ປະກາດແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງແຂວງ ມອບ-ຮັບໜ້າທີ່ ລະຫວ່າງ ເຈົ້າແຂວງບໍ່ແກ້ວ ຜູ້ເກົ່າ ແລະ ປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ຜູ້ໃໝ່.

ພິທີປະກາດແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ແລະ ມອບ-ຮັບໜ້າທີ່ ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ)  ໃຫ້ປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ (ຜູ້ໃໝ່) ແມ່ນໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ກຸມພາ 2026 ທີ່ຫ້ອງວ່າການແຂວງບໍ່ແກ້ວ ເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ແປັນຄໍາ ພຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ອົງການ, ລັດວິສາຫະກິດ, ສອງກອງບັນຊາການ ປກຊ-ປສກ ເຂົ້າຮ່ວມ.

ພິທີທ່ານ ນັນທະພົນ ລີວັດທະນາ ຮອງຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດ ເລກທີ 818/ນຍ ວ່າດ້ວຍການແຕ່ງຕັ້ງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ໂດຍໄດ້ແຕ່ງຕັ້ງ ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ເປັນປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ພ້ອມທັງມອບ-ຮັບໜ້າທີ່ ລະຫວ່າງ ເຈົ້າແຂວງບໍ່ແກ້ວ ຜູ້ເກົ່າ ທ່ານ ພົນຈັດຕະວາ ແປັນຄໍາ ພຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ແລະ ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ຜູ້ໃໝ່. ໂອກາດນີ້ ທ່ານ ນາງ ດາວ ໄຊເສດຖາ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງຮອງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ 2 ທ່ານ ຄືທ່ານ ຄໍາແສງ ສຸລິຍະວົງ ແລະ ທ່ານ ຂັນທອງ ທໍາມະວົງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເພີ່ມຕື່ມ ຮອງຫົວໜ້າຫ້ອງວ່າການແຂວງບໍ່ແກ້ວ ໂດຍການແຕ່ງຕັ້ງ ທ່ານ ສົມນິກ ອິນທະພົມ ເປັນຮອງຫົວໜ້າຫ້ອງວ່າການແຂວງບໍ່ແກ້ວ.

ໂອກາດນີ້, ທ່ານ ພົນຈັດຕະວາ ແປັນຄໍາ ພຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ມີຄໍາເຫັນຕໍ່ຄະນະກໍາມະການປົກຄອງແຂວງບໍ່ແກ້ວ ໃຫ້ເອົາໃຈໃສ່ຕໍ່ວຽກງານການເມືອງ-ແນວຄິດ ສອດຮ້ອຍໄປທຸກຄົງເຂດວຽກງານ, ເປັນແກ່ນນໍາໃນການເຕົ່າຮ່ວມຄວາມສາມັກຄີທົ່ວປາວງຊົນ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ລົງສູ່ຮາກຖານທ້ອງຖິ່ນໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນໄດ້ຮັບຮູ້ ເຊື່ອມຊຶມ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ ຕາມແຜນນະໂຍບາຍທີ່ວ່າງໄວ້.

ພາບ-ຂ່າວ: ຄໍາເພັງ  ສີສະຫວ່າງ

ແອດມິນ: ທອງຈັນ ວົງປັນຍາ

 

 

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa