ຢ່ານອນຫຼັບທັບສິດ ທັບສຽງ ຈົ່ງພ້ອມພຽງກັນໄປປ່ອນບັດເລືອກຕັ້ງ.

#ຢ່ານອນຫຼັບທັບສິດ ທັບສຽງ ຈົ່ງພ້ອມພຽງກັນໄປປ່ອນບັດເລືອກຕັ້ງ#

          ວັນອາທິດ ທີ 22 ກຸມພາ 2026 ນີ້ ເປັນວັນເລືອກຕັ້ງສະມາຊິກ ສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ V, ສະນັ້ນ, ເພື່ອເຮັດໃຫ້ການປ່ອນບັດດຳເນີນໄປຢ່າງຖືກ ຕ້ອງຕາມລະບຽບການກຳນົດໄວ້ ເຮົາລອງມາຮຽນຮູ້ເຖິງລະບຽບການປ່ອນບັດເລືອກຕັ້ງແມ່ນມັນມີລະບຽບການຄືແນວໃດແທ້ ເພາະນີ້ເປັນສິ່ງໜຶ່ງທີ່ສຳຄັນທີ່ຈະເຮັດໃຫ້ການປ່ອນບັດເລືອກຕັ້ງດຳເນີນໄປຢ່າງຖືກຕ້ອງ ແລະ ມີປະສິດຕິຜົນ ແລ້ວ ລະບຽບການເລືອກຕັ້ງມີແນວໃດ?  ເພື່ອຄວາມກະຈ່າງແຈ້ງຕື່ມອີກ ທິດດີ ຈຶ່ງຂໍນຳສະເໜີບາງຂໍ້ມູນໃຫ້ເພື່ອນໄດ້ຮັບຮູ້ນຳກັນ.

ຖ້າເວົ້າເຖິງລະບຽບການເລືອກຕັ້ງແລ້ວປະກອມີຫຼາຍຢ່າງຢູ່ຮ່ວມກັນເຊັ່ນ: ສະຖານທີ່ປ່ອນບັດເລືອກຕັ້ງ ເພິ່ນໄດ້ຈັດໃສ່ບ່ອນທີ່ເຫັນວ່າເໝາະສົມ, ສະດວກດີ ແລະ ມີຄວາມປອດໄພເຊັ່ນ ໂຮງຮຽນ, ສະໂມ ສອນ, ວັດ ຫຼື ສະຖານທີ່ອື່ນ ໂດຍຈັດເປັນຫ້ອງສະເພາະ ເພື່ອໃຫ້ຜູ້ປ່ອນບັດ ຂີດບັດລົງຄະແນນສຽງເລືອກຕັ້ງ,ໃນແຕ່ລະໜ່ວຍເລືອກຕັ້ງ ແມ່ນຈະມີສອງຫີບປ່ອນບັດຄື ຫີບປ່ອນບັດສະມາຊິກສະພາແຫ່ງຊາດ ແລະ ຫີບປ່ອນບັດ ສະມາຊິກສະພາປະຊາຊົນຂັ້ນແຂວງ; ເວລາຈະປ່ອນບັດເລືອກຕັ້ງນັ້ນ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຈະໄດ້ແນະນຳ, ເຜີຍແຜ່ ລະບຽບການຕ່າງໆ, ວິທີຂີດບັດ ແລະ ວິທີປ່ອນບັດລົງຄະແນນສຽງ ໃຫ້ຜູ້ມີສິດເລືອກຕັ້ງທຸກຄົນເຂົ້າໃຈເສຍກ່ອນ; ທຸກຫີບບັດຕ້ອງໄຂຫີບບັດໃຫ້ເຫັນທາງໃນວ່າບໍ່ມີສິ່ງອື່ນໃດແອບແຝງມານຳ ໂດຍຊ້ອງໜ້າຜູ້ມີສິດເລືອກຕັ້ງກ່ອນປ່ອນບັດ;ນອກຈາກນັ້ນແລ້ວ ຜູ້ມີສິດເລືອກຕັ້ງ ຕ້ອງສະເໜີຕົວ ແລະ ແຈ້ງບັດຢັ້ງຢືນຕໍ່ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງເພື່ອຮັບເອົາບັດລົງຄະແນນສຽງ ທັງສອງຫີບບັດ.

ແລ້ວມີຫຼາຍທ່ານອາດຕັ້ງຄຳຖາມວ່າ ຜູ້ມີສິດເລືອກຕັ້ງ ທີ່ບໍ່ຮູ້ໜັງສື ຊຶ່ງບໍ່ສາມາດຂີດບັດດ້ວຍຕົນເອງນັ້ນເດຈະເຮັດແນວໃດ? ບັນຫານີ້ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ແມ່ນມີສິດແຕ່ງຕັ້ງຜູ້ຮັບຜິດຊອບຊ່ວຍຂີດບັດໃຫ້, ແຕ່ການຂີດບັດນັ້ນຕ້ອງປະຕິບັດຕາມຄວາມມັກ, ການຊີ້ບອກຂອງຜູ້ມີສິດເລືອກຕັ້ງນັ້ນ ແລະ ໃຫ້ຜູ້ກ່ຽວນຳເອົາບັດລົງຄະແນນສຽງໄປປ່ອນໃສ່ແຕ່ລະຫີບບັດດ້ວຍຕົນເອງ, ຫາກໃນກໍລະນີປ່ອນບັດດ້ວຍຕົນເອງບໍ່ໄດ້ ກໍມອບໃຫ້ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຜູ້ໃດຜູ້ໜຶ່ງໜຶ່ງຊ່ວຍນຳ ເອົາບັດໄປປ່ອນໃສ່ແຕ່ລະຫີບບັດ ໂດຍຊ້ອງໜ້າຜູ້ກ່ຽວ.

ໃນກໍລະນີ ຫາກຜູ້ມີສິດເລືອກຕັ້ງເຈັບປ່ວຍ, ເສຍອົງຄະ, ເຖົ້າແກ່ໄປປ່ອນບັດບໍ່ໄດ້ນັ້ນ ທາງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ເພິ່ນຈະຈັດໜ່ວຍຮັບຜິດຊອບຫີບບັດເຄື່ອນທີ່ໄປຮັບເອົາບັດລົງຄະແນນສຽງກັບທີ່ເລີຍ; ໃນເວລາທີ່ຜູ້ມີສິດເລືອກຕັ້ງຫາກຂີດບັດຜິດ ກໍຕ້ອງສົ່ງບັດທີ່ຂີດຜິດນັ້ນຄືນ ໃຫ້ຄະນະຮັບຜິດຊອບ ແລ້ວຂໍເອົາບັດໃໝ່ນຳຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງແລ້ວມາຂີດຄືນໃໝ່ ແລະ ໃນເວລາປ່ອນບັດນັ້ນຜູ້ມີສິດເລືອກຕັ້ງ ຕ້ອງປ່ອນບັດລົງຄະແນນສຽງ ໃສ່ແຕ່ລະຫີບບັດ ເທື່ອລະຄົນ.

ການປ່ອນບັດເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ V ແມ່ນພັນທະພື້ນຖານຂອງພົນລະເມືອງລາວໃນການໃຊ້ສິດປະຊາທິປະໄຕຂອງຕົນເອງຢ່າງເຕັມສ່ວນ ເພື່ອເລືອກໃຫ້ໄດ້ບຸກຄົນທີ່ມີຄວາມຮູ້ ຄວາມສາມາດ ເກີນຜູ້ອື່ນເຂົ້າໄປເປັນຕົວແທນຂອງຕົນໃນສະພາ, ສ່ວນໃນພາກປະຕິບັດຕົວຈິງນັ້ນ ເພິ່ນກໍມີຄະນະກຳມະການ ຄອຍແນະນຳຢູ່ໜ້າພິທີ, ອັນໃດບໍ່ເຂົ້າໃຈກໍສາມາດສອບຖາມໄດ້  ສຳຄັນແມ່ນພ້ອມກັນໄປໃຊ້ສິດຢ່າງພ້ອມພຽງ ຫຼີກເວັ້ນບໍ່ໃຫ້ມີບັດເສຍ. ການໄປໃຊ້ສິດເລືອກຕັ້ງໃນຄັ້ງນີ້ ແມ່ນກຽດສັກສີໃນຖານະເປັນພົນລະເມືອງລາວ, ສະນັ້ນ ຢ່ານອນຫຼັບທັບສິດທັບສຽງ ຈົ່ງພ້ອມກັນໄປໃຊ້ສິດເລືອກຕັ້ງໃຫ້ໄດ້ຮ້ອຍສ່ວນຮ້ອຍ.

ແອດມິນ: ທອງຈັນ ວົງປັນຍາ. ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa