ວັນທີ 9 ກຸມພາ 2026, ບັນດາຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ບໍ່ແກ້ວ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງ ຕົ້ນເຜິ້ງ ໄດ້ລົງພົບປະໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ 2 ຈຸດ. ບ້ານຫ້ວຍລົມ ແລະ ບ້ານຫຼວງສີງໄຈ ນໍາໂດຍ ທ່ານ ຄໍາຫຼ້າ ຈັນທະວົງ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຕົ້ນເຜິ້ງ, ມີບັນດາສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ຕົ້ນເຜິ້ງ, ການນໍາເມືອງ, ຄະນະພັກຮາກຖານກຸ່ມບ້ານຫຼວງສິງໄຈ, ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າ ຜູ້ມີສິດປ່ອນບັດເລືອກຕັ້ງບ້ານຫ້ວຍໄຄ້, ບ້ານຫ້ວຍລົມ ແລະ ບ້ານຫຼວງສິງໄຈ ເຂົ້າຮ່ວມ.
ບັນດາຜູ້ຮັບສະໝັກເລືອກຕັ້ງ ເປັນ ສສຂ ຊຸດທີ V ເຂດເລືອກຕັ້ງເມືອງ ຕົ້ນເຜິ້ງ ໄດ້ນໍາສະເໜີ ປະຫວັດການເຄື່ອນໄຫວໃນແຕ່ລະໄລຍະຂອງຕົນ ພ້ອມທັງແນະນໍາໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ຜົນງານ ແລະ ວິໄສທັດຂອງຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ແລະ ຕັດສິນໃຈ ເລືອກເອົາຜູ້ທີ່ຕົນເຫັນວ່າ ມີມາດຕະຖານຄົບຖ້ວນ ເປັນຕົວແທນຂອງຕົນປະຕິບັດສິດ, ອຳນາດຂອງປະຊາຊົນ ບັນດາເຜົ່າ, ສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງ ແລະ ຜູ້ຮັບສະໝັກຮັບເລືອກຕັ້ງ ໄດ້ພົບປະແລກປ່ຽນຄໍາເຫັນເຊິ່ງກັນ ແລະກັນ. ເຊິ່ງຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ບໍ່ແກ້ວ ປະຈໍາເຂດເລືອກຕັ້ງເມືອງ ຕົ້ນເຜິ້ງ ມີທັງໝົດ 7 ທ່ານ ຄື: ນໍ້າເບີ 1 ທ່ານ ອຸ່ນຄໍາ ທໍາມະເລີດ, ນໍ້າເບີ 2 ທ່ານ ສາຍຄໍາ ຄຳປະເສີດ, ນໍ້າເບີ 3 ທ່ານ ຄໍາຈັນ ວັນນະວົງ, ນໍ້າເບີ 4 ທ່ານນາງ ຄໍາຫຼ້າ ຈິດຕະພົງ, ນໍ້າເບີ 5 ທ່ານ ເປົາແກ້ວ ພູມສະຫວັນ, ນໍາເບີ 6 ທ່ານນາງ ມະນີຈັນ ຜົນປະເສີດ, ນໍ້າເບີ 7 ທ່ານ ສຸລິຍາ ຫຼ້າໂພທອງ ໃນນັ້ນເລືອກເອົາ 5 ທ່ານ. ສ່ວນຜູ້ສະໜັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 5 ແຂວງ ບໍ່ແກ້ວ ມີທັງໝົດ 10 ທ່ານ ຄື: ນໍ້າເບີ 1ທ່ານ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ, ນໍ້າເບີ 2 ທ່ານນາງ ທຸມມາລີ ວົງພະຈັນ, ນໍ້າເບີ 3 ທ່ານ ດາລີວັນ ພູສະຫວັນ, ນໍ້າເບີ 4 ທ່ານ ພົນຈັດຕະວາ ຄໍາແຝງ ວັນດີໄຊ, ນໍາເບີ 5 ທ່ານນາງ ບົວຄົມ ຂານສຸວົງ, ນໍ້າເບີ 6 ທ່ານນາງ ສີອຳໄພ ໂສລະຖີ, ນໍ້າເບີ 7 ທ່ານ ສຸລິເດດ ບັນດາກອນ, ນໍ້າເບີ 8 ທ່ານ ແກ້ວລາ ນໍລະສິງ, ນໍາເບີ 9 ທ່ານ ພັນເອກ ຄໍາແດງ ວັນນະສິດ, ນໍ້າເບີ 10 ທ່ານ ສົມສະຫວັນ ອິນດາວົງ ໃນນັ້ນເລືອກເອົາ 7 ທ່ານ .
ໂອກາດນີ້, ຕາງໜ້າຜູ້ສະໝັກຮັບເລືອກຕັ້ງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງທຸກຄົນ ພ້ອມກັນອອກໄປໃຊ້ສິດປ່ອນບັດເລືອກຕັ້ງ ໃຫ້ຄົບຖ້ວນຕາມວັນ ແລະ ເວລາ ທີ່ໄດ້ກຳນົດໄວ້. ທົ່ວເມືອງ ຕົ້ນເຜິ້ງ ມີ 38 ບ້ານ, ມີພົນລະເມືອງ 34.701 ຄົນ ຍິງ 17.400 ຄົນ, ໄດ້ກຳນົດໜ່ວຍປ່ອນບັດເລືອກຕັ້ງ 24 ໝ່ວຍ, ມີຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງຕົວຈິງ 21.060 ຄົນ ຍິງ 10.938 ຄົນ.









