ຄະນະໂຄສະນາອົມຮົມແຂວງບໍ່ແກ້ວ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ຄະນະພັກ ຊຸດທີ V.

ຕອນແລງວັນທີ 17 ກຸມພາ 2026, ໜ່ວຍພັກຄະນະໂຄສະນາອົມຮົມແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມທາບທາມຮ່າງເນື້ອໃນບົດສະຫຼຸບ, ບົດສໍາຫຼວດ ແລະ ທິດທາງແຜນການ 5 ປີ ແລະ ທາບທາມບຸກຄະລາກອນຄະນະພັກ ຄັ້ງທີ V.

ໂດຍການເປັນປະທານຂອງສະຫາຍ ນາງ ສຸ່ງ ແກ້ວໂພໄຊ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົມຮົມແຂວງບໍ່ແກ້ວ, ມີສະຫາຍ ຄໍາແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຜູ້ຊີ້ນໍາຂົງເຂດພັກ-ພະນັກງານ, ສະຫາຍ ໜໍ່ຄໍາ ນົງສຸວັນ ຮອງປະທານກວດກາພັກ-ລັດແຂວງ, ມີແຂກຮັບເຊີນ ແລະ ສະມາຊິກພັກເຂົ້າຮ່ວມ. ໃນວາລະດໍາເນີນກອງປະຊຸມໄດ້ຊີ້ແຈ້ງຈຸດປະສົ່ງ ຄະນະຮັບຜິດຊອບໄດ້ແນະນໍາວິທີຂີດບັດ ທາບທາມດ້ານບຸກຄະລາກອນ ຮອບ 1 ແລະ ຮອບ 2, ຄະນະພັກປະຈຸບັນມີ 3 ສະຫາຍ, ຍິງ 1 ສະຫາຍ, ທາບທາມເພີ່ມຜູ້ມີເງື່ອນໄຂສະມັກ 8 ສະຫາຍ, ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບການຊີ້ນໍາ ນໍາພາ ຊຸດຄະນະພັກ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ຜ່ານຮ່າງບົດສໍາຫຼວດການນໍາພາ ເພື່ອໃຫ້ສະມາຊິກພັກແຕ່ລະສະຫາຍ ພ້ອມກັນປະກອບຄໍາຄິດ ຄໍາເຫັນຕໍ່ບົດດັ່ງກ່າວ ໃຫ້ມີຄວາມອຸດົມສົມບູນຄົບຖ້ວນ.

ກອງປະຊຸມຄັ້ງນີ້ບັນດາຄະນະພັກ, ສະມາຊິກພັກແຕ່ລະສະຫາຍ ຍັງໄດ້ຮັບຟັງການໂອລົມຂອງສະຫາຍ ຄໍາແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ເຊີນໄດ້ຍ້ອງຍໍຊົມເຊີຍຜົນງານການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງຄະນະພັກ, ສະມາຊິດພັກໃນໄລຍະຜ່ານມາ, ເຖິງວ່າຄະນະໂຄສະນາອົບຮົມຈະມີຄວາມຫຍຸງຍາກຫຼາຍດ້ານກໍ່ຕາມ ໂດຍສະເພາະໄລຍະຍຸບໂຮມ 2 ຂະແໜງການ ມາເປັນອັນໜຶ່ງ ເຮັດໃຫ້ອຸປະກອນ, ພາຫະນະ ຮັບໃຊ້ວຽກງານ ມີການຂາດເຂີນ ບໍ່ພຽງພໍ ແຕ່ຫຼາຍວຽກງານເຮັດໄດ້ ແລະ ມີຜົນສໍາເລັດຫຼາຍດ້ານເຊັ່ນ: ຮັບໃຊ້ 3 ວັນປະຫວັດສາດ, ກອງປະຊຸມໃຫຍ່ອົງຄະນະພັກແຂວງ, ບຸນປະເພນີ ແລະ ບັ້ນເລືອກຕັ້ງສະມາຊິກແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V. ສໍາລັບກອງປະຊຸມຂອງໜ່ວຍພັກ ຄັ້ງທີ V ທີ່ຈະເປີດຂຶ້ນໃນມໍໆນີ້, ໃຫ້ບັນດາສະຫາຍສະມາຊິກພັກ ໃຫ້ເບິ່ງຄົນທີ່ມີຄວາມຮູ້ ຄວາມສາມາດ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ໜັ້ກແໜ້ນ ມີຄວາມສາມັກຄີ ບໍ່ມີອັກຄະຕິ, ແບ່ງແຍກຈຸມເຈື້ອເຊື້ອສາຍ ແລະ ມີຜົນສໍາເລັດໃນໜ້າທີ່ວຽກງານທີ່ໄດ້ມອບໝາຍ ແລະ ມີແບບແຜນວິທີນໍາພາ ວິທີເຮັດວຽກແລ້ວ ຊ່ອງແສງລາຍງານຕໍ່ຂັ້ນເທິງຮັບຮູ້ ອີກບັນຫາສໍາຄັນກໍ່ຕ້ອງໄດ້ເບິງ 3 ລຸ້ນຈະເລືອກຄື: ລຸ້ນອາວຸໂສ, ລຸ້ນກາງ ແລະ ລຸ້ນໜຸ່ມ ປະກອບດ້ວຍເພດ ແລະ ເຜົ່າໄປຄ່ຽງຄູ່ກັນ.

ຂ່າວ: ຫອມແກ້ວ ແຫວນເງິນ

ພາບ: ຄອນສິນ ສະຕິ

ແອັດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa