ກອງປະຊຸມຮັບຮອງຜົນການກວດກາປະເມີນ ສະພາບພົ້ນທຸກ ແລະການພັດທະນາ ທ້າຍສະໄໝ ຕາມດໍາລັດ 348/ລບ, ຂອງເມືອງປາກທາ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 9 ກຸມພາ 2026 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ປາກທາ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ອ່ຽມສັກ ສິດທິຍາວົງ ຮອງຫົວໜ້າພະແນກກະສິກໍາແລະສິ່ງແວດລ້ອມແຂວງບໍ່ແກ້ວ,ມີບັນດາທ່ານ ຄະນະປະຈໍາພັກ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ,ສອງກອງບັນຊາການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະພະນັກງານຮັບຜິດຊອບຈາກພະແນກກະສິກໍາແລະສິ່ງແວດລ້ອມເຂົ້າຮ່ວມ.
ກອງປະຊຸມ ທ່ານ ອໍາພອນ ອິນທະນົນ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາແລະສິ່ງແວດລ້ອມ ເມືອງປາກທາ ໄດ້ຜ່ານບົດສະຫຼຸບການກວດກາປະເມີນ ສະພາບພົ້ນທຸກແລະການພັດທະນາ ທ້າຍສະໄໝ ຕາມດໍາລັດ 348/ ລບ, ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ການປະເມີນ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດ ວັນທີ 9 ທັນວາ 2025 ສໍາເລັດ ໃນວັນທີ 29 ມັງກອນ 2026, ເມືອງປາກທາ ມີ 6 ກຸ່ມບ້ານ, ມີ 34 ບ້ານ, ມີ 2 ບ້ານໃຫຍ່, ມີພົນລະເມືອງທີ່ໄເ້ຮັບການປະເມີນ ຕົວຈິງຕາມສໍາມະໂນຄົວ ທັງໝົດ 3,979 ຄອບຄົວ, ມີ 21,766 ຄົນ, 10, 754 ຄົນ, ການປະເມີນຕາມແບບຟອມ F1 ຂໍ້ມູນຄອບຄົວພົ້ນທຸກແລະຄອບຄົວພັດທະນາF1, ມີຄອບຄົວພົ້ນທຸກ 3,100 ຄອບຄົວ,ພົນລະເມືອງ 16,612 ຄົນ,ຍິງ 8,195 ຄົນ ກວມເອົາ 77,91%ທຽບໃສ່ປີ 2019 ຄອບຄົວພົ້ນທຸກເພີ່ມຂື້ນ 1,275 ຄອບຄົວ, ບັດຈຸບັນຍັງມີຄອບຄົວທຸກຍາກ 789 ຄອບຄົວ, ພົນລະເມືອງ 5,154 ຄົນ, 2,559 ຄົນ ເທົ່າກັບ 22,09%,ຈໍານວນຄອບທຸກຍາກດັ່ງກ່າວ ສາເຫດແມ່ນບໍ່ມີເຮືອນຢູ່ທີ່ແໜ້ນໜາປອດໄພ,ບໍ່ມີອາຊີບແລະລາຍຮັບທີ່ໝັ້ນຄົງ, ສໍາລັບ ແບບຟອມ F2 ທົ່ວເມືອງມີບ້ານພົ້ນທຸກ 22 ບ້ານ,ກວມເອົາ 64,71%,ທຽບໃສ່ປີ 2019 ມີບ້ານພົ້ນທຸກເພີ່ມຂື້ນ 12 ບ້ານ,ປັດຈຸບັນມີບ້ານທຸກຍາກ 12 ບ້ານ ເທົ່າກັບ 35%, ມີບ້ານພັດທະນາ 15 ບ້ານ ເທົ່າກັບ 44,12%,ສໍາລັບແບບຟອມ F3 ການສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງໃນຊົນນະບົດ,ເຊິ່ງກໍານົດໄວ້ 2 ຈຸດ ສາມາດປະຮັບຮອງໄດ້ 1 ຈຸດຄືຈຸດສຸມກ້ອນຕື່ນ ກຸ່ມບ້ານກ້ອນຕື່ນ,ສໍາລັບແບບຟອມ F4 ຂໍ້ມູນດ້ານເມືອງພົ້ນທຸກ ຈາກການປະເມີນຕົວຈິງຕາມ 9 ມາດຕະຖານ ເຫັນວ່າ ບັນລຸໄດ້ 7 ມາດຕະຖານ,ຍັງ 2 ມາດຕະຖານບໍ່ສາມາດສາມາດບັນລຸໄດ້ຄື: ມາດຕະຖານທີ 5 (ມີເສັ້ນທາງເຂົ້າເຖິງແລະທຽວໄດ້ຕະຫຼອດປີແລະເຊື່ອມຈອດກັບທຸກໆບ້ານ ພາຍໃນ ເມືອງ) ແລະມາດຕະຖານທີ 9 ( ເມືອງມີບ້ານພົ້ນທຸກກວມເອົາ 70% ຂື້ນໄປ),ຈາກນັ້ນບັນດາຜູ້ເຂົ້າຮ່ວມກໍ່ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ພ້ອມກັນເອກະພາບແລະກໍານົດທິດທາງແຜນການໃນໄລຍະ 5 ປີຕໍ່ໜ້າ. ກອງປະຊຸມໃນຄັ້ງນີ້ ທ່ານ ອ່ຽມສັກ ສິດທິຍາວົງ ຄະນະຊີ້ນໍາການປະເມີນຂັ້ນແຂວງ ໄດ້ມີຄໍາເຫັນເນັ້ນໜັກບາງບັນຫາເປັນຕົ້ນ ເອົາໃຈໃສ່ສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມກໍາແໜ້ນ ບັນດານິຕິກໍາທີ່ກ່ຽວຂ້ອງກັບ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ເລິກເຊິ່ງຂຶ້ນຕື່ມ,ໃຫ້ນຳໃຊ້ຜົນຂອງການກວດກາປະເມີນ ທ້າຍສະໄໝ ຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາໃນຄັ້ງນີ້ ເປັນຂໍ້ມູນພື້ນຖານເຂົ້າໃນການສະຫຼຸບແຜນພັດທະນາຂອງເມືອງ ແຕ່ປີ 2021-2025; ການກຳນົດຄາດໝາຍ, ເປົ້າໝາຍ ແລະ ແຜນການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ຂັ້ນຄອບຄົວ, ຂັ້ນບ້ານ ແລະ ຂັ້ນເມືອງ; ເປົ້າໝາຍໃນການພັດທະນາຈຸດສຸມຕ່າງໆເຊັ່ນ: ຈຸດສຸມສ້າງບ້ານພົ້ນທຸກ, ຈຸດສຸມສ້າງບ້ານພັດທະນາ, ຈຸດສຸມສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ແລະ ການສ້າງເມືອງໃຫ້ກາຍເປັນເມືອງພົ້ນທຸກ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເປັນໃຈກາງປະສານສົມທົບກັບ ຫ້ອງວ່າການເມືອງ, ຫ້ອງການການເງິນເມືອງ ພ້ອມກັນຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ຂໍ້ມູນດັ່ງກ່າວ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຮູ້, ເພື່ອນຳໃຊ້ເປັນຂໍ້ມູນພື້ນຖານໃນການກຳນົດແຜນການພັດທະນາຕາມຂະແໜງການ ຕິດພັນກັບການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກ ແລະ ວຽກງານ 3 ສ້າງຂອງເມືອງ ກໍ່ຄື ການປິ່ນອ້ອມຈັດຕັ້ງປະຕິບັດບັນດາຄາດໝາຍ, ເປົ້າໝາຍ ວຽກງານຈຸດສຸມຕ່າງໆ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້ໃນແຕ່ລະໄລຍະ.



ພາບ-ຂ່າວ: ບຸນເພັງ ທຸມມະວົງ.



