ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໄດ້ສືບຕໍ່ລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ເມືອງປາກທາ ໃນວັນທີ 11 ກຸມພາ 2026 ນີ້, ນໍາໂດຍທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ, ຜູ້ຮັບສະໝັກນ້ຳເບີ 1 ພ້ອມດ້ວຍຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ຈໍານວນ 10 ທ່ານ, ຍິງ 3 ທ່ານ ແລະ ສະມາຊິກສະພາປະຊົນແຂວງ ຊຸດທີ V ຈຳນວນ 7 ທ່ານຍິງ 1 ທ່ານ, ມີບັນດາການນໍາຂອງແຂວງ-ການນໍາເມືອງ, ຄະນະຮັບຜິດຊອບ, ພະນັກງານ ແລະ ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນເທດສະບານເມືອງປາກທາເຂົ້າຮ່ວມ.
ການລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວ ຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເມືອງປາກທາຄັ້ງນີ້ ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຈໍານວນ 17 ທ່ານ. ໃນນັ້ນ ສສຊ 10 ທ່ານ, ຍິງ 3 ທ່ານ, ແລະ ສສຂ ມີ 7 ທ່ານ, ຍິງ 1 ທ່ານ ແຕ່ລະທ່ານແມ່ນໄດ້ແນະນໍາສະເໜີປະຫວັດການເຄື່ອນໄຫວຂອງຕົນຜ່ານມາໂດຍຫຍໍ້ ແລະ ໄດ້ເຊີນຊວນໃຫ້ປະຊາຊົນລາວບັນດາເຜົ່າຜູ້ມີສິດປ່ອນບັດເລືອກຕັ້ງທີ່ເຂົ້າຮ່ວມປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນການເລືອກຕັ້ງໃຫ້ເປັນຂະບວນການຖືເອົາການເລືອກຕັ້ງນີ້ເປັນປາງບຸນໃຫຍ່ຂອງ ຊາດ ແລະ ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ. ຈົ່ງພ້ອມກັນອອກໄປໃຊ້ສິດປ່ອນບັດເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ໃຫ້ເປັນຂະບວນຟົດຟື້ນ ແລະ ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ເພື່ອແນ່ໃສ່ຮັບປະກັນໃຫ້ແກ່ການໂຄສະ ນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໄດ້ຮັບຜົນດີ, ມີຄວາມເປັນເອກະພາບໃນທົ່ວແຂວງ, ທັງຮັບປະກັນການນຳພາຂອງພັກໃຫ້, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຂອງແຂວງ ເພື່ອສຶກສາອົບຮົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບຄວາມໝາຍຄວາມສໍາຄັນຂອງການເລືອກຕັ້ງ ແນ່ໃສ່ເຊີດຊູລະດັບຄວາມຕື່ນຕົວທາງດ້ານການເມືອງ ຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດເປັນເຈົ້າຂອງປະເທດຊາດຂອງພົນລະເມືອງລາວ ໃນການໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບຫຼັກການ, ເພື່ອຈັດຕັ້ງປະຕິບັດຕາມ ມາດຕາ18 ຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງ ປີ 2024 ແນ່ໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງມີປະສິດທິພາບ, ປະສິດທິຜົນ ແລະ ເຂັ້ມງວດຕາມລະ ບຽບກົດໝາຍ. ແມ່ນຂັ້ນຕອນໜຶ່ງທີ່ມີບົດບາດຕັດສິນຕໍ່ຜົນການເລືອກຕັ້ງ, ເປັນການສະໜອງຂໍ້ມູນຂ່າວສານຕົວຈິງ, ເປັນການແນະນໍາໃຫ້ຜູ້ມີສິດເລືອກຕັ້ງ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ, ຄົ້ນຄິດສົມທຽບໃສ່ມາດຕະຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນ ປະຕິບັດສິດອຳນາດຂອງປະຊາຊົນ ຢູ່ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ເພື່ອສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງ, ຜູ້ຮັບສະໝັກຮັບເລືອກຕັ້ງໄດ້ພົບປະເຊິ່ງກັນ ແລະ ກັນ ເຮັດໃຫ້ຜູ້ມີສິດເລືອກຕັ້ງໄດ້ຕັດສິນໃຈ ເລືອກເອົາຜູ້ທີ່ຕົນເຫັນວ່າເປັນຜູ້ທີ່ເໝາະສົມກວ່າໝູ່ທີ່ຂະເປັນຕົວແທນຂອງຕົນ ເຂົ້າໄປນັ່ງຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ໃນວັນດຽວກັນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາ ຊິກສະພາປະຊາຊົນແຂວງ ໄດ້ສືບຕໍ່ລົງໂຄສະນາຫາສຽງ ແລະ ສະເໜີໂຕນຳຜູ້ມີສິດປ່ອນບັດເລືອກຕັ້ງຢູ່ກຸ່ມບ້ານຫາດສະ ເມືອງປາກທາ ເພື່ອລາຍງານຕົວຕໍ່ຜູ້ມີສິດເລືອກຕັ້ງກຳໄດ້ຊີວະປະຫວັດ, ຄຸນສົມບັດ, ຄວາມຮູ້ຄວາມສາມາດ, ທັດສະນະ ແລະ ການເຄື່ອນໄຫວວຽກງານຂອງຜູ້ສະໝັກຮັບເລືອກຕັ້ງແລ້ວ ສາມາດໃຊ້ສິດພື້ນຖານຂອງຕົນ ເພື່ອເລືອກເອົາບຸກຄົນຜູ້ທີ່ມີມາດຕະຖານເງື່ອນໄຂຖືກຕ້ອງ ແລະ ຄົບ ຖ້ວນ ຕາມກົດໝາຍທີກຳນົດໄວ້ ເພື່ອເຂົ້າເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນຢ່າງແທ້ຈິງ. ເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງໄດ້ຮັບຮູ້ກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ສະພາບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ ແລະ ໄດ້ພົວພັນສະໜິດແໜ້ນກັບປະຊາຊົນຢູ່ໃນທ້ອງຖິ່ນທີ່ຕົນລົງສະໝັກຮັບເລືອກຕັ້ງ,ເຮັດໃຫ້ການເລືອກຕັ້ງເອົາສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຮັບປະກັນໃນການເລືອກຕັ້ງໃຫ້ໄດ້ 400%, ຮັບ ປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງມີຄວາມຕື່ນຕົວ ໄປໃຊ້ສິດດ້ວຍຕົນເອງໃຫ້ໄດ້ 100%; ຮັບປະ ກັນບໍ່ໃຫ້ມີບັດຕາຍ 100%; ຮັບປະກັນຄວາມສະຫງົບ 100%; ຮັບ ປະກັນການປ່ອນບັດ, ການສັງ ລວມຄະແນນມີຄວາມໂປ່ງໃສ່ ແລະ ສະຫຼຸບລາຍງານວ່ອງໄວທັນ ເວລາໃຫ້ໄດ້ 100%. ເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະ ພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ທີ່ຈະໄດ້ເປັນຕົວແທນຂອງຕົນເຂົ້າໄປນັ່ງໃນສະພາ ເພື່ອເປັນຕົວແທນທີ່ຈະໄດ້ນຳເອົາຄຳສະເໜີຂອງປະຊາຊົນໄປພິຈາລະນາ ແລະ ໃຫ້ພາກສ່ວນກ່ຽວຂ້ອງໄດ້ນຳໄປແກ້ໄຂໃຫ້ແກ່ປະຊາຊົນແຂວງບໍ່ແກ້ວຢ່າງແທ້ຈິງ.
































ພາບ-ຂ່າວ: ບຸນຈັນ ມະນີໄຊ ວັນທີ 11 ກຸມພາ 2026.
ແອດມິນ: ທອງຈັນ ວົງປັນຍາ.



