ບັນຍາກາດການປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ແຂວງບໍ່ແກ້ວ ແມ່ນມີບັນຍາກາດຝົດຟື້ນ ປະຊາຊົນບັນດາເຜົ່າຂອບເຂດໃນທົ່ວແຂວງແມ່ນມີຄວາມຕື່ນຕົວໃນການອອກໄປໃຊ້ສິດຂອງຕົນ ເພື່ອເລືອກເອົາຜູ້ແທນຢ່າງໃຈຈົດໃຈຈໍ. ການເປີດຫີບບັດແມ່ນໄດ້ເປັນເອກະພາບກັນໃນທົ່ວປະເທດ ເລີ່ມແຕ່ເວລາ 7:00 ໂມງເຊົ້າ ແລະ ຈະປິດຫີບບັດໃນເວລາ 17 ໂມງແລງ ຂອງວັນທີ 22 ກຸມພາ 2026ນີ້ ແຂວງບໍ່ແກ້ວມີໜ່ວຍເລືອກຕັ້ງທັງໝົດ 202 ໜ່ວຍ, ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 132,290 ຄົນ, ຍິງ 65,277 ຄົນ, ສຳຫຼັບໜ່ວຍເລືອກຕັ້ງທີ່14 ຢູ່ສະໂມສອນແຂວງມີທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ແລະ ທ່ານນາງ ທຸມມະລີ ວົງພະຈັນ ກຳມະການສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການຍຸຕິທຳ, ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ, ຮ່ວມໃຊ້ສິດປະຊາທິປະໄຕ ເລືອກເອົາ ສສຊ ປະຈຳເຂດເລືອກຕັ້ງທີ 5ແຂວງບໍ່ແກ້ວ, ໂດຍມີການນຳຂັ້ນແຂວງ-ການນຳເມືອງ, ພະນັກງານ, ອຳນາດການປົກຄອງບ້ານ ແລະ ປະ ຊາຊົນຜູ້ມີສິດປ່ອນບັດໄດ້ມາໃຊ້ສິດຂອງຕົນຢ່າງເປັນຂະບວນການຝົດຟື້ນ.
ແຂວງບໍ່ແກ້ວມີໜ່ວຍເລືອກຕັ້ງທັງໝົດ 202 ໜ່ວຍ, ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 132,290 ຄົນ,ຍິງ 65,277 ຄົນ, ໃນນີ້ເຂດເລືອກຕັ້ງເມືອງຫ້ວຍຊາຍມີ 74 ໜ່ວຍເລືອກຕັ້ງ, ຜູ້ມີສິດປ່ອນບັດເລືອກຕັ້ງຈໍານວນ 56,526 ຄົນ, ຍິງ 27,514 ຄົນ; ເຂດເລືອກຕັ້ງເມືອງຕົ້ນເຜິ້ງມີ 24 ໜ່ວຍເລື່ອກຕັ້ງ, ຜູ້ມີສິດປ່ອນບັດເລືອກຕັ້ງຈໍານວນ 23.185 ຄົນ, ຍິງ 10.994 ຄົນ; ເຂດເລືອກຕັ້ງເມືອງເມິງມີ 23 ໜ່ວຍເລືອກຕັ້ງ, ມີຜູ້ມີສິດປ່ອນບັດເລືອກຕັ້ງຈໍານວນ 11.090 ຄົນ, ຍິງ 5.422 ຄົນ; ເຂດເລືອກຕັ້ງເມືອງຜາອຸດົມມີ 44 ໜ່ວຍເລືອກຕັ້ງ, ຜູ້ມີສິດປ່ອນບັດເລືອກຕັ້ງຈໍານວນ 29,092 ຄົນ, ຍິງ 14,509 ຄົນ ແລະ ເຂດເລືອກຕັ້ງເມືອງປາກທາມີ 29 ໜ່ວຍເລືອກຕັ້ງ, ຜູ້ມີສິດປ່ອນບັດເລືອກຕັ້ງຈໍານວນ 14.418 ຄົນ, ຍິງ 6.995 ຄົນ. ເພື່ອຮັບປະກັນໃຫ້ແກ່ການເລືອກຕັ້ງຄັ້ງນີ້ມີຜົນສຳເລັດ. ທາງຄະນະຮັບຜິດ ຊອບການປ່ອນບັດແມ່ນໄດ້ມີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ, ໂດຍໄດ້ແຕ່ງຕັ້ງໃຫ້ທີມງານເອົາຫີບເຄື່ອນທີ່ນໍາໄປໃຫ້ຜູ້ມີສິດປ່ອນບັດໂດຍສະເພາະຜູ້ທີ່ມີອາຍຸສູງ, ໄປມາຍາກ ແລະ ເຈັບເປັນກະທັນຫັນໄດ້ໃຊ້ສິດຄົບຕາມຈໍານວນ. ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ບັນລຸຜົນສໍາເລັດຕາມສີ່ຄາດໝາຍຄື: ນໍາພາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, ນໍາພາຜູ້ມີສິດເລືອກຕັ້ງໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ ນໍາພາວຽກງານປ່ອນບັດເລືອກຕັ້ງໃຫ້ຮັບປະ ກັນຄວາມໂປ່ງໃສ ແລະ ສຳເລັດຕາມກຳນົດເວລາ 100% ຄາດຄະເນວ່າແຕ່ເລີ່ມເປີດຫີບບັດຈົນຮອດເວລາປິດຫີບບັດ ເພື່ອສັງລວມ ແລະ ນັບຄະແນນແມ່ນໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ 400%.










ຂຽນ: ບຸນຈັນ ມະນີໄຊ
ຖ່າຍພາບ: ຄູນໄຊຄຳ ວົງປະເສີດ
ວັນທີ 22 ກຸມພາ 2026.



