ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະ ພາປະຊາຊົນແຂວງ ຊຸດທີ V ໄດ້ສືບຕໍ່ລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ກູ່ມບ້ານວຽງພັດທະນາ ເມືອງຜາອຸດົມ ໃນວັນທີ 13 ກຸມ ພາ 2026 ນີ້, ນໍາໂດຍທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກໍາມະການສູນ ກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ຜູ້ຮັບສະໝັກເປັນສະມາຊິກສະພາແຫ່ງຊາດ ນ້ຳເບີ 1, ທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ ຜູ້ຮັບສະໝັກເປັນສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຜາອຸດົມ ພ້ອມດ້ວຍຜູ້ຮັບສະໝັກເລືອກຕັ້ງເປັນສະມາ ຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ຈໍານວນ 10 ທ່ານ, ຍິງ 3 ທ່ານ ແລະ ສະມາຊິກສະພາປະຊົນແຂວງ ຊຸດທີ V ຈຳນວນ 7 ທ່ານຍິງ 1 ທ່ານ, ມີບັນດາການນໍາຂອງແຂວງ-ການນໍາເມືອງ, ຄະນະຮັບຜິດຊອບ, ພະນັກງານ ແລະ ປະຊາ ຊົນຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນກຸ່ມບ້ານວຽງພັດທະນາເຂົ້າຮ່ວມ.
ການລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວ ຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ບ້ານວຽງພັດທະນາຄັ້ງນີ້ ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຈໍານວນ 17 ທ່ານ. ໃນນັ້ນ ສສຊ 10 ທ່ານ, ຍິງ 3 ທ່ານ, ແລະ ສສຂ ມີ 7 ທ່ານ, ຍິງ 1 ທ່ານ ແຕ່ລະ ທ່ານແມ່ນໄດ້ແນະນໍາສະເໜີປະຫວັດການເຄື່ອນໄຫວຂອງຕົນຜ່ານມາໂດຍຫຍໍ້ ແລະ ໄດ້ເຊີນຊວນໃຫ້ປະຊາຊົນລາວບັນດາເຜົ່າ ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ເຂົ້າຮ່ວມປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນການເລືອກຕັ້ງໃຫ້ເປັນຂະບວນການຖືເອົາການເລືອກຕັ້ງນີ້ເປັນປາງບຸນໃຫຍ່ຂອງຊາດ ແລະ ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ. ຈົ່ງພ້ອມກັນອອກໄປໃຊ້ສິດປ່ອນບັດເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ໃຫ້ເປັນຂະບວນຟົດຟື້ນ ແລະ ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ແນ່ໃສ່ຮັບປະກັນໃຫ້ແກ່ການໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໄດ້ຮັບຜົນດີ, ມີຄວາມເປັນເອກະພາບໃນທົ່ວແຂວງ, ທັງຮັບປະກັນການນຳພາຂອງພັກໃຫ້, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຂອງແຂວງ ເພື່ອສຶກສາອົບຮົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບຄວາມໝາຍຄວາມສໍາຄັນຂອງການເລືອກຕັ້ງ ແນ່ໃສ່ເຊີດຊູລະດັບຄວາມຕື່ນຕົວທາງດ້ານການເມືອງ ຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດເປັນເຈົ້າຂອງປະເທດຊາດຂອງພົນລະເມືອງລາວ ໃນການໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບຫຼັກການ ແລະ ຈັດຕັ້ງປະຕິບັດຕາມ ມາດຕາ18 ຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງ ປີ 2024 ແນ່ໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງມີປະສິດທິພາບ, ປະສິດທິຜົນ ແລະ ເຂັ້ມງວດຕາມລະ ບຽບກົດໝາຍ. ນີ້ແມ່ນຂັ້ນຕອນໜຶ່ງທີ່ມີບົດບາດຕັດສິນຕໍ່ຜົນການເລືອກຕັ້ງ, ເປັນການສະໜອງຂໍ້ມູນຂ່າວສານຕົວຈິງ, ເປັນການແນະນໍາໃຫ້ຜູ້ມີສິດເລືອກຕັ້ງຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ, ຄົ້ນຄິດສົມທຽບໃສ່ມາດຕະຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນ ປະຕິບັດສິດອຳນາດຂອງປະຊາຊົນ ຢູ່ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ເພື່ອສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງ, ຜູ້ຮັບສະໝັກຮັບເລືອກຕັ້ງໄດ້ພົບປະເຊິ່ງກັນ ແລະ ກັນ ເຮັດໃຫ້ຜູ້ມີສິດເລືອກຕັ້ງໄດ້ຕັດສິນໃຈ ເລືອກເອົາຜູ້ທີ່ຕົນເຫັນວ່າເປັນຜູ້ທີ່ເໝາະສົມກວ່າໝູ່ທີ່ຂະເປັນຕົວແທນຂອງຕົນ ເຂົ້າໄປນັ່ງຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ເພື່ອເລືອກເອົາບຸກຄົນຜູ້ທີ່ມີມາດຕະຖານເງື່ອນໄຂຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍທີກຳນົດໄວ້ ເພື່ອເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນຢ່າງແທ້ຈິງ. ເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງໄດ້ຮັບຮູ້ກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ສະ ພາບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ ແລະ ໄດ້ພົວພັນສະໜິດແໜ້ນກັບປະຊາຊົນຢູ່ໃນທ້ອງຖິ່ນທີ່ຕົນລົງສະໝັກຮັບເລືອກຕັ້ງ, ເຮັດໃຫ້ການເລືອກຕັ້ງເອົາສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາ ຊົນແຂວງ ຮັບປະກັນໃນການເລືອກຕັ້ງໃຫ້ໄດ້400%, ຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງມີຄວາມຕື່ນຕົວໄປໃຊ້ສິດດ້ວຍຕົນເອງໃຫ້ໄດ້ 100%; ຮັບປະກັນບໍ່ໃຫ້ມີບັດຕາຍ 100%; ຮັບປະກັນຄວາມສະຫງົບ 100%; ຮັບປະກັນການປ່ອນບັດ, ການສັງລວມຄະແນນມີຄວາມໂປ່ງໃສ່ ແລະ ສະ ຫຼຸບລາຍງານວ່ອງໄວທັນເວລາໃຫ້ໄດ້ 100%. ເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາ ຊິກສະພາປະຊາຊົນແຂວງ ທີ່ຈະໄດ້ເປັນຕົວແທນຂອງຕົນເຂົ້າໄປນັ່ງໃນສະພາ ເພື່ອເປັນຕົວແທນທີ່ຈະໄດ້ນຳເອົາຄຳສະເໜີຂອງປະຊາຊົນໄປພິຈາລະນາ ແລະ ໃຫ້ພາກສ່ວນກ່ຽວຂ້ອງໄດ້ນຳໄປແກ້ໄຂໃຫ້ແກ່ປະຊາຊົນແຂວງບໍ່ແກ້ວຢ່າງແທ້ຈິງ. ໃນໂອກາດທີ່ໄດ້ເຂົ້າຮ່ວມຮັບຟັງການລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໝີຕົວຂອງຜູ້ຮັບສະໝັກເລືອກຕັ້ງໃນຄັ້ງນີ້ ທ່ານນາງ ຊົວມົ້ວ ພະນັກງານບຳນານ ເສຍອົງຄະ ໄດ້ນຳເອົາເຄື່ອງດື່ມຊູກຳລັງມອບໃຫ້ເປັນຂອງຂວັນແກ່ຜູ້ຮັບສະໝັກເລືອກຕັ້ງດ້ວຍຄວາມຈິງໃຈ.

























ພາບ-ຂ່າວ: ບຸນຈັນ ມະນີໄຊ ວັນທີ 13 ກຸມພາ 2026



