ໃນລະຫວ່າງວັນທີ 9-10 ກຸມພາ 2026 ນີ້, ທີມງານຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນ ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງຜາອຸດົມ ໄດ້ລົງໂຄສະນາຫາສຽງກ່ອນການເລືອກຕັ້ງ ເຊິ່ງ ພິທີ ດັ່ງກ່າວແມ່ນໄດ້ຈັດຂຶ້ນທີ່ ບ້ານຫາງດອຍ, ກອງພັນໃຫຍ່ 302, ບ້ານຖໍ້າຜາແກ່ ແລະບ້ານປຸ່ງລາດ ນໍາພາທີມງານໂດຍທ່ານກາງ ມະນີຫວ່າງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍທີມງານຜູ້ຮັບສະໝັກເລືອກຕັ້ງ ເປັນກຽດເຂົ້າຮ່ວມ ພິທີ ມີຄະນະພັກຮາກຖານ, ພະນັກງານກໍ່ສ້າງຮາກຖານການເມືອງ, ອົງການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານຜູ້ທີ່ມີສິດບ່ອນບັດເລືອກຕັ້ງ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼງພາຍໃນກອງພັນໃຫ່ຍ 302 ເຂົ້າຮ່ວມຢ່າງພ້ອມພຽງ.
ຜູ້ລົງສະໝັກເລືອກຕັ້ງໄດ້ສະເໜີຕົວເພື່ອເປັນການພົບປະຕໍ່ຜູ້ມີສິດເລືອກຕັ້ງ ໂດຍການສະເໜີປະຫວັດຫຍໍ້ການເຄື່ອນໄຫວຂອງຕົນເອງ, ທ່ານ ກາງ ມະນີຫວ່າງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ ໄດ້ຜ່ານເອກະສານກ່ຽວກັບການໂຄສະນາຫາສຽງ ຂອງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນແຂວງ ເຊິ່ງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີທັງໝົດ 10 ທ່ານ, ຍິງ 3 ທ່ານ ເລືອກເອົາ 7 ທ່ານ, ເບີ 1 ທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເບີ 2 ທ່ານ ນາງ ທຸມມາລີວົງພະຈັນ ກໍາມະການສູນກາງພັກ, ປະທານກໍາມາທິການຍຸຕິທໍາສະພາແຫ່ງຊາດ, ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ( ສສຊ ຊຸດທີ່ IX ), ເບີ 3 ທ່ານ ດາລີວັນ ພູສະຫວັນ ຄະນະປະຈໍາພັກແຂວງ, ເບີ 4 ທ່ານ ພົຈວ ຄໍາແຝງ ວັນດີໄຊ ກໍາມະການຄະນະພັກກະຊວງ, ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະປະຫວັດສາດກະຊວງປ້ອງກັນຄວາມສະຫງົບ, ເບີ 5 ທ່ານ ນາງ ບົວຄົມ ຂານສຸວົງ ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກໍາມະການເສດຖະກິດ-ແຜນການ ແລະການເງິນສະພາປະຊາຊົນແຂວງ ( ສສຊ IX ), ເບີ 6 ທ່ານ ນາງ ສີອໍາໄພ ໂສລະຖີ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ, ເບີ 7 ທ່ານ ສຸລິເດດ ບັນນາກອນ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ, ເບີ 8 ທ່ານ ແກ້ວລາ ນໍລະສິງ ປະທານສະຫະພັນກໍາມະບານແຂວງ, ເບີ 9 ທ່ານ ພັອ ຄໍາແດງ ວັນນະສິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ເບີ 10 ທ່ານ ສົມສະຫວັນ ອິນດາວົງ ຮອງຫົວໜ້າພະແນກວັດທະນະທໍາ ແລະການທ່ອງທ່ຽວແຂວງ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງຜາອຸດົມ ມີທັງໝົດ 7 ທ່ານ, ຍິງ 1 ທ່ານ. ໃນນີ້, ແມ່ນຈະໄດ້ເລືອກເອົາ 5 ທ່ານ, ເບີ 1 ທ່ານ ກາງ ມະນີຫວ່າງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ, ເບີ 2 ທ່ານ ວັນນະສອນ ໂພທິປັນຍາ ກໍາມະການພັກແຂວງ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ, ເບີ 3 ທ່ານ ນາງມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານອົງການກວດກາພັກ-ປະທານອົງການກວດກາລັດເມືອງ, ເບີ 4 ທ່ານ ວຽງໄຊ ຈັນທະວົງ ກໍາມະການພັກເມືອງ ຮອງຫົວໜ້າຫ້ອງການກະສິກໍາ ແລະສິງແວດລ້ອມເມືອງ, ເບີ 5 ທ່ານ ບຸນຈັນດີປະເສີດ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍ່ແກ້ວ, ເບີ 6 ທ່ານ ເອລາວັນ ວັນນະວົງ ກໍາມະການພັກເມືອງ ປະທານສານປະຊາຊົນເຂດ II ແຂວງບໍ່ແກ້ວ, ເບີ 7 ທ່ານ ສິງຄໍາ ສີລິປັນຍາ ຮອງຫົວໜ້າພະແນກການເງິນແຂວງ.
ໂອກາດດຽວກັນນີ້, ທ່ານ ກາງ ມະນີຫວ່າງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກ ເມືອງຜາອຸດົມ ໄດ້ຕາງໜ້າໃຫ້ທີມງານຜູ້ລົງຮັບສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຄໍາເຫັນ ຕໍ່ ພິທີ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຜູ້ທີ່ມີສິດບ່ອນບັດເລືອກຕັ້ງຈົ່ງພ້ອມກັນອອກມາໃຊ້ສິດຂອງຕົນເລືອກເອົາຜູ້ທີ່ມີມາດຖານເງື່ອນໄຂກວ່າໝູ່ເຂົ້າເປັນສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນແຂວງເພື່ອເປັນຕົວແທນໃຫ້ແກ່ພໍ່ແມ່ປະຊາຊົນໃນການສະເໜີບັນຫາຕ່າງໆ ແລະການແກ້ໄຂບັນຫາຕ່າງໆໃນການດໍາລົງຊີວິດປະຈໍາວັນຂອງພໍ່ແມ່ປະຊາຊົນບັນດາເຜົ່າ. ການລົງໂຄສະນາຫາສຽງໃຫ້ແກ່ຜູ້ລົງຮັບສະໝັກກ່ອນການເລືອກຕັ້ງ ໃນເທື່ອນີ້ແມ່ນຈະໄດ້ດໍາເນີນໄປເປັນເວລາ 10 ວັນ ເຊິ່ງເລີ່ແຕ່ວັນທີ 9-19 ກຸມພາ 2026 ຈິ່ງຈະສໍາເລັດ.












ພາບ-ຂ່າວ: ໂສພາ ທິບພະວົງ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ.



