ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ລົງເຄື່ອນໄຫວຫາສຽງ ແລະ ສະເໜີໂຕ ຢູ່ກຸ່ມບ້ານປຸ່ງນາໜູນ ແລະ ກຸ່ມບ້ານພິບຸນທອງ.

ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໄດ້ລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ກຸ່ມບ້ານປຸ່ງນາໜູນ ແລະ ກຸ່ມບ້ານພິບຸນທອງ ເມືອງຫ້ວຍຊາຍ ໃນວັນທີ 9 ກຸມພາ 2026 ນີ້, ນໍາໂດຍ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ, ຜູ້ສະໝັກເບີທີ 1 ພ້ອມຄະນະຜູ້ຮັບສະໝັກເລືອກຕັ້ງເຂດທີ່ 5  ແຂວງບໍ່ແກ້ວ ຈໍານວນ 10 ທ່ານ,ຍິງ 3 ທ່ານ ແລະ ສະມາຊິກສະພາປະຊົນແຂວງ ຊຸດທີ V ຈຳນວນ 7 ທ່ານ, ຍິງ 2 ທ່ານ, ມີບັນດາການນໍາຂອງແຂວງ-ການນໍາເມືອງ, ຄະນະຮັບຜິດຊອບ ແລະ ປະຊາຊົນບັນດາເຜົ່າຜູ້ມີສິດປ່ອນບັດກຸ່ມບ້ານປຸ່ງນາໜູນເຂົ້າຮ່ວມ.

ການລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວ ຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ກຸ່ມບ້ານປຸ່ງນາໜູນ ແລະ ກຸ່ມບ້ານພິບຸນທອງຄັ້ງນີ້  ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງຈໍານວນ 17 ທ່ານ ໃນນັ້ນ ສສຊ 10 ທ່ານ, ຍິງ 3 ທ່ານ, ແລະ ສສຂ ມີ 7 ທ່ານ, ຍິງ 2 ທ່ານ  ແຕ່ລະທ່ານແມ່ນໄດ້ແນະນໍາປະຫວັດການເຄື່ອນໄຫວຂອງຕົນຜ່ານມາໂດຍຫຍໍ້ ແລະ ໄດ້ເຊີນຊວນໃຫ້ປະຊາຊົນລາວບັນດາເຜົ່າຜູ້ມີສິດປ່ອນບັດເລືອກຕັ້ງທີ່ເຂົ້າຮ່ວມປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນການເລືອກຕັ້ງໃຫ້ເປັນຂະບວນການ ຖືເອົາການເລືອກຕັ້ງນີ້ເປັນປາງບຸນໃຫຍ່ຂອງຊາດ ແລະ ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ. ຈົ່ງພ້ອມກັນອອກໄປໃຊ້ສິດປ່ອນບັດເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ໃຫ້ເປັນຂະບວນຟົດຟື້ນ ແລະ ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ເພື່ອແນ່ໃສ່ຮັບປະກັນໃຫ້ແກ່ການໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ໄດ້ຮັບຜົນດີ, ມີຄວາມເປັນເອກະພາບໃນທົ່ວແຂວງ ທັງຮັບປະກັນການນຳພາຂອງພັກໃຫ້, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຂອງແຂວງ ເພື່ອສຶກສາອົບຮົມໃຫ້ຜູ້ມີສິດປ່ອນ ບັດເລືອກຕັ້ງຮັບຮູ້ ແລະ ເຂົ້າໃຈແຈ້ງ ກ່ຽວກັບຄວາມໝາຍຄວາມສໍາຄັນຂອງການເລືອກຕັ້ງ ແນ່ໃສ່ເຊີດຊູລະດັບຄວາມຕື່ນຕົວທາງດ້ານການເມືອງຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດເປັນເຈົ້າຂອງປະເທດຊາດຂອງພົນລະເມືອງລາວ ໃນການໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບຫຼັກການ, ເຮັດໃຫ້ຜູ້ມີສິດເລືອກຕັ້ງ ໄດ້ຮູ້ໄດ້ເຫັນຜູ້ສະໝັກຮັບເລືອກຕັ້ງ ແລະ ກຳໄດ້ຊີວະປະຫວັດ, ຄຸນສົມບັດ, ຄວາມຮູ້ຄວາມສາມາດ, ທັດສະນະ ແລະ ການເຄື່ອນໄຫວວຽກງານຂອງຜູ້ສະໝັກຮັບເລືອກຕັ້ງແລ້ວ ສາມາດໃຊ້ສິດພື້ນຖານຂອງຕົນ ເພື່ອເລືອກເອົາບຸກຄົນຜູ້ທີ່ມີມາດຕະຖານເງື່ອນໄຂຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍທີກຳນົດໄວ້  ເພື່ອເຂົ້າເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນຢ່າງແທ້ຈິງ  ເພື່ອເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງໄດ້ຮັບຮູ້ ກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ສະພາບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ ແລະ ໄດ້ພົວພັນສະໜິດແໜ້ນກັບປະຊາຊົນຢູ່ໃນທ້ອງຖິ່ນທີ່ຕົນລົງສະໝັກຮັບເລືອກຕັ້ງ, ເຮັດໃຫ້ການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ເພື່ອຮັບປະກັນໃຫ້ໄດ້ 400%, ຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ມີຄວາມຕື່ນຕົວໄປໃຊ້ສິດດ້ວຍຕົນເອງໃຫ້ໄດ້ 100%; ຮັບປະກັນບໍ່ໃຫ້ມີບັດຕາຍ 100%; ຮັບປະກັນຄວາມສະຫງົບ 100%; ຮັບປະກັນການປ່ອນບັດ, ການສັງລວມຄະແນນມີຄວາມໂປ່ງໃສ່ ແລະ ສະຫຼຸບລາຍງານ ວ່ອງໄວ ທັນເວລາໃຫ້ 100%.

ເພື່ອເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດແລະ ສະພາປະຊາຊົນແຂວງ  ເປັນຕົວແທນໃຫ້ແກ່ປະຊາຊົນແຂວງບໍ່ແກ້ວຢ່າງແທ້ຈິງ.

ພາບ-ຂ່າວ: ບຸນຈັນ ມະນີໄຊ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa