ຫົວໜ້າ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວເຮັດວຽກ ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ.

ໃນວັນທີ 17 ກຸມພາ 2026, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫ່ຍການເມືອງກອງທັບ, ໄດ້ເຄື່ອນໄຫວເຮັດວຽກ ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ, ມີບັນດາ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນໂທ ບຸນຄໍ້າ ຄຳພັນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມໂດຍຫຍໍ້ ໃນໄລຍະ 1 ປີຜ່ານມາ ໂດຍຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານນາຍ ແລະ ພົນທະຫານມີຄວາມອຸ່ນອ່ຽງທຸນທ່ຽງ ຜ່ານຜ່າຂໍ້ຫຍຸ້ງຍາກເພື່ອເຮັດສຳເລັດໜ້າທີ,ເປັນເຈົ້າການຊຸກຍູ້ສ້າງຂະບວນການຕ່າງໆ,ຕິດຕາມພິທີໂຄສະນາ-ປາຖະກະຖາສະແດງສິນລະປະວັນນະຄະດີເນື່ອງໃນໂອກາດວັນສຳຄັນຕ່າງໆຂອງຊາດ,ຂອງພັກ,ຂອງກອງທັບ, ແລະ ຂອງສາກົນ.ຄຽງຄູ່ກັນນັ້ນຍັງໄດ້ຈັດຕັ້ງປະຕິບັດວຽກງານ ຕິດຕາມເກັບກຳວິຊາສະເພາະ ຫາງສຽງສັງຄົມຂະຫຍາຍຕາໜ່າງຂ່າວສານ ສືມວນຊົນ,ລົງເຄື່ອນໄຫວຊຸກຍູ້ວຽກງານກໍ່ສ້າງນັກຮົບ ແລະ ກອງຮ້ອຍວັດທະນະທຳຢູ່ບັນດາກົມກອງເປົ້າໝາຍ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ໄດ້ມີຄຳເຫັນຊີ້ນຳບັນຫາຕ່າງໆ. ເຊັ່ນ: ໃຫ້ສືບຕໍ່ເອົາໃຈໃສ່ປະຕິບັດຄໍາສັ່ງແນະນຳ ຂອງກົມໃຫຍ່ການເມືອງ ສະບັບເລກທີ 117/ກມທ, ລົງວັນທີ 6/1/2026 ກ່ຽວກັບການຝຶກອົບຮົມວຽກງານການເມືອງ-ແນວຄິດປະຈຳປີ 2026 ແລະ ວຽກງານອື່ນໆ ຕາມໜ້າທີ່ບົດບາດຂອງອົງການໆເມືອງ ກໍຄື ພະແນກໂຄສະນາອົບຮົມຮັບຜິດຊອບຄື: ວຽກຊຸກຍູ້ການສ້າງນັກຮົບ-ກົມກອງວັດທະນະທຳ, ວຽກໂຄສະນາປາຖະກະຖາວັນສຳຄັນ…, ວຽກສີລະປະວັນນະຄະດີສະໝັກຫລີ້ນ, ວຽກງານປະດັບປະດາຄ້າຍຄູ-ສຳນັກງານໃຫ້ສວຍງາມ,  ວຽກງານສື່ມວນຊົນ, ຂ່າວສານ – ໂທລະໂຄ່ງ ແລະ ວຽກປີ່ນອ້ອມອື່ນໆໃຫ້ເປັນຂະບວນຟົດຟື້ນ, ແຂງແຮງຢ່າງຕໍ່ເນື່ອງ. ສະຫາຍກ່າວຢໍ້າຕື່ມວ່າ: ວຽກງານໂຄສະນາ ພວກເຮົາຕ້ອງມີຄວາມໜັກແໜ້ນທາງດ້ານການເມືອງ, ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ກອງທັບ, ເພື່ອເປັນກະບອກສຽງອັນແຫຼມຄົມ ແລະ ໜ້າເຊື່ອຖືໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ,ຊັດເຈນ ແລະ ທ່ຽງທຳ.

ພາບ-ຂ່າວໂດຍ: ນີ່ ທຳມະວົງ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa