນະກຳມະການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ແລະ ສະມາຊີກສະພາ ປະຊາຊົນແຂວງ ຊຸດທີ V ຂອງເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພີທີເປີດການປ່ອນບັດເລືອກຕັ້ງ ເອົາສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊີກສະພາປະຊາຊົນແຂວງຊຸດທີ V ຂຶ້ນຢ່າງເປັນທາງການ. ໂດຍມີບັນດາການນຳຂັ້ນເມືອງ,ອົງການປົກຄອງບ້ານຕະຫຼອດຮອດຜູ້ມີສິດປ່ອນບັດເລືກຕັ້ງເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນໂອກາດນີ້, ຜູ້ຕາງໜ້າຄະນະຮັບຜິດຊອບບັ້ນປ່ອນບັດເລືອກຕັ້ງ ຍົກໃຫ້ເຫັນວ່າ: ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເນື້ອແທ້ ແມ່ນການສືບຕໍ່ຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍຄັ້ງ XII ຂອງພັກ, ໃນການເສີມ ຂະຫຍາຍສິດປະຊາທິປະໄຕ ປະຊາຊົນ ເຂົ້າໃນການຄຸ້ມຄອງບໍລິຫານລັດດ້ວຍການສ້າງເງື່ອນໄຂອໍານວຍຄວາມ ສະດວກດ້ານຕ່າງໆ ໃຫ້ປະຊາຊົນບັນດາເຜົ່າໄດ້ນຳໃຊ້ສິດປະຊາທິປະໄຕ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດຫມາຍ ເພື່ອເລືອກເອົາຕົວແທນແຫ່ງສິດ ຜົນປະໂຫຍດອັນຊອບທຳຂອງຕົນ, ສຳລັບເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ, ມີຜູ້ຮັບສະໝັກເປັນສະມາຊິກສະພາແຫ່ງຊາດ 10 ທ່ານ, ຍິງ 3 ທ່ານ, ເລືອກເອົາ 7 ທ່ານ, ຜູ້ສະໝັກເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ມີ 7 ທ່ານ, ຍິງ 1 ທ່ານ, ເລືອກ 5 ທ່ານ, ທົ່ວເມືອງປາກທາ ແຂວງບໍ່ແກ້ວ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 14.165 ຄົນ, ຍິງ 6.803 ຄົນ, ມີໜ່ວຍປ່ອນບັດ 29 ໜ່ວຍ. ຈາກນັ້ນກໍ່ໄດ້ກ່າວເປີດພິທີ ຢ່າງເປັນທາງ ພ້ອມດຽວກັນນີ້ ຄະນະຮັບຜິດຊອບກໍ່ໄດ້ເປີດຫີບບັດ ພ້ອມທັງເຊີນໃຫ້ປະຊາຊົນຜູ້ມີສິດປ່ອນບັດເຂົ້າປ່ອນບັດຕາມລໍາດັບ.






ພາບ-ຂ່າວ: ວັນະເດດ



